ເຈລະຈາກ່ຽວກັບສົນທິສັນຍາສັນຕິພາບລະຫວ່າງ ລັດເຊຍ - ຍີ່ປຸ່ນ ຈະໄດ້ສືບຕໍ່ປະຕິບັດ

15:04 | 17/09/2018

ວັນທີ 16 ກັນຍາ, ໂຄສົກ ວັງ Kremlin ແຫ່ງສະຫະພັນ ລັດເຊຍ ທ່ານ Dmitry Peskov ຖະແຫຼງວ່າ.

ເຈລະຈາກ່ຽວກັບສົນທິສັນຍາສັນຕິພາບລະຫວ່າງ ລັດເຊຍ - ຍີ່ປຸ່ນ ຈະໄດ້ສືບຕໍ່ປະຕິບັດ

ພາບປະກອບ.

ການເຈລະຈາກ່ຽວກັບສັນທິສັນຍາສັນຕິພາບລະຫວ່າງ ລັດເຊຍ ແລະ ຍີ່ປຸ່ນ ຈະໄດ້ສືບຕໍ່ປະຕິບັດ ແລະ ແຕ່ລະຝ່າຍລ້ວນແຕ່ມີບັນດາຂອບເຂດຈຳກັດ ແລະ ສີສັນສະເພາະໃນການສຳພັດ, ແຕ່ກ່ຽວກັບດ້ານຍຸດທະສາດ, ການນຳ 2 ປະເທດໄດ້ຢືນຢັນເຈດຈຳນົງການຮ່ວມມື ເພື່ອລົງນາມໃນສັນທິສັນຍາສະບັບໃໝ່. ໃນບົດກ່າວຄຳເຫັນຊຶ່ງໄດ້ຖ່າຍທອດຜ່ານຊ່ອງໂທລະພາບ Rossuya 1, ທ່ານ Peskov ຊີ້ແຈ້ງວ່າ ບັນດາການເຈລະຈາຈະໄດ້ສືບຕໍ່ປະຕິບັດ. ເປັນທີ່ຈະແຈ້ງແລ້ວວ່າ ແຕ່ລະຝ່າຍລ້ວນແຕ່ມີຂອບເຂດຈຳກັດສະເພາະຍ້ອນບາງສາຍເຫດ, ມີສີສັນຫລາຍຢ່າງໃນການສຳພັດ, ແຕ່ວ່າ ກ່ຽວກັບດ້ານຍຸດທະສາດ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຢືນຢັນເຈດຈຳນົງກະທຳເພື່ອສົມທິສັນຍາສັນຕິພາບ.

(ແຫຼ່ງ​ຂໍ້​ມູນ​: vov5)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.