UN ບໍ່ຍອມຮັບຄໍາປະນາມກຸ່ມຮາມາສ ຂອງ ສ.ອາເມຣິກາ ທີ່ຕ້ອງການປົກປ້ອງອິດສະຣາແອນ

11:09 | 04/06/2018

ກອງປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ໄດ້ລົງຄະແນນສຽງຕໍ່ຮ່າງມະຕິທີ່ ສະເໜີໂດຍສະຫະລັດ ອາເມຣິກາ ທີ່ ຕ້ອງການປະນາມສະຖານະການຄວາມຮຸນແຮງໃນເຂດ ກາຊາ ວ່າເປັນຜົນ ມາຈາກການກະທໍາຂອງກຸ່ມຮາມາສ ແລະ ປົກປ້ອງ ອິດສະຣາແອນ ບໍ່ ໄດ້ຮັບການຮອບຮອງ ໂດຍມີການງົດອອກສຽງ 11 ສຽງ, ຄັດຄ້ານ 3 ສຽງ.

UN ບໍ່ຍອມຮັບຄໍາປະນາມກຸ່ມຮາມາສ ຂອງ ສ.ອາເມຣິກາ ທີ່ຕ້ອງການປົກປ້ອງອິດສະຣາແອນ

ສຳນັກຂ່າວຕ່າງປະເທດລາຍງານເມື່ ວັນທີ1 ມິຖຸນາ 2018 ທີ່ ຜ່ານມາວ່າ: ກອງປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ໄດ້ລົງຄະແນນສຽງຕໍ່ຮ່າງມະຕິທີ່ ສະເໜີໂດຍສະຫະລັດ ອາເມຣິກາ ທີ່ ຕ້ອງການປະນາມສະຖານະການຄວາມຮຸນແຮງໃນເຂດກາຊາ ວ່າເປັນຜົນ ມາຈາກການກະທໍ າຂອງກຸ່ມຮາມາສ ແລະ ປົກປ້ອງອິດສະຣາແອນ ບໍ່ ໄດ້ຮັບການຮອບຮອງ ໂດຍມີການງົດອອກສຽງ 11 ສຽງ, ຄັດຄ້ານ 3 ສຽງ ຄື: ໂບລີວີ, ກູເວດ ແລະ ລັດເຊຍເຊິ່ງເປັນສະມາຊິກຖາວອນ ບໍ່ ຜ່ານຮ່າງມະຕິ​ດັ່ງກ່າວ, ເຊິ່ງການປະນາມກຸ່ມຮາມາສວ່າເປັນຜູ້ຢູ່ເບື້ອງ​ຫຼັງສະຖານະການ ຄວາມຮຸນແຮງໃນເຂດກາຊາ ທີ່ ແກ້ຍາວມາໄດ້ປະມານ 2 ເດືອນແລ້ວນັ້ນ ເພາະຕ້ອງການຢືນຢັນວ່າອິດສະຣາແອນໃຊ້ສິດຕາມກົດໝາຍໃນການ ປົກປ້ອງເຂດແດນ ແນ່ນອນວ່າມີພຽງສະຫະລັດ ອາເມຣິກາ ເທົ່ ານັ້ນທີ່ ຍົກມືສະໜັບສະໜູນຮ່າງມະຕິຂອງຕົນເອງ ແລະ ທ່ານ ນາງ ນິກກີເຮລີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈໍ າສະຫະປະຊາຊາດ ກ່າວຕໍ າໜິກອງປະຊຸມວ່າ ມີອັກຄະຕິຕໍ່ອິດສະຣາແອ​ນ.

UN ບໍ່ຍອມຮັບຄໍາປະນາມກຸ່ມຮາມາສ ຂອງ ສ.ອາເມຣິກາ ທີ່ຕ້ອງການປົກປ້ອງອິດສະຣາແອນ

ແຕ່ກ່ອນໜ້ານັ້ນພຽງບໍ່ ພໍເທົ່າໃດນາທີທ່ານນາງ ນິກກີເຮລີໃນຖານະຜູ້ແທນຂອງສະຫະລັດ ອາເມຣິກາ ເຊິ່ງເປັນສະມາຊິກຖາວອນ ໄດ້ໃຊ້ສິດ ຢຸດຢັ້ງປະຕິເສດຮ່າງມະຕິຂອງກູເວດ ເຊິ່ງສະເໜີໃນນາມຜູ້ແທນຂອງປະຊາຄົມອາຣັບ ຮຽກຮ້ອງໃຫ້ມີການຕັ້ງຄະນະກໍ າມາທິການພິເສດ ເພື່ ອ ຄຸ້ມຄອງປະຊາຊົນປາເລສໄຕ (ປາແລັດສະຕິນ) ເຖິງຢ່າງໃດກໍ່ຕາມ, ຮ່າງມະຕິຂອງກູເວດໄດ້ຮັບການສະໜັບສະໜູນຈາກສະມາຊິກ 10 ປະເທດ ລວມເຖິງຝລັ່ງ, ຈີນ ແລະ ລັດເຊຍ ເຊິ່ງເປັນສະມາຊິກຖາວອນ ໃນຂະນະທີ່ ອັງກິດງົດອອກສຽງ.

UN ບໍ່ຍອມຮັບຄໍາປະນາມກຸ່ມຮາມາສ ຂອງ ສ.ອາເມຣິກາ ທີ່ຕ້ອງການປົກປ້ອງອິດສະຣາແອນ

ໃນດ້ານຂອງທ່ານ ມານຊູ ອັນ-ໂອໄທບີເອກອັກຄະລັດຖະມທູດກູເວດປະຈໍ າສະຫະປະຊາຊາດ ກ່າວວ່າການໃຊ້ສິດຢຸດຢັ້ງ ເພື່ ອປະຕິເສດບໍ່ໃຫ້ຮ່າງ ມະຕິດັ່ງກ່າວຖືກຮັບຮອງຂອງສະຫະລັດ ອາເມຣິກາ ບໍ່ພຽງແຕ່ຈະຍິ່ງເພີ່ ມຄວາມໝົດຫວັງໃຫ້ກັບປະຊາຊົນປາເລດໄຕ ແຕ່ໃນເວລດຽວກັນຈະຍິ່ ງ ກະຕຸ້ນໃຫ້ສະຖານະການຄວາມຮຸນແຮງແກ່ຍາວອີກຕໍ່ ໄປອີກ, ໂດຍຈໍ ານວນຜູ້ເສຍຊີວິດຈາກເຫດປະທະລະຫວ່າງປະຊາຊົນປາເລສໄຕ ກັບ ເຈົ້າໜ້າທີ່ ຝ່າຍຄວາມໝັ້ນຄົງຂອງອິດສະຣາແອນ ຕັ້ງແຕ່ວັນທີ30 ມີນາ 2018 ທີ່ ຜ່ານມາ ມີຢ່າງໜ້ອຍ 123 ຄົນ ໃນຈໍ ານວນນີ້ຢ່າງໜ້ອຍ 60 ຄົນເສຍຊີວິດໃນການປະທະນອງເລືອດສະເພາະໃນວັນທີ14 ພຶດສະພາ ທີ່ ຜ່ານມາ ເຊິ່ງເປັນມື້ເປີດສະຖານທູດສະຫະລັດ ອາເມຣິກາ ປະຈໍ ານະຄອນ ເຢຣູຊາເລມ.

(ແຫຼ່ງ​ຂໍ້​ມູນ​: idsala)

ເຫດການ
302 Found

Found

The document has moved here.