ບັນຫານິວເຄຼຍ ອີຣານ: ອີຣານ ຊອກຫາທິດທາງ “ອອກແບບ” ຂໍ້ຕົກລົງນິວເຄຼຍ ຄືນໃໝ່

15:30 | 14/05/2018

ຄຳຕັດສິນຂອງ ອາເມລິກາ ຖອນຕົວອອກຈາກ JCPOA ແມ່ນ “ການກະທຳລະເມີດຄຸນສົມບັດ ແລະ ໄປຝືນກັບບັນດາຂໍ້ກຳນົດສາກົນ”.

ບັນຫານິວເຄຼຍ ອີຣານ: ອີຣານ ຊອກຫາທິດທາງ “ອອກແບບ” ຂໍ້ຕົກລົງນິວເຄຼຍ ຄືນໃໝ່

ທ່ານປະທານາທິບໍດີ ອີຣານ Hassan Rouhani, (ພາບ: EPA-EFE/TTXVN)

ວັນທີ 13 ພຶດສະພາ, ທ່ານປະທານາທິບໍດີ ອີຣານ Hassan Rouhani ຢັ້ງຢືນຄືນໃໝ່ວ່າ ຖ້າຫາກວ່າຜົນປະໂຫຍດຂອງປະເທດໄດ້ຮັບການປົກປ້ອງນັ້ນ, ເຕເຮຣານ ຍັງຄົງຮັກສາຄຳໝັ້ນສັນຍາສຳລັບຂໍ້ຕົກລົງນິວເຄຼຍທີ່ມີຊື່ວ່າ ແຜນການເຄື່ອນໄຫວລວມຮອບດ້ານ (JCPOA) ເຊິ່ງປະເທດນີ້ລົງນາມເມື່ອປີ 2015 ກັບກຸ່ມ P5+1 (ເຊິ່ງລວມມີ: 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງ ສປຊ ແມ່ນ: ອັງກິດ, ຈີນ, ຝລັ່ງ, ລັດເຊຍ ແລະ ອາເມລິກາ, ພ້ອມກັບ ເຢຍລະມັນ). ໃນຖະແຫຼງການທີ່ໄດ້ຍົກອອກມາໃນຊ່ອງໂທລະພາບແຫ່ງຊາດ, ທ່ານ Rouhani ເນັ້ນໜັກວ່າ: ຄຳຕັດສິນຂອງ ອາເມລິກາ ຖອນຕົວອອກຈາກ JCPOA ແມ່ນ “ການກະທຳລະເມີດຄຸນສົມບັດ ແລະ ໄປຝືນກັບບັນດາຂໍ້ກຳນົດສາກົນ”. ກ່າວຄຳເຫັນໃນການພົບປະກັບທ່ານປະທານາທິບໍດີ ສີລັງກາ Maithripala Sisirena ພວມຢູ່ຢ້ຽມຢາມ ອີຣານນັ້ນ, ທ່ານ Rouhani ຊີ້ແຈ້ງວ່າ: ຖ້າຫາກ 5 ປະເທດທີ່ຍັງເຂົ້າຮ່ວມ JCPOA ສືບຕໍ່ປະຕິບັດຂໍ້ຕົກລົງນີ້, ອີຣານ ກໍ່ຍັງຮັກສາຄຳໝັ້ນສັນຍາຂອງຕົນໂດຍບໍ່ຫົວຊາຕໍ່ເລື່ອງ ອາເມລິກາ ຕັດສິນໃຈຖອນຕົວອອກຈາກຂໍ້ຕົກລົງນີ້.

(ແຫຼ່ງ​ຂໍ້​ມູນ​: vov5)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.