ອີລອນ ມັດ ​ເຈົ້າ​ຂອງ Tesla ສະເໜີເຕັກໂນໂລຊີ ສຳຫຼວດອະວະກາດຊວ່ຍ 13 ຊີ​ວິດ ອອກຈາກ ຖຳ້ຫຼວງ-ຂຸນ​ນາງນອນ

16:46 | 06/07/2018

ອີລອນ ມັດ ສົ່ງທີມໂອ້ລົມລັດຖະບານໄທ ສະເໜີໃຫ້ຄວາມຊວ່ຍເຫຼືອພາ ສະມາຊກິທີມບານເຕະໝູປ່າ ອະຄາເດມີ ແລະ ຄູຝືກອອກມາຈາກ ຖຳ້ຫຼວງ-ຂຸນນາງນອນ ດວ້ຍເຕັກໂນ ໂລຊີສຳຫຼວດອະວະກາດ ຊ່ວຍລະບຸຕຳແໜ່ງ , ຂູດເຈາະອຸໂມງ ໃນຂະນະທີ່ປະທານ ຟີຟາ (FIFA) ສົ່ງຈົດໝາຍເຊີນ 13 ຊີວິດຮ່ວມ ຊົມບານໂລກນັດຊີງຊະນະເລີດ ທີ່ມອດສະໂຄ.

ອີລອນ ມັດ ​ເຈົ້າ​ຂອງ Tesla  ສະເໜີເຕັກໂນໂລຊີ ສຳຫຼວດອະວະກາດຊວ່ຍ 13 ຊີ​ວິດ ອອກຈາກ ຖຳ້ຫຼວງ-ຂຸນ​ນາງນອນ

​ອີ​ລອນ ມັດ ເຈົ້າ​ຂອງ ບໍ​ລິ​ສັດ Tesla ພັດ​ທະ​ນາ​ລົດ​ໄຟ​ຄວາມ​ໄວ​ສູງ ແລະ ທ່ອງ​ທ່ຽວ​ອາ​ວາ​ກາດ.

ອີລອນ ມັດ ​ເຈົ້າ​ຂອງ Tesla ສະເໜີເຕັກໂນໂລຊີ ສຳຫຼວດອະວະກາດ

ສຳ​ນັກ​ຂ່າວ Bloomberg ລາຍ​ງານ​ວ່າ ໂຄ​ສົກ​ຂອງ ທ່ານ ອີ​ລອນ ມັ​ສ ມະ​ຫາ​ເສດ​ຖີ ເຈົ້າ​ຂອງ ບໍ​ລິ​ສັດ ເທ​ດ​ສ​ລາ ແລະ ສະ​ເປດ​ສ​ເອັກ​ສ ອອກ​ຖະ​ແຫຼງ​ການ​ລະ​ບຸ​ວ່າ: ຂະ​ນະ​ນີ້​ຄະ​ນະ​ຕົວ​ແທນ​ຂອງ ທ່ານ ມັ​ສ ກຳ​ລັງ​ຢູ່​ໃນ​ຂັ້ນ​ຕອນ​ການ​ເຈ​ລະ​ຈາ​ກັບ ລັດ​ຖະ​ບານ​ໄທ ວ່າ​ດ້ວຍ​ການ​ສະ​ເໜີ ໃຫ້​ຄວາມ​ຊ່ວຍ​ເຫຼືອ​ພາ​ນ້ອງໆ ສະ​ມາ​ຊິກ​ທີມ​ເຕະ​ບານ​ໝູ​ປ່າ​ອະ​ຄາ​ເດ​ມີ້ ແລະ ຄູ​ຝຶກ 13 ຄົນ​ອອກ​ມາ​ຈາກ​ຖ້ຳ​ຫຼວງ-ຂຸນ​ນ້ຳ​ນາງນອນ ແຂວງ ຊຽງ​ລາຍ. ໂດຍ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ ສຳ​ຫຼວດ​ອາ​ວາ​ກາດ ໃນ​ການ​ລະ​ບຸ​ຕຳ​ແໜ່ງ ແລ​ະ ຂຸດ​ເຈະ​ອຸ​ໂມງ​ຈາກ Boring Co. ແລະ ເຕັກ​ໂນ​ໂລ​ຊີ ແບັດ​ເຕີ​ລີ້ ສັກ​ກະ​ຍາ​ພາບ​ສູງ​ທີ່​ເອີ້ນ​ວ່າ Power wall ຈາກ Tesla Inc.

ອີລອນ ມັດ ​ເຈົ້າ​ຂອງ Tesla  ສະເໜີເຕັກໂນໂລຊີ ສຳຫຼວດອະວະກາດຊວ່ຍ 13 ຊີ​ວິດ ອອກຈາກ ຖຳ້ຫຼວງ-ຂຸນ​ນາງນອນ

ພາບ​ຈາກ​ທະ​ວິດ​ເຕີ້​ຂອງ ອີ​ລອນ ມັດ


ຄະ​ນະ​ທີ່ ທ່ານ ອີ​ລອນ ມັ​ດ ໂພດ​ສ ຂໍ້​ຄວາມ​ໃນ​ທະ​ວິດ​ເຕີ້ ເມື່ອ​ 2 ມື້​ກ່ອນ ວ່າ​ຕົນ​ເອງ​ຮູ້​ດີ​ວ່າ ລັດ​ຖະ​ບານ​ໄທ ສາ​ມາດ​ຈັດ​ການ​ກັບ​ສະ​ຖາ​ນະ​ການ​ນີ້​ໄດ້ ແຕ່​ຫາກວ່າ​ຕົນ​ເອງ​ສາ​ມາດ​ຊ່ວຍ​ເຫຼືອ​ໄດ້​ບໍ່​ທາງ​ໃດ​ກໍ່​ທາງ​ໜື່ງ ກໍ່​ຕ້ອງ​ການ​ຈະ​ຊ່ວຍ. ຢ່າງ​ໃດ​ກໍ່​ຕາມ ຫຼັງ​ຈາກ​ການ​ຖະ​ແຫຼງ​ຂອງ​ໂຄ​ສົກ​ຂອງ​ທ່ານ ອີ​ລອນ ມັດ​ສ ທາງ​ການ​ໄທ ຍັງ​ບໍ່​ທັນ​ໄດ້​ສະ​ແດງ​ການ​ຕອບ​ຮັບ ຫຼື ປະ​ຕິ​ເສດ​ແຕ່​ຢ່າງ​ໃດ.

ອີລອນ ມັດ ​ເຈົ້າ​ຂອງ Tesla  ສະເໜີເຕັກໂນໂລຊີ ສຳຫຼວດອະວະກາດຊວ່ຍ 13 ຊີ​ວິດ ອອກຈາກ ຖຳ້ຫຼວງ-ຂຸນ​ນາງນອນ

ທ່ານ ຈາ​ນ​ນີ ອີນ​ຟານ​ຕີ​ໂນ ປະ​ທານ​ສະ​ຫະ​ພັນ ເຕະ​ບານ​ສາ​ກົນ ຟີ​ຟ້າ.

ຟີ​ຟ້າ ເຊີນ 13 ຊີ​ວິດ​ທີມ ໝູ​ປ່າ​ອາ​ຄາ​ເດມີ້ ເບິ່ງ​ນັດ​ຊີງ ບານ​ໂລກ 2018

ດ້ານ ທ່ານ ຈາ​ນ​ນີ ອີນ​ຟານ​ຕີ​ໂນ ປະ​ທານ​ສະ​ຫະ​ພັນ ເຕະ​ບານ​ສາ​ກົນ ຫຼື ຟີ​ຟ້າ ສົ່ງ​ຈົດ​ໝາຍ​ເຖິງ ພົນ​ຕຳ​ຫຼວດ​ເອກ ສົມ​ຍົດ ພຸ້ມ​ພັນ​ມ້ວງ ນາ​ຍົກ​ສະ​ມາ​ຄົມ ກິ​ລາ​ບານ​ເຕະ​ແຫ່ງ​ຊາດ​ໄທ ເພື່ອ​ຮ່ວມ​ສະ​ແດງ​ຄວາມ​ຍິນ​ດີ​ທີ່​ໄດ້​ພົບ​ນັກ​ເຕະ​ເຍົາ​ວະ​ຊົນ ແລະ ຄູ​ຝຶກ​ສອນ ທີມ​ໝູ​ປ່າ​ອາ​ຄາ​ເດມີ້ ແມ່​ສາຍ ທັງ 13 ຄົນ, ຫຼັງ​ຈາກ​ທີ່​ຕິດ​ຕາມ​ຢູ່​ໃນ​ຖ້ຳ​ຫຼວງ-ຂຸນ​ນາງນອນ ແຂວງ​ຊຽງ​ລາຍ​ດົນ​ກວ່າ 1 ອາ​ທິດ.

ທັງ​ນີ້ ໃນ​ນາມ ຕົວ​ແທນ​ຊຸມ​ຊົນ​ບານ​ເຕະ​ນາ​ນາ​ຊາດ, ຈານ​ນີ ຟານ​ຕິ​ໂນ​ໄດ້​ຮ່ວມ​ສະ​ແດງ​ຄວາມ​ເຫັນ​ໃຈ ແລະ ຂໍ​ພາ​ວະ​ນາ​ຮ່ວມ​ກັບ​ທຸກ​ຄອບ​ຄົວ ແລະ ຊຸມ​ຊົນ ຫວັງ​ວ່າ​ພວ​ກ​ເຂົາ​ຈະ​ຄືນ​ສູ່​ອ້ອມກອດ​ຂອງ​ຄົນ​ທີ່​ເປັນ​ທີ່​ຮັກ ຈົນ​ກັບ​ມາ​ແຂງ​ແຮງ ແລະ ມີ​ຄວາມ​ໝັ້ນ​ໃຈ​ອີກ​ຄັ້ງ . ພ້ອມ​ກັບ​ລະ​ບຸ​ວ່າ ທາງ ຟີ​ຟ້າ ຍິນ​ດີຢ່າງ​ຍິ່ງ​ທີ່​ຈະ​ເຊີນ​ພວກ​ເຂົາ​ຮ່ວມ​ຊົມ​ເຕະ​ບານ​ໂລກ 2018 ຮອບ​ຊີງ​ຊະ​ນະ​ເລີດ (15 ກໍ​ລະ​ກົດ) ທີ່ ມອດ​ສະ​ໂຄ ໃນ​ຖາ​ນະ​ແຂກ ພ້ອມ​ຫວັງ​ດ້ວຍ​ໃຈ​ຈິງວ່າ ພວກ​ເຂົາ​ຈະ​ສາ​ມາດ ມາ​ຮ່ວມ​ກັບ​ຕົນ​ເອງ ໃນ​ນັດ​ຊີ​ຊະ​ນ​ນະ​ເລີດ ເຊິ່ງ​ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ ຈະ​ເປັນ​ຊ່ວງ​ເວ​ລາ​ອັນ​ສວຍ​ງາມ​ຂອງ​ການ​ມີ​ສ່ວນ​ຮ່ວມ ແລະ ການ​ສະ​ເຫຼີມ​ສະ​ຫຼອງ​ຄັ້ງ​ໜຶ່ງ​ເລີຍ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.