ວັນຊາດເກົາຫຼີເໜືອ ປີນີ້ຈັດຍິ່ງໃຫ່ຍແຕ່ບໍ່ໂຊຂີປະນາວຸດຂ້າມທະວີບໃນງານ

09:27 | 10/09/2018

ຍສໝ - ເມື່ອວັນທີ່ 9 ກັນຍາ ກອງທັບປະຊາຊົນເກົາຫຼີ (ເຄພີເອ) ຈັດການເດີນຂະບວນພາເລດ ແລະ ການສວນສະໜາມຄັ້ງຍິ່ງໃຫຍ່ ທີ່ຈັດຕຸລັດຄິມ ອິລ ຊຸງ ໃນນະຄອນປຽງຢາງ, ເນື່ອງໃນວັນຊາດຂອງເກົາຫຼີເໜືອ ເຊິ່ງຈັດງານໃນປີນີ້ມີຄວາມຍິ່ງໃຫຍ່ຫຼາຍກວ່າປີທີ່ຜ່ານມາ ຈາກການທີ່ກົງກັບວາລະຄົບຮອບ 70 ປີແຫ່ງການສະຖາປະນາປະເທດ.

ວັນຊາດເກົາຫຼີເໜືອ ປີນີ້ຈັດຍິ່ງໃຫ່ຍແຕ່ບໍ່ໂຊຂີປະນາວຸດຂ້າມທະວີບໃນງານ

ທ່ານ ຄິມ ຈອງ-ອຶນ ຜູ້ນໍາສູງສຸດ ຂອງ ເກົາຫຼີເໜືອ.

ເມື່ອວັນອາທິດ, ເນື່ອງໃນວັນຊາດຂອງເກົາຫຼີເໜືອ ເຊິ່ງຈັດງານໃນປີນີ້ມີຄວາມຍິ່ງໃຫຍ່ຫຼາຍກວ່າປີທີ່ຜ່ານມາ ຍ້ອນກົງກັບວາລະຄົບຮອບ 70 ປີ ແຫ່ງການສະຖາປະນາປະເທດ ທີ່ມີຊື່ຢ່າງເປັນທາງການວ່າ: ສາທານະລັດ ປະຊາຊົນ ເກົາຫຼີ ແລະ ໃນຕອນຄໍ່າຄືນຂອງວັນດຽວກັນຈະມີການສະເແດງເທດສະການອາຣີຣັງ ຫຼື “ອາຣີຣັງເມສສເກມ” ຄັ້ງທໍາອິດໃນຮອບ 5 ປີດ້ວຍ.

ວັນຊາດເກົາຫຼີເໜືອ ປີນີ້ຈັດຍິ່ງໃຫ່ຍແຕ່ບໍ່ໂຊຂີປະນາວຸດຂ້າມທະວີບໃນງານ

ປະຊາຊົນເກົາຫຼີເໜືອເຂົ້າຮ່ວມງານເດີນຂະບວນສະເຫຼີມສະຫຼອງ ວັນຊາດ ຄົບຮອບ 70 ປີ ຢ່າງຍິ່ງໃຫຍ່.

ຂະນະທີ່ເຈົ້າໜ້າທີ່ລະດັບສູງຂອງລັດຖະບານປຽງຢາງເຂົ້າຮ່ວມງານກັນຢ່າງພ້ອມພຽງ ນໍາໂດຍ ທ່ານ ຄິມ ຈອງ-ອຶນ ຜູ້ນໍາສູງສຸດ ແລະ ທ່ານ ຄິມ ຢອງ-ນັມ ປະທານສະພາປະຊາຊົນສູງສຸດແຫ່ງຊາດ ຕະຫຼອດຈົນຜູ້ແທນກິດຕິມະສັກຈາກລັດຖະບານຕ່າງປະເທດ ໜຶ່ງໃນນັ້ນຄືທ່ານ ຫລີ່ ຈ້ານຊູ ປະທານສະພາປະຊາຊົນແຫ່ງຊາດຈີນ (ເອັນພີຊີ) ແລະ ສະມາຊິກອັນດັບ 3 ຈາກ 7 ອັນດັບຂອງຄະນະກໍາມະການປະຈໍາຂອງກົມການເມືອງແຫ່ງຄະນະກໍາມະການພັກຄອມມູນິດ ຫຼື ໂປລິດບູໂຣ ຊຸດທີ່ 19 ເຊິ່ງຢ້ຽມຢາມນະຄອນປຽງຢາງໃນຄັ້ງນີ້ໃນຖະນາຜູ້ແທນຂອງປະທານາທິບໍດີສີ ຈິ້ນຜິງ.

ວັນຊາດເກົາຫຼີເໜືອ ປີນີ້ຈັດຍິ່ງໃຫ່ຍແຕ່ບໍ່ໂຊຂີປະນາວຸດຂ້າມທະວີບໃນງານ

ຂະບວນທະຫານທີ່ງານສະເຫຼີມສະຫຼອງ ວັນຊາດເກົາຫຼີເໜືອ.

ແມ່ນວ່າເກົາຫຼີເໜືອຈັດການສວນສະໜາມສະແດງແສນຍານຸພາບຫຼາຍຄັ້ງໃນແຕ່ລະປີຈົນເກືອບກາຍເປັນ “ເລືື່ອງປົກກະຕິ” ແຕ່ກິດຈະກໍາໃນປີນີ້ແຕກຕ່າງຈາກທຸກຄັ້ງທີ່ຜ່ານມາ ໂດຍສະເພາະຢ່າງຍິ່ງຖືເປັນຄັ້ງທໍາອິດທີ່ບໍ່ມີຂະບວນພາເລດຂອງຂີປະນາວຸດຂ້າມທະວີບ (ໄອຊີບີເອັມ) ໃນຂະນະທີ່ຄວາມສໍາພັນລະຫວ່າງເກົາຫຼີເໜືອກັບເກົາຫຼີໃຕ້ໃນຕອນນີ້ ພັດທະນາຂື້ນສູ່ລະດັບດີ ໃນແບບທີ່ບໍ່ເຄີຍເກີດຂື້ນມາກ່ອນໂດຍມີການແລກປ່ຽນການຢ້ຽມຢາມເພື່ອຍົກລະດັບຄວາມສໍາພັນ ລະຫວ່າງເຈົ້າໜ້າທີ່ລະດັບສູງຂອງທັງສອງປະເທດຫຼາຍຄັ້ງຂື້ນ ເຊິ່ງລວມເຖິງການທີ່ທ່ານ ຄິມ ຈອງ-ອຶນ ສ້າງປະຫວັດສາດເປັນຜູ້ນຳສູງສຸດຂອງເກົາຫຼີເໜືອຄົນທໍາອິດ ຢ້ຽມຢາມເກົາຫຼີໃຕ້ຢ່າງເປັນທາງການ ເມື່ອທ້າຍເດືອນ ເມສາ ທີ່ຜ່ານມາ ແລະ ປະທານາທິດີມຸນ ແຈ-ອິນ ກຽມເປັນຜູ້ນໍາເກົາຫຼີໃຕ້ຄົນທີ່ 3 ທີ່ຈະຢ້ຽມຢາມນະຄອນປຽງຢາງໃນຊ່ວງກາງເດືອນນີ້.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.