ຫວຽດນາມກາຍເປັນປະເທດພວມພັດທະນາທຳອິດ ຢູ່ ພາກພື້າ ອາຊີ - ປາຊີຟິກ ມີການພົວພັນການຄ້າເສລີກັບ EU

11:47 | 05/03/2020

ຍສໝ - ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EU), (EVFTA) ແລະ ສັນຍາອາລັກຂາການລົງທຶນ (EVIPA) ລະຫວ່າງສະຫະພາບເອີລົບ ແລະ ຫວຽດນາມ ຊື່ງໄດ້ຮັບການຮັບຮອງເອົາຈາກລັດຖະສະພາບເອີລົບ. ສັນຍາສອງສະບັບນີ້ ຈະສ້າງບັນດາຂອບເຂດການຮ່ວມມືສອງຝ່າຍຢ່າງຍາວນານ ຕາມທິດຄູ່ຮ່ວມມືສະເຫມີພາບ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນເຂົ້າທ່າອ່ຽງລວມກ່ຽວກັບການຊຸກຍູ້ການຮ່ວມສຳພັນດ້ານເສດຖະກິດສາກົນ ແລະ ພັດທະນາແບບຍືນຍົງ.

ຫວຽດນາມກາຍເປັນປະເທດພວມພັດທະນາທຳອິດ ຢູ່ ພາກພື້າ ອາຊີ - ປາຊີຟິກ ມີການພົວພັນການຄ້າເສລີກັບ EU

ພາບປະກອບ

EU ແມ່ນຕະຫຼາດໃຫຍ່ ດ້ວຍ GDP ຢືນຢູ່ອັນດັບທີ 4 ໃນໂລກ ແລະ ທຸກໆປີ ການນຳເຂົ້າຜະລິດຕະພັນກະເສດແມ່ນປະມານ 150 ຕື້ USD. ປັດຈຸບັນ, ຂະແໜງກະສິກຳ ຫວຽດນາມ ສົ່ງອອກທົ່ວໂລກຫາກໍ່ບັນລຸໄດ້ກ່ວາ 40 ຕື້ USD, ສົ່ງອອກໄປຍັງ EU ຫາກໍ່ບັນລຸໄດ້ປະມານ ກ່ວາ 5 ຕື້ USD. ພາຍຫຼັງ EVFTA ມີຜົນສັກສິດ, EU ແມ່ນກໍລະນີທຳອິດທີ່ຫຼຸດອັດຕາພາສີໃຫ້ແກ່ສິນຄ້າປຸງແຕ່ງຜະລິດຕະພັນກະເສດຂອງ ຫວຽດນາມ.

ວັນທີ 26 ກຸມພາຢູ່ຮ່າໂນ້ຍ, ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ມີການເຮັດວຽກກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງເພື່ອແນໃສ່ກະກຽມການຜັນຂະຫຍາຍການປະຕິບັດສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ສະຫະພາບເອີລົບ (EVFTA) ບົນເນື້ອໃນຈິດໃຈເປັນເຈົ້າການຍາດແຍ່ງກາລະໂອກາດ, ຮ່ວມສຳພັນຮ່ວມມື, ຍູ້ແຮງການສົ່ງອອກໄປຍັງຕະຫຼາດ EU ໃຫ້ໄດ້ຫຼາຍທີ່ສຸດ, ພ້ອມທັງຮັບປະກັນກຳລັງແກ່ງແຍ້ງຢູ່ຕະຫຼາດພາຍໃນປະເທດ.

ວັນທີ 12 ກຸມພາ, ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EU), (EVFTA) ແລະ ສັນຍາອາລັກຂາການລົງທຶນ (EVIPA) ລະຫວ່າງສະຫະພາບເອີລົບ ແລະ ຫວຽດນາມ ຊື່ງໄດ້ຮັບການຮັບຮອງເອົາຈາກລັດຖະສະພາບເອີລົບ. ສັນຍາສອງສະບັບນີ້ ຈະສ້າງບັນດາຂອບເຂດການຮ່ວມມືສອງຝ່າຍຢ່າງຍາວນານ ຕາມທິດຄູ່ຮ່ວມມືສະເຫມີພາບ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນເຂົ້າທ່າອ່ຽງລວມກ່ຽວກັບການຊຸກຍູ້ການຮ່ວມສຳພັນດ້ານເສດຖະກິດສາກົນ ແລະ ພັດທະນາແບບຍືນຍົງ. ນີ້ກໍ່ແມ່ນກາລະໂອກາດໃຫ້ແກ່ປະຊາຄົມວິສາຫະກິດຫວຽດນາມ ຍົກສູງກຳລັງຄວາມສາມາດແກ້ງແຍ້ງໃນບັນດາລະບົບມູນຄ່າທົ່ວໂລກ.

ພາຍຫລັງສັນຍາ EVFTA ມີຜົນສັກສິດ, EU ຈະຍົກເລີກພາສີນຳເຂົ້າໃຫ້ແກ່ 86% ປະເພດພາສີ ແລະ ກວ່າ 99% ປະເພດພາສີຂອງຫວຽດນາມ ໄດ້ຍົກເລີກພາຍຫລັງ 7 ປີ, 1% ທີ່ຍັງເຫລືອຈະໄດ້ຫັນເປັນເສລີຜ່ານ ໂຄ້ຕາພາສີ. ກົງກັນຂ້າມ ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາຍົກເລີກ 48,5% ປະເພດພາສີໃຫ້ແກ່ສິນຄ້າ EU ພາຍຫລັງ 7 ປີຍົກເລີກເກືອບ 92% ປະເພດພາສີ ແລະ ກວ່າ 98% ປະເພດພາສີ ພາຍຫລັງ 10 ປີ. ໃນສະພາບຄວາມເຄັ່ງຕຶງດ້ານການຄ້າ ລະຫວ່າງບັນດາປະເທດແມ່ນສັບສົນທີ່ສຸດ ສັນຍາ EVFTA ຈະຊ່ວຍໃຫ້ບັນດາວິສາຫະກິດ ຫວຽດນາມ ຍູ້ແຮງການຫັນຕະຫລາດ ແລະ ຄູ່ຮ່ວມມືເປັນຫລາຍຮູບຫລາຍແບບ, ສ້າງຈຸດຢືນຢູ່ຕະຫລາດ ໃຫຍ່ EU ຢ່າງໝັ້ນຄົງກວ່າ.

(ໄຊພອນ)

ເຫດການ
302 Found

Found

The document has moved here.