ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກວດກາວຽກງານປ້ອງກັນ, ຕ້ານເຊື້ອພະຍາດຢູ່ແຂວງ ກວາງນິງ

06:05 | 04/02/2020

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງແຂວງ ກວາງນິງ ຕ້ອງສືບຕໍ່ປະຕິບັດຕາມການແນະນຳຂອງກະຊວງສາທາລະນະສຸກກ່ຽວກັບການຕິດຕາມກວດກາສຸຂະພາບຂອງຊາວ ຫວຽດນາມ ເຂົ້າເມືອງກັບຄືນປະເທດຢ່າງຖືກຕ້ອງ.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກວດກາວຽກງານປ້ອງກັນ, ຕ້ານເຊື້ອພະຍາດຢູ່ແຂວງ ກວາງນິງ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກວດກາວຽກງານປ້ອງກັນ, ຕ້ານເຊື້ອພະຍາດຢູ່ແຂວງ ກວາງນິງ (ພາບ: tuoitre.vn)

ຕອນບ່າຍວັນທີ 02 ກຸມພາ 2020, ຄະນະປະຕິບັດງານຂອງລັດຖະບານ ຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດການປ້ອງກັນ, ຕ້ານເຊື້ອພະຍາດອັກເສບປອດຍ້ອນເຊື້ອໄວຣັດຈຸລະໂລກສາຍພັນໃໝ່ ໂກໂຣນາ, ໄດ້ລົງກວດກາວຽກງານປ້ອງກັນ, ຕ້ານເຊື້ອພະຍາດຢູ່ນະຄອນ ໝ໊ອງກ໊າຍ, ແຂວງ ກວາງນິງ.

ຕອນເຊົ້າວັນທີ 03 ກຸມພາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ກວດພົບກໍລະນີຕິດເຊື້ອພະຍາດປອດອັກເສບຍ້ອນໄວຣັດສາຍພັນໃໝ່ corona (nCoV) ຄົນທີ 8. ນັ້ນແມ່ນແມ່ຍິງອາຍຸ 29 ປີ, ເຊິ່ງແມ່ນກຳມະກອນເຮັດວຽກຢູ່ບໍລິສັດ Nihon Plast ຈຳກັດຂອງຍີ່ປຸ່ນ ຢູ່ເມືອງ ບິ່ງຊວຽນ, ແຂວງ ວິ້ງຟູ໊ກ, ຖືກຕິດເຊື້ອພະຍາດເມື່ອພົບປະກັບຜູ້ຮ່ວມງານທີ່ພວມຕິດເຊື້ອ.

ກ່ອນໜ້ານັ້ນ, ກຳມະກອນຍິງຄົນນີ້ ພ້ອມກັບຜູ້ຮ່ວມງານອີກ 7 ຄົນໄດ້ຖືກຈັດສົ່ງໄປຝຶກງານຢູ່ ອູ່ຫັ້ນ, ປະເທດຈີນ, ກັບເມືອຫວຽດນາມ ໃນຖ້ຽວບິນດຽວກັນ ແລະ ຂີ່ລົດເມຮັບສົ່ງຂອງບໍລິສັດຄັນດຽວກັນ. ຄົນເຈັບຜູ້ນີ້ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍພະຍາດເຂດຮ້ອນສູນກາງ ສາຂາ ດົງແອັງ ແລະ ພວມມີອາການສຸຂະພາບປົກກະຕິດີ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.