ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະໜັບສະໜູນລະບົບການຄ້າຫຼາຍຝ່າຍກັບ WTO

11:30 | 19/02/2020

ຍສໝ - ຫວຽດນາມຢຶດໝັ້ນຕໍ່ນະໂຍບາຍເປີດປະຕູ, ເຊື່ອມໂຍງເຂົ້າກັບສາກົນ, ແມ່ນ ສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ WTO, ຍາມໃດກໍ່ຖືເປັນສຳຄັນ ແລະ ສະໜັບສະໜູນລະບົບການຄ້າຫຼາຍຝ່າຍກັບ WTO.

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະໜັບສະໜູນລະບົບການຄ້າຫຼາຍຝ່າຍກັບ WTO

ທ່ານນາງ ເລທິຕວຽດມາຍ ເອກອັກຄະລັດຖະທູດຍື່ນສານຕາຕັ້ງ ຕໍ່ທ່ານ Roberto Azevedo ຜູ້ອຳນວຍການໃຫຍ່ WTO.(ພາບ:TTXVN)

ຫວ່າງແລ້ວນີ້, ຢູ່ສຳນັກງານອົງການການຄ້າໂລກ (WTO) ຢູ່ເຊີແນວ, ປະເທດ ສະວິດ, ທ່ານນາງ ເລທິຕວຽດມາຍ ເອກອັກຄະລັດຖະທູດ, ຫົວໜ້າ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, WTO ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆ ຢູ່ ເຊີແນວ, ໄດ້ຍື່ນສານຕາຕັ້ງຂອງທ່ານ ຫງວຽນຝູຈ້ອງ ປະທານປະເທດ ຫວຽດນາມ ຕໍ່ທ່ານ Roberto Azevedo ຜູ້ອຳນວຍການໃຫຍ່ WTO. ທ່ານນາງ ເລທິຕວຽດມາຍ ໄດ້ຢັ້ງຢືນວ່າ ຫວຽດນາມຢຶດໝັ້ນຕໍ່ນະໂຍບາຍເປີດປະຕູ, ເຊື່ອມໂຍງເຂົ້າກັບສາກົນ, ແມ່ນ ສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງ WTO, ຍາມໃດກໍ່ຖືເປັນສຳຄັນ ແລະ ສະໜັບສະໜູນລະບົບການຄ້າຫຼາຍຝ່າຍກັບ WTO.

(ໄຊພອນ)

ເຫດການ
302 Found

Found

The document has moved here.