ງານຊຸມນຸມສະເຫຼີມສະຫຼອງ 101 ປີແຫ່ງວັນປະຕິວັດເດືອນຕຸລາລັດເຊຍ

16:05 | 07/11/2018

ຕອນບ່າຍວັນທີ 7 ພະຈິກ, ໃນເວລາ 15 ໂມງ (ຕາມເວລາມົດສະກູ), ທີ່ນະຄອນຫຼວງມົດສະກູ, ສະຫະພັນລັດເຊຍ, ໄດ້ດໍາເນີນພິທີເດີນຂະບວນ ແລະງານຊຸມນຸມສະເຫຼີມສະຫຼອງວັນປະຕິວັດສັງຄົມນິຍົມເດືອນຕຸລາທີ່ຍິ່ງໃຫຍ່ຄົບຮອບ 101 ປີ.

ງານຊຸມນຸມສະເຫຼີມສະຫຼອງ 101 ປີແຫ່ງວັນປະຕິວັດເດືອນຕຸລາລັດເຊຍ

ງານຊຸມນຸມສະເຫຼີມສະຫຼອງ 101 ປີແຫ່ງວັນປະຕິວັດເດືອນຕຸລາລັດເຊຍ. (ພາບ: vovworld.vn)

ຄະນະກໍາມະການສູນກາງພັກກອມມູນິດສະຫະພັນລັດເຊຍ, ຝ່າຍພັກກອມມູນິດລັດເຊຍທີ່ Duma ແຫ່ງຊາດ, ຄະນະກໍາມະການເຂດຕ່າງໆ ແລະນະຄອນມົດສະກູ ຂອງພັກກອມມູນິດລັດເຊຍ, ຂະບວນການສະໜັບສະໜູນກອງທັບ, ສະມາຄົມບັນດານາຍທະຫານໂຊວຽດ, ຂະບວນແມ່ຍິງທົ່ວລັດເຊຍ “ຄວາມຫວັງຂອງລັດເຊຍ”, ຄະນະຊາວໜຸ່ມກອມມູນິດເລນິນ, ບັນດາຂະບວນ ແລະອົງການຈັດຕັ້ງສັງຄົມຝ່າຍຊ້າຍອື່ນຈະດໍາເນີນພິທີເດີນຂະບວນ ແລະຈັດງານຊຸມນຸມສະເຫຼີມສະຫຼອງເຫດການດັ່ງກ່າວຢ່າງສົມກຽດ.

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 7 ພະຈິກ, ໃນເວລາ 10 ໂມງ (ຕາມເວລາມົດສະກູ), ຢູ່ຈັດຕຸລັດແດງຈະດໍາເນີນພິທີສວນສະໜາມຊຶ່ງໄດ້ວາດພາບເຖິງການສວນສະໜາມທີ່ແຫ່ງເທບນິຍາຍເມື່ອປີ 1941, ສະເຫຼີມສະຫຼອງ 77 ປີແຫ່ງວັນເລີ່ມດໍາເນີນສົງຄາມເພື່ອປ້ອງກັນປະເທດທີ່ຍິ່ງໃຫຍ່ (1941 – 1945) ຂອງປະຊາຊົນໂຊວຽດ ໃນເມື່ອກ່ອນ, ປັດຈຸບັນແມ່ນສະຫະພັນລັດເຊຍ.

ເນື່ອງໃນໂອກາດນີ້, ຕອນເຊົ້າວັນທີ 7 ພະຈິກ, ຄະນະຜູ້ແທນຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ ແລະແນວໂຮມປະເທດຊາດຫວຽດນາມ ນະຄອນຮ່າໂນ້ຍ ກໍ່ໄດ້ໄປວາງພວງມາລາທີ່ອະນຸສາວະລີ V.I. Lenin ຢູ່ສວນດອກໄມ້ຈີລັງ, ເມືອງບາດິ່ງ, ນະຄອນຮ່າໂນ້ຍ ຂອງຫວຽດນາມ. ກໍ່ໃນຕອນເຊົ້າວັນດຽວກັນ, ຊາວໜຸ່ມນະຄອນຮ່າໂນ້ຍ, ຕາງໜ້າບັນດາອົງການ, ອົງການຈັດຕັ້ງມະຫາຊົນຂອງນະຄອນຮ່າໂນ້ຍ ກໍ່ໄດ້ໄປວາງພວງມາລາຢູ່ອະນຸສາວະລີ V.I. Lenin ເຊັ່ນດຽວກັນ

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.