ເລີ່ມຕົ້ນການເຈລະຈາກ່ຽວກັບການຮ່ວມມືດ້ານເສດຖະກິດ ແຫຼມເກົາຫຼີ

16:33 | 26/06/2018

ຍ​ສ​ໝ - ອີງຕາມສຳນັກຂ່າວ ຊິນຫົວ, ຢອນຮັບ ແລະ ສຳນັກຂ່າວຫວຽດນາມ, ໃນວັນທີ 25 ມິຖຸນາ, ເກົາຫລີໃຕ້ໄດ້ໃຫ້ຮູ້ວ່າ ຈະເລີ້ມການເຈລະຈາ ລະດັບຜູ້ຊ່ຽວຊານກັບເກົາຫລີເຫນືອກ່ຽວກັບ ໂຄງການເສດຖະກິດ ສອງຝ່າຍ, ເພື່ອຈັດຕັ້ງປະຕິບັດສັນຍາທີ່ໄດ້ບັນລຸໃນກອງປະຊຸມສຸດຍອດ ຂອງແຫຼມເກົາຫຼີ ໃນວັນທີ 27 ເມສາທີ່ຜ່ານມາ.

ເລີ່ມຕົ້ນການເຈລະຈາກ່ຽວກັບການຮ່ວມມືດ້ານເສດຖະກິດ ແຫຼມເກົາຫຼີ

ທີ່ກອງ​ປະ​ຊຸມ​ເຈ​ລະ​ຈາ ສະ​ພາ​ກາ​ແດງ ຂ້າ​ມ​ສະ​ໝຸດ​ເກົາ​ຫຼີ ຢູ່ Kumgang ເກົາ​ຫຼີ​ເໜືອ.

ຫຼັງ​ຈາກນັ້ນ, ທັງສອງປະ​ເທດເກົາຫຼີ ໄດ້ຈັດກອງປະຊຸມ ໃນວັນທີ 25 ມິຖຸນາ ທີ່ເຂດ​ສະ​ຫງົບ​ເສິກ Panmunjom ເພື່ອປຶກສາຫາລືກ່ຽວກັບການເຊື່ອມຕໍ່ ແລະ ຫັນ​ໃຫ້ທັນສະໄຫມ ເສັ້ນທາງລົດໄຟຂ້າມ ຊາຍແດນ. ຕໍ່ຈາກນັ້ນ, ​ຈະ​ຈັດ​ຕັ້ງ​ການເຈລະຈາກ່ຽວ​ກັບ​ການ​ຮ່​ວມ​ມື ທາງ​ບົກ ຂຶ້ນໃນວັນທີ 28 ມິຖຸນາ ທີ່ Panmunjom. ນອກຈາກນັ້ນ, ກອງປະຊຸມປືກ​ສາ​ຫາ​ລື ລະຫວ່າງສອງເກົາຫຼີ ກ່ຽວກັບການຮ່ວມມືທາງ​ກະ​ສິ​ກຳປ່າໄມ້ຈະຈັດຂຶ້ນ ໃນວັນທີ 4 ກໍລະກົດນີ້.

*ໃນມື້ດຽວກັນ, ເກົາຫລີໃຕ້ ໄດ້ເລີ່ມຕົ້ນຂະບວນການເລືອກ ພໍ່​ແມ່ປະຊາຊົນຜູ້​ໃດ​ທີ່​ຈະ​ໄດ້ພົບກັບຍາດຕິພີ່ນ້ອງ ໃນເກົາຫຼີເໜືອ ໃນລະຫວ່າງການໂຮມຊຸມນຸມຄອບຄົວທີ່ຖືກ​ແບ່ງ​ແຍກ ຢູ່ ເຂດ ລີ​ສອດ ເທິງ​ພູ Kumgang ແຕ່ວັນທີ 20 ຫາ 26 ສິງຫາ.

*ໃນວັນທີ 25 ມິຖຸນາ ວັນຄົບຮອບ 68 ປີ ວັນ​ເລີ່ມຂອງສົງຄາມເກົາຫຼີເໜືອ (25 ມິຖຸນາ 1950 - 25 ມິຖຸນາ 2018) ນາຍົກລັດຖະມົນຕີ ລີ ນັກ​ຢອນ, ອີກ​ຄັ້ງ​ໜື່ງ​ໄດ້ ຢັ້ງຢືນວ່າ ຄວາມຕັດ​ສິນໃຈ ແລະ​ ຕັດ​ສິນ​ໃຈ ຂອງລັດຖະບານ. ເກົາຫລີໃຕ້ ເພື່ອແນ​ໃສ ປົດ​ອາ​ວຸດ​ນິວ​ເຄຼຍ​ຢູແຫຼມເກົາຫຼີ ແລະ ສ້າງສັນ​ຕິ​ພາບ​ຢູ່​ທີ່ນີ້. ນາ​ຍົກລັດຖະມົນ​ຕີເກົາຫຼີ ລີ ນັກ​ຢອນ ໄດ້​ເວົ້າ​ຢ່າງ​ຈະ​ແຈ້ງວ່າ: ລັດ​ຖະ​ບານ ເກົາ​ຫຼີ​ໃຕ້ ຈະເຄື່ອນ​ໄຫວເພື່ອເປົ້າຫມາຍຂອງການສ້າງສັນຕິພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ​ເທິງ​ແຫຼມ​ແຫຼມເກົາຫຼີ ດ້ວຍຄວາມຈິງໃຈ ແລະ ຄວາມອົດທົນ ເຖິງແມ່ນວ່າຈະມີອຸປະສັກໃດໆກໍ່​ຕາມ. "

*ວັນທີ 25 ມິຖຸນາ, ​ປຽງ​ຢາງ ໄດ້​ຈັດ​ຕັ້ງ​ພິ​ທີ ສະຫຼອງຄົບຮອບ 68 ປີວັ​ນ​ເລີ່ມຂອງສົງຄາມເກົາຫຼີເໜືອ. ສິ່ງໜ້າ​ສົນ​ໃຈ​ແມ່ນ​ວ່າ: ໃນມື້ນັ້ນ ບັນ​ດາ​ສະ​ຖານ​ນີ​ໂທ​ລະ​ພາບ ແລະ ອົງ​ການ​ສື່​ສ່ານມວນ​ຊົນ​ຂອງເກົາ​ຫຼື​ເໜືອ ບໍ່​ໄດ້​ເອົາຂໍ້ມູນຂ່າວ​ສານກ່ຽວກັບການໂຄສະນາຕ້ານອາເມຣິກາຂື້ນ​ເຊັ່ນທຸກໆປີຜ່ານ​ມາ. ນີ້ອີງ​ຕາມ​ການ​ວິ​ເຄາະ​ຂອງ ນີ້ອາດເປັນສ່ວນຫນຶ່ງຂອງຄວາມພະຍາຍາມຂອງລັດຖະບານເກົາຫຼີເໜືອ ເພື່ອຮັກສາ ຄວາມມາ​ນະ​ພະ​ຍາ​ຍາມ​ທາງດ້ານການທູດຂອງສອງປະເທດ, ໂດຍສະເພາະ ຫຼັງຈາກກອງປະຊຸມ ສຸດຍອດ ລະຫວ່າງ ປະທານາທິບໍດີ ໂດ​ນັນ ທຼຳ ແລະ ຜູ້ນໍາ ກີມ ຈອງ​ອູນ ຢູ ສິງກະໂປ ເມື່ອບໍ່​ດົນມານີ້.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.