WHO, ອາເມລິກາ ປາດຖະໜາຢາກໃຫ້ຫວຽດນາມແບ່ງປັນບົດຮຽນໃນການປ້ອງກັນ, ຕ້ານ Covid-19

20:38 | 29/02/2020

ຍສໝ - ຕອນເຊົ້າວັນທີ 28 ກຸມພາ 2020, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບານ Covid-19, ໄດ້ມີການເຮັດວຽກກັບຜູ້ຕາງໜ້າອົງການອະນາໄມໂລກ (WHO) ແລະ ສູນຄວບຄຸມ ແລະ ສະກັດກັ້ນໂລກພະຍາດອາເມລິກາ (US CDC) ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ.

WHO, ອາເມລິກາ ປາດຖະໜາຢາກໃຫ້ຫວຽດນາມແບ່ງປັນບົດຮຽນໃນການປ້ອງກັນ, ຕ້ານ Covid-19

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢືນຢັນວ່າ, ຫວຽດນາມ ໄດ້ກຳນົດວຽກງານປ້ອງກັນ, ຕ້ານໂລກລະບາດ Covid-19 ແມ່ນວຽກງານມີລັກສະນະທົ່ວໂລກ.(ພາບ: baochinhphu.vn)

ທີ່ການເຮັດວຽກ, ຜູ້ຕາງໜ້າອົງການ WHO ແລະ ສູນ CDC ລ້ວນແຕ່ຕີລາຄາສູງວຽກງານປ້ອງກັນ, ຕ້ານໂລກລະບາດ Covid-19 ຂອງຫວຽດນາມ. ທ່ານ Kidong Park, ຫົວໜ້າຜູ້ຕາງໜ້າ WHO ປະຈຳຫວຽດນາມ ໃຫ້ຮູ້ວ່າ, ປະຊາຄົນສາກົນກໍ່ປາດຖະໜາຢາກ ຫວຽດນາມ ແບ່ງປັນບັນດາບົດຮຽນກ່ຽວກັບວຽກງານແຍກຕົວ, ສະກັດກັ້ນ ແລະ ປິ່ນປົວໂລກພະຍາດດັ່ງກ່າວ.

ທ່ານ Mathew Moore, ຜູ້ຕາງໜ້າ US CDC ກໍ່ປາດຖະໜາຢາກໃຫ້ຫວຽດນາມ ສືບຕໍ່ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນໃນການປ້ອງກັນ, ຕ້ານໂລກລະບາດ Covid-19 ກັບປະຊາຄົມສາກົນ; ແບ່ງປັນຂໍ້ມູນຂ່າວສານກ່ຽວກັບແຜນທີ່ gen ຂອງໄວຣັດ ຢູ່ຫວຽດນາມ. ທ່ານ Mathew Moore ຢືນຢັນວ່າ, ຈະສືບຕໍ່ຮ່ວມມືກັບບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ຮັບມືກັບໂລກລະບາດຢ່າງແໜ້ນແຟ້ນ.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢືນຢັນວ່າ, ຫວຽດນາມ ໄດ້ກຳນົດວຽກງານປ້ອງກັນ, ຕ້ານໂລກລະບາດ Covid-19 ແມ່ນວຽກງານມີລັກສະນະທົ່ວໂລກ, ປະຕິບັດວຽກງານດັ່ງກ່າວຢູ່ຫວຽດນາມ ໄດ້ເປັນຢ່າງດີແມ່ນການປະກອບສ່ວນໃຫ້ແກ່ໂລກ. ໄລ່ມາຮອດປະຈຸບັນ, ການຜັນແປຂອງໂລກລະບາດໃນໂລກໄດ້ກ້າວເຂົ້າສູ່ໄລຍະໃໝ່. ຫວຽດນາມ ໄດ້ຄາດຄະເນບາງມາດຕະການໃໝ່ ແລະ ຢາກທາບທາມຄວາມເຫັນຂອງ WHO, CDC ກ່ອນທີ່ຕົກລົງ.

ໃນຕອນເຊົ້າວັນທີ 29 ກຸມພາ, ຄະນະກຳມະການສາທາລະນະສຸກແຫ່ງຊາດຈີນ ໃຫ້ຮູ້ວ່າ, ໄລ່ຮອດວັນທີ 28 ກຸມພາ, ມີ 39.000 ກໍລະນີຕິດເຊື້ອໄວຣັດ Covid-19 ໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ, ມີອີກ 427 ກໍລະນີຕິດເຊື້ອພະຍາດ ແລະ 47 ຄົນເສຍຊີວິດຍ້ອນຕິດເຊື້ອພະຍາດ Covid-19. ສະນັ້ນ, ປະເທດນີ້ໄດ້ຢັ້ງຢືນວ່າ ກໍລະນີຕິດເຊື້ອພະຍາດຢູ່ຈີນ ແມ່ນ 79.251 ກໍລະນີ ແລະ 2.835 ກໍລະນີເສຍຊີວິດຍ້ອນຕິດເຊື້ອພະຍາດ Covid-19.

ສ່ວນຢູ່ອີຣານ, ວັນທີ 28 ກຸມພາ, ຈຳນວນຜູ້ຕິດເຊື້ອພະຍາດ Covid-19 ຢູ່ປະເທດນີ້ໄດ້ເພີ່ມຂຶ້ນ 821 ກໍລະນີ ແລະ 21 ກໍລະນີເສຍຊີວິດ, 46 ກໍລະນີໄດ້ຮັບການປິ່ນປົວຫາຍດີ; ຢູ່ອົດສະຕາລີ ໄດ້ຢັ້ງຢືນວ່າ ຜູ້ຕິດເຊື້ອພະຍາດ Covid-19 ກໍລະນີທຳອິດຢູ່ປະເທດນີ້ແມ່ນບໍ່ກ່ຽວຂ້ອງກັບຈີນ; ຢູ່ຍີ່ປຸ່ນ ມີ 900 ກໍລະນີຕິດເຊື້ອພະຍາດ Covid-19.

(ໄຊພອນ)

ເຫດການ
302 Found

Found

The document has moved here.