ການນຳສປປ.ເກົາຫຼີ Kim Jong un ຫວັງວ່າຈະບັນລຸໄດ້ຄວາມຄືບໜ້າໃນການເຈລະຈາລະຫວ່າງອາເມລິກາ-ສປປ.ເກົາຫຼີ

14:21 | 19/09/2018

ການນຳສປປ.ເກົາຫຼີ Kim Jong un ສະແດງຄວາມປາດຖະໜາວ່າ ຈະບັນລຸໄດ້ຄວາມຄືບໜ້າທີ່ດີໃນບັນດາການເຈລະຈາປອດນິວເຄຼຍກັບອາເມລິກາ.

ການນຳສປປ.ເກົາຫຼີ Kim Jong un ຫວັງວ່າຈະບັນລຸໄດ້ຄວາມຄືບໜ້າໃນການເຈລະຈາລະຫວ່າງອາເມລິກາ-ສປປ.ເກົາຫຼີ

ການນຳສປປ.ເກົາຫຼີ Kim Jong un

ກ່າວຄຳເຫັນໃນວັນທີ 18 ກັນຍາ, ທີ່ການພົບປະຂັ້ນສຸດຍອດຄັ້ງທີ 3 ກັບທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ເຊິ່ງດຳເນີນຢູ່ນະຄອນຫຼວງພຽງຢາງ, ການນຳສປປ.ເກົາຫຼີ Kim Jong un ໄດ້ຂອບໃຈທ່ານປະທານາທິບໍດີສ.ເກົາຫຼີ ເຊິ່ງໄດ້ສ້າງເງື່ອນໄຂໃຫ້ແກ່ການພົບປະສຸດຍອດຄັ້ງປະຫວັດສາດກັບທ່ານປະທານາທິບໍດີອາເມລິກາ Donald Trump ຢູ່ສິງກະໂປ ເມື່ອວັນທີ 12 ມິຖຸນາ. ຍ້ອນມີການພົບປະດັ່ງກ່າວ, ສະພາບການຂອງພາກພື້ນໄດ້ມີສະຖຽນລະພາບ ແລະ ຫວັງວ່າຈະບັນລຸໄດ້ໝາກຜົນຫຼາຍຢ່າງກວ່າອີກ.

ໃນສະພາບທີ່ວໍຊິງຕັນ ແລະ ພຽງຢາງ ພວມຂາດຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ເປັນຂົວເຊື່ອມຕໍ່ທີ່ໝັ້ນຄົງໜັກແໜ້ນໃຫ້ທັງ 2 ຝ່າຍ ເພື່ອສັນຕິພາບ ແລະ ການພັດທະນາຢູ່ໃນແຫຼມເກົາຫຼີ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.