ທ່ານ ບິນ ເກດ: "ຂ້ອຍຈະຂາຍ Bitcoin ກຳໄລຖ້າຂ້ອຍສາມາດເຮັດໄດ້."

10:56 | 08/05/2018

ຍ​ສ​ໝ - ຜູ້ຮ່ວມກໍ່ຕັ້ງຂອງບໍລິສັດຊອບແວທີ່ໃຫຍ່ທີ່ສຸດຂອງ Microsoft, ບິນ ເກດ ໃນວັນທີ 7 ເດືອນພຶດສະພາ, ກ່າວວ່າເພິ່ນຈະສ່ຽງເດີມພັນ ເຂົ້າ Bitcoin ທີ່ກຳລັງຫຼຸດລາຄາ ຂອງເງິນສະເໝືອນຈິງ ຖ້າວ່າລາວສາມາດເຮັດໄດ້.

ທ່ານ ບິນ ເກດ:

ມະ​ຫາ​ເສດ​ຖີ ບິນ​ ເກດ​. (ພາບ: CNBC)

"ໃນຖານະເປັນຊັບສິນປະເພດໜື່ງ, Bitcoin ບໍ່ໄດ້ສ້າງສິ່ງໃດ, ດັ່ງນັ້ນບັນ​ດາ ທ່ານ ຢ່າໄດ້ຄາດຫວັງວ່າລາຄາ Bitcoin ຈະເພີ່ມຂຶ້ນ. ສິ່ງນີ້​ເປັນ​ພຽງຮູບ​ແບບ ​‘ທິດ​ສະ​ດີຄົນ​ທີ່​ໂງ່​ຈ້າກວ່າ’ ງ່າຍໆ​ເພາະ​ນີ້​ຄື​ການ​ລົງ​ທືນ, Gates ກ່າວໃນການໃຫ້​ສຳ​ພາດ ສຳນັກ​ຂ່າວ CNBC.​

ທ່ານ​ມະ​ຫາ​ເສດ​ຖິ ທີ່​ເຄີຍລວຍ​ທີ່​ສຸດໃນໂລກເປັນເວລາດົນນານ ກ່າວ​ວ່າ: "ຂ້າພະເຈົ້າເຫັນດີເປັນ​ເອກ​ກະ​ພາບ ວ່າຂ້າພະເຈົ້າຈະຂາຍ Bitcoin ຖ້າມີວິທີທີ່ງ່າຍທີ່ຈະເຮັດມັນ",

ລາຄາ Bitcoin ບາງ​ຄັ້ງ​ຂື້ນ​ຮອດ 19,000 ໂດ​ລາ​ສ​ະ​ຫາ​ລັດ ໃນກາງເດືອນທັນວາ​ປີ​ກ່ອນ. ນັບຕັ້ງແຕ່ນັ້ນ, ສະກຸນເງິນດິຈິຕອນທີ່ໃຫຍ່ທີ່ສຸດຂອງໂລກໄດ້ຫຼຸດ​ລົງຫຼາຍກ່ວາເຄິ່ງຫນຶ່ງຂອງມູນຄ່າ. ໃນເວລາ 8 ໂມງເຊົ້າວັນທີ 7 ເດືອນພຶດສະພາ, ລາຄາຂອງ Bitcoin ຢູ່​ໃນ​ລະ​ດັບ 9,300 ໂດ​ລາ​ສ​ະ​ຫາ​ລັດ, ອີງຕາມຂໍ້ມູນຈາກ Coinmarketcap.com.

ອີງຕາມຂໍ້ມູນຈາກ​ບໍ​ລິ​ສັດ ການຄົ້ນຄວ້າທາງດ້ານການເງິນຂອງ Autonomous Next, ແຕ່ປີ 2016 ເຖິງປັດຈຸບັນ, ເງິນສະກຸນເງິນ ​ສະ​ເໝືອນ​ຈິງ ຄັ້ງທໍາອິດ (ICO) ໄດ້​ລະ​ດົມ​ທືນປະມານ 9,8 ຕື້ໂດລາ. ຕົວເລກນີ້ສະທ້ອນເຖິງ "ຄວາມຮ້ອນ" ຂອງສະກຸນເງິນ ​ສະ​ເໝືອນ​ຈິງ ໃນຕະຫຼາດໂລກ.

"ຂ້ອຍເຊື່ອຢ່າງເຕັມທີວ່າ Bitcoin ແລະ ICO ແມ່ນ ບ້າ​ບິ່ນ ແລະ ມີ​ຄູນ​ລັກ​ສະ​ນະ​ສວຍ​ໃຊ້​ໂອ​ກາດ," Gates ຕິ​ລາ​ຄາດັ່ງ​ນີ້: ລາວບອກວ່າມີຄົນໄດ້ມອບ Bitcoin ໃຫ້​ລາວ​ເປັນ​ຂອງ​ຂວັນໃນ​ງານ​ວັນ​ຄ້າຍ​ວັນ​ເກີດ, ແຕ່ລາວໄດ້ຂາຍໃນ​ສອງ​ສາມປີຕໍ່ມາ.

ກໍ່ເຊັ່ນດຽວກັນກັບ ນັກ​ວິ​ຈານ​ສະກຸນເງິນ ​ສະ​ເໝືອນ​ຈິງ, ທ່ານ Gates ຢືນ​ຢັນວ່າ blockchains, ເທັກ​ໂນ​ໂລ​ຢີ ຢູ່​ເບື້ອງ​ຫຼັງ ສະກຸນເງິນ ​ສະ​ເໝືອນ​ຈິງ ມີ​ລາ​ຄາ​ດີ​ຂື້​ນ..

ເທັກໂນໂລຍີນີ້ ​ຕັດຄວາມຕ້ອງການພໍ່​ຄ້າ​ຄົນ​ກາງເຊັ່ນ: ທະນາຄານ, ໂດຍການສ້າງບັນຊີທີ່ປອດໄພ ແລະ ຖາວອນຂອງການຊື້​ຂາຍລະຫວ່າງສອງຝ່າຍ. Bitcoin ແມ່ນໂປ​ແກຼມ​ທຳ​ ເ​ທັກໂນໂລຍີ blockchain, ແລະ ບໍລິສັດກໍາລັງພິຈາລະນາວິທີການນໍາໃຊ້ເຕັກໂນໂລຢີນີ້ເພື່ອຈັດການການຄຸ້ມຄອງລະບົບຕ່ອງໂສ້, ການຄ້າແລະຂະ​ແໜງອື່ນໆ.

ການໃຫ້ສໍາພາດຂອງ Gates ກັບ ນັກ​ຂ່າວ CNBC ໄດ້ຈັດຂຶ້ນໃນຕອນທີ່ລາວເຂົ້າຮ່ວມກອງປະຊຸມປະຈໍາປີ ຜູ້ຖືຮຸ້ນ ຂອງກຸ່ມບໍລິສັດ Berkshire Hathaway Group ​ທີ່ Omaha, Nebraska, ຮ່ວມ​ກັບປະ​ທານ​ກຸ່ມບໍ​ລິ​ສັດ ແລະ ນັກລົງທຶນທີ່ມີຊື່ສຽງຂອງ Warren Buffett ຜູ່​ທີ່ເປັນເພື່ອນທີ່ໃກ້ຊິດຫລາຍປີຂອງ​ລາ​ວ.

ໃນກອງປະຊຸມນີ້, ທ່ານ Buffett ພ້ອມກັບຮອງຂອງທ່ານ​ຄື: ທ່ານ Charlie Munger, ໄດ້ໂອ້ລົມກັບຜູ້ເຂົ້າຮ່ວມຫລາຍພັນຄົນກ່ຽວກັບບັນຫາຕ່າງໆ, ລວມທັງການ​ປຽບ​ທຽບ Bitcoin ຄື​ກັບ ເສ​ດ​ໝາກ​ກ້ວຍ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.