ຢັ້ງຢືນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານລະຫວ່າງ ຫວຽດນາມ ແລະ ອິນເດຍ

11:27 | 14/02/2020

ຍສໝ - ໃນລະຫ່ວາງ ວັນທີ 11-13 ກຸມພາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິງ ໄດ້ໄປຢ້ຽມຢາມ ສ.ອິນເດຍ ລະຫ່ວາງ ວັນທີ 11-13 ກຸມພາ ຢ່າງເປັນທາງການ.

ໃນການພົບປະໃນວັນທີ 12 ກຸມພາ, ທ່ານຮອງປະທານາທິບໍດີ Venkaiah Naidu ໄດ້ຫວນຄືນເຖິງຄວາມຊົງຈຳທີ່ດີຂອງການມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມງານບຸນໃຫຍ່ Vesak ຂອງສະຫະປະຊາຊາດໃນປີ 2019, ສະແດງຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບການພັດທະນາຢ່າງວ່ອງໄວຂອງຫວຽດນາມ, ການບໍລິຫານຢ່າງມີປະສິດທິຜົນຂອງລັດຖະບານ ຫວຽດນາມ ແລະ ຄວາມດີທີ່ສຸດ ແລະ ແຮງງານຢ່າງຈູບຈ້າວຫ້າວຫັນຂອງປະຊາຊົນຫວຽດນາມ.

ສອງຝ່າຍຍັງໄດ້ປຶກສາຫາລືມາດຕະການ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໂດຍສະເພາະແມ່ນບັນດາຂົງເຂດທີ່ສຳຄັນເຊັ່ນ: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ ແລະ ເຕັກໂນໂລຢີ...

ຢັ້ງຢືນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານລະຫວ່າງ ຫວຽດນາມ ແລະ ອິນເດຍ

ທ່ານນາງ ດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມ ແລະທ່ານ Venkaiah Naidu ຮອງປະທານາທິບໍດີອິນເດຍ. (ພາບ: baoquocte.vn.)

ສອງຝ່າຍກ່າວວ່າ, ການເປີດສາຍການບິນໂດຍກົງລະຫວ່າງສອງປະເທດ ມີຄວາມໝາຍຢ່າງແທດຈິງ, ສ້າງກຳລັງໜູນໃໝ່ໃຫ້ແກ່ການເຄື່ອນໄຫວດ້ານການຄ້າ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ; ເຫັນດີເພີ່ມທະວີການຮ່ວມມື ທີ່ແໜ້ນແຟ້ນກວ່າເກົ່າໃນເວທີພາກພື້ນ ແລະ ສາກົນ, ແບ່ງປັນຫຼັກໝັ້ນ ແລະ ການປະສານງານເພື່ອຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ ຕາມບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລປີ 1982 (UNCLOS 1982).

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.