ASEM 12: EU ແລະ ຍີ່ປຸ່ນ ຕັດສິນໃຈປະຕິບັດສຳເລັດຂໍ້ຕົກລົງການຄ້າເສລີ

18:15 | 19/10/2018

ກໍ່ໃນການເຈລະຈາຢູ່ນະຄອນຫຼວງ ບຣຸກແຊນ (ປະເທດແບນຊິກ), ທ່ານ Abe ໄດ້ສະແດງຄວາມວິຕົກວັງວົນກ່ຽວກັບສະພາບການຊັກຊ້າໃນການເຄື່ອນໄຫວເຈລະຈາ ກ່ຽວກັບເລື່ອງ ອັງກິດ...

ASEM 12: EU ແລະ ຍີ່ປຸ່ນ ຕັດສິນໃຈປະຕິບັດສຳເລັດຂໍ້ຕົກລົງການຄ້າເສລີ

ການນຳ ຍີ່ປຸ່ນ ແລະ EC. (ພາບ: AFP/TTXVN)

ວັນທີ 18 ຕຸລາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານປະທານຄະນະກຳມະການເອີລົບ (EC) Jean –Clauder Junker ໄດ້ໃຫ້ຄຳໝັ້ນສັນຍາວ່າຈະມານະພະຍາຍາມຢ່າງສູງສຸດເພື່ອແນໃສ່ປະຕິບັດສຳເລັດບັນດາລະບຽບການພາຍໃນໃນທ້າຍປີນີ້ ເພື່ອໃຫ້ຂໍ້ຕົກລົງການຄ້າເສລີສອງຝ່າຍມີຜົນສັກສິດໂດຍໄວ. ວົງການເຈົ້າໜ້າທີ່ ຍີ່ປຸ່ນ ໃຫ້ຮູ້ວ່າ: ກໍ່ໃນການເຈລະຈາຢູ່ນະຄອນຫຼວງ ບຣຸກແຊນ (ປະເທດແບນຊິກ), ທ່ານ Abe ໄດ້ສະແດງຄວາມວິຕົກວັງວົນກ່ຽວກັບສະພາບການຊັກຊ້າໃນການເຄື່ອນໄຫວເຈລະຈາ ກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກ ສະຫະພາບເອີລົບ (EU) ຫຼື ຍັງເອີ້ນວ່າ Brexit, ພ້ອມທັງຮຽກຮ້ອງໃຫ້ EU ມີມາດຕະການເໝາະສົມເພື່ອແນໃສ່ຫລຸດຜ່ອນຜົນກະທົບທີ່ຫຍໍ້ທໍ້ຈາກສະພາບການເຖິງການເຄື່ອນໄຫວຂອງບັນດາບໍລິສັດ ຍີ່ປຸ່ນ ທີ່ດຳເນີນທຸລະກິດຢູ່ ເອີລົບ ໃຫ້ຢູ່ໃນລະດັບຕ່ຳສຸດ.

ການນຳ EU ແລະ ຍີ່ປຸ່ນ ກໍ່ຢັ້ງຢືນຄືນໃໝ່ການຮ່ວມມືໃນວິວັດການປະຕິຮູບອົງການການຄ້າໂລກ (WTO) ໃນສະພາບທີ່ບັ້ນຮົບດ້ານການຄ້າລະຫວ່າງ 2 ພື້ນຖານເສດຖະກິດແຖວໜ້າຂອງໂລກນັ້ນແມ່ນ ອາເມລິກາ ແລະ ຈີນ ປີນຂັ້ນໄດຢ່າງບໍ່ຢຸດຢັ້ງ.

(ແຫຼ່ງ​ຂໍ້​ມູນ​: vov5)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.