ດຳລັດໄດ້ກຳນົດບາງເງື່ອນໄຂໃນການຖືສັນຊາດ ຫວຽດນາມ

16:41 | 07/02/2020

ຍສໝ - ລັດຖະບານ ຫວຽດນາມ ຫາກໍ່ປະກາດໃຊ້ດໍາລັດສະບັບເລກທີ 16/2020/NĐ-CP ກຳນົດບາງມາດຕາ ແລະມາດຕະການປະຕິບັດກົດໝາຍວ່າດ້ວຍສັນຊາດຫວຽດນາມ ຢ່າງລະອຽດ.

ດຳລັດໄດ້ກຳນົດບາງເງື່ອນໄຂໃນການຖືສັນຊາດ ຫວຽດນາມ

ພາບປະກອບ

ດຳລັດສະບັບນີ້ກຳນົດວ່າ, ຜູ້ຮ້ອງຂໍເອົາສັນຊາດຄືນມາ, ປະສັນຊາດຫວຽດນາມ ຫຼື ແກ້ໄຂບັນດາວຽກງານອື່ນທີ່ກ່ຽວຂ້ອງເຖິງສັນຊາດ ອາດສາມາດມາປະກອບສໍາເນົາເອກະສານ ຫຼື ສົ່ງເອກະສານຜ່ານທາງໄປສະນີເຖິງອົງການທີ່ມີສິດອຳນາດແກ້ໄຂເອກະສານຕາມການກຳນົດຂອງກົດໝາຍວ່າດ້ວຍສັນຊາດຫວຽດນາມ ແລະດຳລັດສະບັບນີ້, ບໍ່ມອບສິດໃຫ້ຄົນອື່ນມາປະກອບສໍາເນົາເອກະສານ. ດຳລັດໄດ້ກຳນົດບາງເງື່ອນໄຂໃນການຖືສັນຊາດ ຫວຽດນາມ ຕາມຂໍ້ກຳນົດຂອງ ກົດໝາຍວ່າດ້ວຍສັນຊາດ ຫວຽດນາມ ລວມມີ: ຄວາມສາມາດໃນການ ຮັບຟັງ, ເວົ້າ, ອ່ານ, ຂຽນ ພາສາຫວຽດ ທີ່ເໝາະສົມກັບສະພາບແວດລ້ອມແຫ່ງການດຳລົງຊີວິດ ແລະ ເຮັດວຽກຂອງ ຜູ້ຂໍຖືສັນຊາດ ຫວຽດນາມ. ຜູ້ຂໍຖືສັນຊາດ ຫວຽດນາມຕ້ອງເປັນຄົນທີ່ພວມເຮັດວຽກ ແລະ ດຳລົງຊີວິດ ຢູ່ ຫວຽດນາມ ແລະ ໂດຍອົງການຕຳຫຼວດທີ່ມີສິດອຳນາດຂອງ ຫວຽດນາມ ອອກບັດພັກເຊົາໃຫ້.

ຜູ້ຮ້ອງຂໍເອົາສັນຊາດຫວຽດນາມ ຕ້ອງມາປະກອບເອກະສານຢູ່ພະແນກຍຸຕິທຳ ບ່ອນທີ່ຜູ້ນັ້ນພັກພາອາໄສ. ໃນກໍລະນີກົດໝາຍກຳນົດວ່າເອກະສານຕ້ອງປະກອບແມ່ນສະບັບສຳເນົາ, ຜູ້ສະເໜີແກ້ໄຂບັນດາວຽກງານທີ່ກ່ຽວຂ້ອງເຖິງສັນຊາດສາມາດປະກອບເອກະສານແມ່ນສະບັບຖ່າຍຮູບຈາກສະບັບຕົ້ນ. ຖ້າວ່າປະກອບເອກະສານສະບັບຖ່າຍຮູບຈາກສະບັບຕົ້ນຕ້ອງມີສະບັບຕົ້ນເພື່ອສົມທຽບ. ໃນກໍລະນີປະກອບເອກະສານຜ່ານທາງໄປສະນີ, ເອກະສານສະບັບສຳເນົາຕ້ອງໄດ້ຢັ້ງຢືນຈາກສະບັບຕົ້ນຖືກຕາມກຳນົດຂອງກົດໝາຍ. ດຳລັດຈະມີຜົນສັກສິດເລີ່ມແຕ່ວັນທີ 20 ມີນາ 2020 ເປັນຕົ້ນໄປ.

(ໄຊພອນ)

ເຫດການ
302 Found

Found

The document has moved here.