ທ່ານ Erdogan ປະ​ກາດ​ວ່າ​ຕົນ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຕຸ​ລະ​ກີ

12:48 | 25/06/2018

ຍ​ສ​ໝ - ມື້​ວານນີ້, ປະ​ທາ​ນາ​ທິ​ບໍ​ດີ ຕຸ​ລະ​ກີ Recep Tayyip Erdogan ໄດ້​ຖະ​ແຫຼງ​ການ​ວ່າ​ໄດ້​ຮັບ​ໄຊ​ຊະ​ນະ ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຄັ້ງ​ນີ້.

ທ່ານ Erdogan ປະ​ກາດ​ວ່າ​ຕົນ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ຕຸ​ລະ​ກີ

ທ່ານ Erdogan ​​ປະ​ກາດ​ວ່າ​ໄດ້ຮັບ​ການ​ເລືອກ​ຕັ້ງ​ໃຫ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີ.

ປາ​ໄສ​ຕໍ່​ໜ້າ​ປະ​ຊາ​ຊົນ ທີ່ ນະ​ຄອນ​ຫຼວງ ອິ​ດ​ສະ​ຕັ້ນ​ບູນ , ທ່ານ Erdogan ໄດ້​ກ່າວ​ວ່າ: "ຜົນການ​ນັບ​ຄະ​ແນນ​ສຽງ ທີ່​ຍັງບໍ່ທັນເປັນທາງການ ຂອງການເລືອກຕັ້ງ ໄດ້້​ເລີ່ມທີ່​ຈະຊັດເຈນຂື້ນ , ໃນ​ນັ້ນ...ຂ້າ​ພະ​ເຈົ້າ ໄດ້ຮັບຄວາມ​ໄວ້​ວາງ​ໃຈ ແລະ ມອບ​ພາ​ລະ​ກິດ ໃຫ້​ຂ້າ​ພະ​ເຈົ້າ​ເປັນ ປະ​ທາ​ນາ​ທິ​ບໍ​ດີ. "

ທ່ານ Erdogan ຍັງ​ໄດ້ກ່າວຕື່ມ​ອີກວ່າ: ສະ​ຫະ​ພາບ ໂດຍ​ຂື້ນ​ກັບ ພັກ ຢຸດ​ຕິ​ທຳ ແລະ ພັດ​ທະ​ນາ(AKP) ທີ່​ທ່ານ​ເປັນ​ຫົວ​ໜ້າ​ພັກ ໄດ້​ຮັບ ໄຊ​ຊະ​ນະ ຍາດ​ໄດ້​ສຽງ​ສ່ວນ​ຫຼາຍ​ໃນ​ສະ​ພາ​ແຫ່ງ​ຂອງ​ປະ​ເທດ.

ອີງຕາມການ​ລາຍ​ງານ​ຂອງ ສຳ​ນັກ​ຂ່າວ ລັດ​ຖະ​ບານ Anadolu, ດ້ວຍ​ຄະ​ແນນ​ສຽງ 98% ທີ່​ຖືກ​ຕ້ອງ ແລະ​ສາມ​ນັບ​ໄດ້ , ທ່ານ Erdogan ໄດ້ຮັບ​ຄະ​ແນນ​ສຽງ​ເຖິງ 52.5% ຂອງບັດ​ທີ່​ລົງ​ຄະ​ແນນ​ສຽງໃນການເລືອກຕັ້ງປະທານາທິບໍດີຄັ້ງ​ນີ້.

ຄູ່ແຂ່ງຫຼັກຂອງທ່ານ Erdogan ຄືທ່ານ Muharrem Ince ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ (CHP) ໄດ້ຮັບ​ຄະ​ແນນ​ສຽງພຽງແຕ່ 31% ເທົ່ານັ້ນ.

ເຂົ້າ​ຮ່ວມ​ລົງ​ຮັບ​ສະ​ໝັກ​ເລືອກ​ຕັ້ງ ປະທານາທິບໍດີ ຕູ​ລາ​ກີ ລວມທັງໝົດ 6 ຄົນດ້ວຍ​ກັນ, ປະ​ກອບ​ມີ ປະທານາທິບໍດີ Erdogan ຂອງ ພັກ AKP; ທ່ານ Muharrem Ince ຫົວ​ໜ້າ​ພັກ CHP; ທ່ານ Merchant Aksener ຫົວ​ໜ້າ​ພັກ Iyi ; ທ່ານ Selahattin Demirtas ຫົວ​ໜ້າ​ພັກ HDP ; ທ່ານ Temel Karamollaoglu - ຜູ້ຕາງຫນ້າຂອງພັກ Saadet (SP) ຝ່າຍອິດສະລາມ- ປະຊາທິປະໄຕ ແລະ ຜູ້​ນຳ​ພັກ ຮັກ​ຊາດ (VP)ຢືດ​ແນວ​ທາງ ລັດ​ຖິ​ຊົນ​ເຜົ່າ Dogu Perincek.

ໃນຂະນະດຽວກັນ, ການເລືອກຕັ້ງສະ​ມາ​ຊິກສະພາແຫ່ງຊາດ ເລືອກເອົາ ສະມາຊິກສະພາຈຳ​ນວນ 600ຄົນ, ເພີ່ມຂຶ້ນ 50 ຄົນ ເມື່ອທຽບໃສ່ກັບກ່ອນມີການປັບປຸງລັດຖະທໍາມະນູນ. ນີ້ແມ່ນການແຂ່ງຂັນກັນ ລະຫວ່າງສອງພັກ​ກຳ​ອຳ​ນາດ​ທີ່​ໃຫຍ່​ທີ່​ສຸດໃນປະເທດ ຕຸລະກີ ໃນ​ປະ​ຈຸ​ບັນ, ເຊິ່ງ​ປະ​ກອບມ​ມີ ສະ​ຫະ​ພັນ​ປະ​ສົມ​ຂອງ AKP – MHP ແລະ ສະ​ຫະ​ພັນ​ປະ​ສົມຂອງ CHP, Iyi ແລະ SP.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.