ລາວ ກວດຫາໄວຣັສ ໂຄໂຣນາ ກໍລະນີສົງໄສ 11 ຄົນ

16:57 | 05/02/2020

ໃນ​ໄລ­ຍະ​ຜ່ານ​ມາ​ສູນ​ວິ ເຄາະ ແລະ ລະ­ບາດ​ວິ­ທະ­ຍາ​ໄດ້​ກວດ​ຫາ​ເຊື້ອ​ພະ­ຍາດ​ອັກ­ເສບ​ປອດ​ສາຍ​ພັນ​ໃໝ່ ຫຼື ໄວ​ຣັສ​ໂຄ​ໂຣ​ນາ nCov ຊຶ່ງ​ປະ­ເທດ​ລາວ ເຮົາ​ມີ​ກໍ­ລະ­ນີ​ສົງ­ໄສ 11 ກໍ­ລະ­ນີ ຊຶ່ງ 9 ກໍ­ລະ­ນີ​ແມ່ນ​ອອກ​ຜົນ​ລົບ (ບໍ່​ມີ​ເຊື້ອ) ແລະ ຍັງ 2 ກໍ­ລະ­ນີ​ແມ່ນ​ກຳ­ລັງ​ກວດ​ຢູ່, ຖ້າ​ຜົນ​ອອກ​ແລ້ວ​ກໍ​ພ້ອມ​ທີ່​ຈະ​ລາຍ​ງານ​ໃຫ້​ພໍ່​ແມ່​ປະ­ຊາ­ຊົນ​ຮັບ​ຊາບ​ນຳ​ກັນ.

ລາວ ກວດຫາໄວຣັສ ໂຄໂຣນາ ກໍລະນີສົງໄສ 11 ຄົນ

ພາບປະກອບ

ທ່ານ ພອນ​ປະ­ດິດ ສັງ​ໄຊ​ຍະ​ລາດ ຫົວ­ໜ້າ​ສູນ​ວິ­ເຄາະ ແລະ ລະ­ບາດ​ວິ­ທະ­ຍາ​ກະ­ຊວງ ສາ­ທາ­ລະ­ນະ​ສຸກ​ໄດ້​ໃຫ້​ສຳ­ພາດ​ຕໍ່​ສື່​ມວນ​ຊົນ ເມື່ອ​ວັນ​ທີ 3 ກຸມ­ພາ 2020 ນີ້ ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ວ່າ: ປັດ­ຈຸ­ບັນ​ສູນ​ວິ­ເຄາະ ແລະ ລະ­ບາດ​ວິ­ທະ­ຍາ​ມີ​ຄວາມ​ພ້ອມ ໃນ​ການ​ກວດ​ຫາ​ເຊື້ອ​ພະ­ຍາດ​ອັກ­ເສບ​ປອດ​ສາຍ​ພັນ ໃໝ່ ຫຼື ໄວ​ຣັສ​ໂຄ​ໂຣ​ນາ nCov ຊຶ່ງ​ໃນ ໄລ­ຍະ​ຜ່ານ​ມາ​ກໍ​ໄດ້​ມີ​ການ​ລະ ບາດ​ຂອງ​ພະ­ຍາດ​ເມີສ ຊຶ່ງ​ພວກ ເຮົາ​ກໍ​ມີ​ຄວາມ​ສາ­ມາດ​ກວດ​ພະ ຍາດ​ນັ້ນ​ໄດ້ ແລະ ໃນ​ໄລ­ຍະ ຕໍ່​ມາ​ພວກ​ເຮົາ​ກໍ​ໄດ້​ມີ​ລະ­ບົບ​ເຝົ້າ​ລະ­ວັງ​ເຊື້ອ​ໄຂ້​ຫວັດ ແລະ ກໍ​ໄດ້​ມີ​ການ​ກວດ​ຢ່າງ​ເປັນ​ປະ ຈຳ ແລະ ມີ​ຕົວ­ຢ່າງ​ໃນ​ທົ່ວ​ປະ ເທດ​ສົ່ງ​ມາ​ຕະ­ຫຼອດ ເປັນ­ຕົ້ນ ແມ່ນ​ການ​ກວດ​ໄຂ້​ຫວັດ​ກໍ​ຈະ​ມີ H1N1 ຊຶ່ງ​ພວກ​ເຮົາ​ກໍ​ສາ­ມາດ ກວດ​ໄດ້ ແລະ ກໍ​ໄດ້​ໃຊ້​ເຕັກ­ນິກ ດຽວ​ກັນ ໃນ​ການ​ກວດ​ຫາ​ໄວ​ຣັສ​ໂຄ​ໂຣ​ນາ​ນີ້ ຊຶ່ງ​ສູນ​ວິ­ເຄາະ ແລະ ລະ­ບາດ​ວິ­ທະ­ຍາ​ພວກ ເຮົາ​ສາ­ມາດ​ກວດ​ໄດ້ ແລະ ໄດ້​ຮັບ​ການ​ຮັບ­ຮອງ​ເປັນ​ສູນ​ໄຂ້​ຫວັດ ແຫ່ງ​ຊາດ.

ທ່ານ ພອນ​ປະດິດ ສັງ​ໄຊ​ຍະ​ລາດ ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ປັດຈຸບັນ​ທາງ​ພວກ​ເຮົາ​ໄດ້​ມີ​ແຜນທີ່​ຈະ​ຂະຫຍາຍ ແລະ ຈະ​ເອົາ​ເຄື່ອງ​ກວດ Real time PCR ໄປ​ໄວ້​ນຳ​ສະຖານທີ່​ທີ​ມີ​ຄວາມ​ສ່ຽງ ເປັນຕົ້ນ​ແມ່ນ​ຢູ່​ແຂວງ​ທາງ​ພາກ​ເໜືອ​ຄື: ແຂວງ​ຫຼວງ​ພະ​ບາງ, ແຂວງ ຫຼວງ​ນ້ຳ​ທາ ເພື່ອ​ຈະ​ເຮັດ​ໃຫ້ການ​ກວດ​ຫາ​ເຊື້ອ​ໄວ​ຣັສ​ໂຄ​ໂຣ​ນາ​ວ່ອງໄວ​ຂຶ້ນ ຊຶ່ງ​ເຄື່ອງ​ທີ່​ຈະ​ເອົາ​ໄປ​ໄວ້​ນີ້, ແມ່ນ​ຈະ​ອອກ​ຜົນ​ໄດ້​ໄວ​ກວ່າ​ເຄື່ອງ​ທີ່​ໃຊ້​ໃນ​ປັດຈຸບັນ ຊຶ່ງ​ໃນ​ປະເທດ​ຈີນ​ກໍ​ໄດ້​ນຳ​ໃຊ້​ເຄື່ອງ​ດັ່ງກ່າວ​ນີ້ ແລະ ການ​ອອກ​ຜົນ​ທັງ​ໝົດ​ແມ່ນ​ຈະ​ມີ​ການ​ຄວບ​ຄຸມ​ຄຸນ​ນະ​ພາບ​ເປັນ​ຢ່າງ​ດີ ຈະ​ບໍ່​ໄດ້​ອອກ​ຜົນ​ແບບ​ຜູ້​ໃດ​ກວດ​ກໍ​ໄດ້ ຊຶ່ງ​ໃຊ້​ເວລາ​ປະມານ 4 ຊົ່ວໂມງ​ກໍ​ສາມາດ​ອອກ​ຜົນ​ກວດ​ໄດ້.

ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ວຽກ​ງານ​ຂອງ​ຄະ­ນະ​ສະ­ເພາະ​ກິດ​ເພື່ອ​ປ້ອງ​ກັນ ຄວບ​ຄຸມ­ພະ​ຍາດ ແລະ ແກ້​ໄຂ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່ ຫຼື ໂຄ​ໂຣ​ນາ​ໄວ​ຣັສ (nCov) ຈັດ​ຂຶ້ນ​ໃນ​ວັນ​ທີ 3 ກຸມ­ພາ 2020 ທີ່​ສຳ­ນັກ​ງາ​ນາ­ຍົກ­ລັດ­ຖະ­ມົນ­ຕີ ເປັນ​ປະ­ທານ​ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ທັງ​ເປັນ​ຫົວ­ໜ້າ​ຄະ­ນະ​ສະ­ເພາະ​ກິດ ເພື່ອ​ປ້ອງ​ກັນ ຄວບ​ຄຸມ­ພະ​ຍາດ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ອັກ­ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ ໂລກ​ສາຍ​ພັນ​ໃໝ່ ເປັນ​ກຽດ​ເຂົ້າ​ຮ່ວມ​ຊີ້​ນຳ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ພ້ອມ​ດ້ວຍ ຄະ­ນະ​ສະ­ເພາະ​ກິດ​ດັ່ງ­ກ່າວ ເຂົ້າ​ຮ່ວມ.

ໃນ​ກອງ​ປະ­ຊຸມ​ຄັ້ງ​ນີ້ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ແຕ່ງ­ຕັ້ງ​ຄະ­ນະ​ກຳ­ມະ­ການ​ສະ­ເພາະ​ກິດ​ເຊິ່ງ​ຄະ­ນະ​ດັ່ງ­ກ່າວ ແມ່ນ​ໄດ້​ເລີ່ມ​ເຮັດ​ວຽກ​ມາ​ແຕ່​ມື້​ທີ່​ໄດ້​ຮັບ​ແຈ້ງ​ການ​ລະ­ບາດ​ຂອງ​ພະ­ຍາດ​ນີ້​ຈາກ ສປ ຈີນ ມາ​ແຕ່​ຫົວ­ທີ​ແລ້ວ ຄະ­ນະ​ນີ້​ມີ​ຫຼາຍ​ຂະ­ແໜງ­ການ​ຈາກ​ກະ­ຊວງ​ໃນ​ຈຳ­ນວນ 11 ທ່ານ ໂດຍ​ແມ່ນ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ເປັນ​ຫົວ­ໜ້າ ທ່ານ ຮສ ດຣ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະ­ມົນ­ຕີ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ເປັນ​ຮອງ​ຫົວ­ໜ້າ ແລະ ທ່ານ ຮສ ດຣ ພູ­ທອນ ເມືອງ​ປາກ ຮອງ​ລັດ­ຖະ­ມົນ­ຕີ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ເປັນ​ຮອງ​ຫົວ­ໜ້າ ແລະ ຜູ້​ປະ­ຈຳ­ການ.

ໃນ​ໂອ­ກາດ​ນີ້ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ​ໄດ້​ມີ​ຄວາມ​ເຫັນ ແລະ ແນະ­ນຳ​ໃຫ້​ແກ່​ຄະ­ນະ​ສະ­ເພາະ​ກິດ​ເອົາ­ໃຈ­ໃສ່​ບາງ​ດ້ານ ຕໍ່​ການ​ເຝົ້າ​ລະ­ວັງ​ປ້ອງ​ກັນ​ພະ­ຍາດ ເປັນ­ຕົ້ນ ແມ່ນ​ຕ້ອງ​ເອົາ­ໃຈ­ໃສ່​ໂຄ­ສະ­ນາ​ປະ­ຊາ­ສຳ­ພັນ​ໃຫ້​ປະ­ຊາ­ຊົນ ຮັບ​ຮູ້​ວິ­ທີ​ການ​ປ້ອງ​ກັນ​ພະ­ຍາດ​ນີ້​ຢ່າງ​ກວ້າງ­ຂວາງ ແລະ ໂຄ­ສະ­ນາ​ການ​ເອົາ­ໃຈ­ໃສ່​ຂອງ​ພັກ?ລັດ​ຕໍ່​ພະ­ຍາດ​ນີ້ ພ້ອມ​ນີ້ ກໍ​ໃຫ້​ຄະ­ນະ​ສະ­ເພາະ​ກິດ​ເອົາ­ໃຈ­ໃສ່​ຢ່າງ​ຮັດ­ກຸມ​ກວ່າ​ເກົ່າ ຊອກ​ໃຫ້​ເຫັນ​ຄວາມ​ເປັນ​ຈິງ​ໃນ​ກໍ­ລະ­ນີ​ພະ­ຍາດ​ເກີດ​ຂຶ້ນ ກໍ​ໃຫ້​ແຈ້ງ​ຢ່າງ​ລະ­ອຽດ​ເພື່ອ​ຮັບ​ມື​ແກ້​ໄຂ ພ້ອມ​ກັນ​ນີ້​ກໍ​ເອົາ­ໃຈ­ໃສ່​ເຝົ້າ​ລະ­ວັງ ແລະ ກວດ­ກາ​ໃນ​ກໍ­ລະ­ນີ​ທີ່​ສົງ­ໄສ ສຳ­ລັບ​ນັກ​ສຶກ​ສາ​ຍັງ​ຢູ່ ສປ ຈີນ ມອບ​ໃຫ້​ສະ­ຖານ ທູດ ແລະ ກົງ​ສູນ ໃຫ້­ການ​ຊ່ວຍ­ເຫຼືອ ແລະ ເບິ່ງ­ແຍງ​ຢ່າງ​ໃກ້­ຊິດ ສະ­ເໜີ​ໃຫ້​ໂຮງ­ໝໍ​ມິດ­ຕະ­ພາບ ພາກ​ຂະ­ຫຍາຍ ແລະ ໂຮງ­ໝໍ​ສູນ​ກາງ 103 ເປັນ​ບ່ອນ​ກະ­ກຽມ​ຮອງ​ຮັບ​ປິ່ນ­ປົວ ໃນ​ກໍ­ລະ­ນີ​ທີ່​ອາດ​ຈະ​ເກີດ​ຂຶ້ນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.