ຄະນະປະຕິບັດງານ ສູນກາງ ສະມາຄົມ ລາວ-ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ເຊີນລາ ສສ ຫວຽດນາມ

00:54 | 13/05/2019

ຍສໝ - ວັນທີ 25 ທັນວາ ຄະນະປະຕິບັດງານ ສູນກາງສະມາຄົມມິດຕະພາບ ລາວ-ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ ສສ ຫວຽດນາມ.

ຄະນະປະຕິບັດງານ ສູນກາງ ສະມາຄົມ ລາວ-ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ເຊີນລາ ສສ ຫວຽດນາມ

ບັນດາທ່ານຜູ້ແທນ ຢ້ຽມຢາມເຂດປູນີຍະສະຖານ ການປະຕິວັດ ຫວຽດນາມ-ລາວ ຢູ່ ບ້ານລາວໂກ ຕາແສງ ພຽງຂວ່າຍ (ອຽນເຈົາ)

ເວລາທີ່ດຳເນີນການຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງ ເຊີນລາ, ຄະນະໄດ້ເຂົ້າຢ້ຽມຢາມເຂດປູນີຍະສະຖານທາງປະຫວັດສາດ ດ້ານການປະຕິວັດ ຫວຽດນາມ-ລາວ ຢູ່ບ້ານ ລາໂກ, ຕາແສງ ພຽງຂວ່າຍ(ອຽນເຈົາ). ສະຖານທີ່ນີ້ແມ່ນເຕັມໄປດ້ວຍອະນຸສອນ ຂອງການເຄື່ອນໄຫວເຮັດການປະຕິວັດ ຂອງ ສະຫາຍ ໄກສອນ ພົມວິຫານ, ກໍ່ສ້າງທີ່ໝັ້ນການປະຕິວັດຂອງ ຂະບວນການລກຸຮື້ອາສາສະໝັກ ລາວ-ພາກເໜືອ, ສ້າງຕັ້ງ ທະຫານ ອິດສະຫຼະ ເປັນກອງທະຫານທຳອິດ ຂອງກອງທັບປະຊາຊົນລາວ ປະຈຸບັນ, ສະແດງຄວາມຮູ້ບຸນຄຸນເຖິງຄຸນງາມຄວາມດີຂອງ ສະຫາຍ ຈ່າງ ລາວໂກ ທີ່ມີຕໍ່ກັບການປະຕິວັດຂອງສອງປະເທດ ຫວຽດນາມ-ລາວ.

ພ້ອມກັນນັ້ນ ນີ້ກໍ່ແມ່ນສະຖານທີ່ເກັບຮັກສາ ອະນຸສອນດ້ານວັດຖຸ ທີ່ມີຄ່າ ດ້ານປະຫວັດສາດ, ຄວາມແໜ້ນແຟ້ນທາງສາຍເລືອດ ຂອງຄວາມສາມັກຄີ ຕໍ່ສູ້ ລະຫວ່າງ ຫວຽດນາມ-ລາວ ເວົ້າລວມ ແລະ ປະຊາຊົນບັນດາເຜົ່າຂອງແຂວງເຊີນລາ ກັບ ບັນດາແຂວງພາກເໜືອຂອງລາວ ເວົ້າສະເພາະ ໃນການຕໍ່ສູ້ຕ້ານຈັກກະພັດ ຝລັ່ງ ແລະ ປົກປັກຮັກສາປະເທດຊາດ. ນອກນີ້ຄະນະຍັງໄດ້ເຂົ້າຢ້ຽມຊົມ ອານຸສາວະລີ ມິດຕະພາບ ຫວຽດນາມ-ລາວ, ເຮືອນວາງສະແດງ ຮູບພາບ, ເອກກະສານ, ວັດຖຸທີ່ສຳຄັນ ກ່ຽວຂ້ອງກັບ ນຳ້ໃຈມິດຕະພາບ ຫວຽດນາມ-ລາວ, ເຂົ້າໄຫ້ວອາໄລ ແລະ ຖະຫວາຍທູບທຽນ ຕໍ່ໜ້າ ອະນຸສາວະລີ ຂອງປະທານ ໂຮ່ຈີ໋ມິງ ແລະ ປະທານ ໄກສອນ ພົມວິຫານ, ຢ້ຽມຊົມສິລາຈາລຶກກ່ຽວກັບປູນີຍະສະຖານ, ຢ້ຽມຊົມເຮືອນຮັບແຂກ ເຂດສຶກສາອົບຮົມມູນເຊື້ອ... ທີ່ເຂດປູນີຍະສະຖານແຫ່ງນີ້ບັນດາຜູ້ແທນໄດ້ຮ່ວມກັນຫວນຄືນວັນປະຫວັດສາດ ຂອງການຕໍ່ສູ້ປົກປັກຮັກສາ ແລະ ສ້າງສາ ປະເທດຊາດ ອັນສະຫງ່າລາສີຂອງ ທັງສອງຊົນເຜົ່າ, ສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ, ຈິດໃຈຊື່ສັດຕໍ່ກັນ ຂອງ ສອງປະເທດ ຫວຽດນາມ-ລາວ.

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ຄະນະປະຕິບັດງານ ຂອງສູນກາງ ສະມາຄົມມິດຕະພາບ ລາວ-ຫວຽດນາມ ໄດ້ເກັບກຳຂໍ້ມູນ ກ່ຽວກັບການເຄື່ອນໄຫວເຮັດການປະຕິວັດ ຂອງປະທານ ໄກສອນ ພົມວິຫານ ຮ່ວມກັບ ກຳລັງອາສາສະໝັກ ລາວ-ພາກເໜືອ ໄລຍະປີ 1948-1951; ການຊ່ວຍເຫຼືອຂອງ ຈ່າງລາວໂກ ແລະ ປະຊາຊົນ ບ້ານພຽງຊາ (ປະຈຸບັນແມ່ນ ບ້ານ ລາວໂກ) ຕາແສງ ພຽງຂວ່າຍ (ອຽນເຈົາ) ແກ່ພະນັກງານປະຕິວັດລາວ. ພ້ອມກັນນັ້ນ ກໍ່ຮຽນຮູ້ວິທີວາງສະແດງ ວັດຖຸປະຫວັດສາດ ຢູ່ ບັນດາ ຫໍພິພິດທະພັນ ຢູ່ ຫວຽດນາມ. ເພື່ອກັບໄປສ້າງ ແລະ ປັບປຸງ ບັນດາຂໍ້ມູນເອກກະສານປະຫວັດສາດ ປະກອບສ່ວນເຂົ້າໃນການເປີດກວ້າງ ແລະ ສ້າງຫໍພິພິດທະພັນ ໄກສອນ ພົມວິຫານ ແລະ ຫໍພິພິດທະພັນ ອື່ນໆ ຢູ່ ສປປ ລາວ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.