ອາເມລິກາ ຄາດຄະເນຈະສືບຕໍ່ເພີ່ມອັດຕາພາສີນຳເຂົ້າສຳລັບ ຈີນ ຖ້າບໍ່ມີບາດກ້າວຄືບໜ້າໃນການເຈລະຈາ

15:29 | 09/12/2019

ເມື່ອບໍ່ດົນມານີ້, ທ່ານ Larry Kudlow ທີ່ປຶກສາດ້ານເສດຖະກິດທຳນຽບຂາວໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ອາເມລິກາ Donald Trump ຈະມີຄວາມຕັດສິນໃຈສຸດທ້າຍ ກ່ຽວກັບເລື່ອງເພີ່ມອັດຕາພາສີສຳລັບສິນຄ້າຂອງ ຈີນ ນັບແຕ່ວັນທີ 15 ທັນວາ ເປັນຕົ້ນໄປຫຼືບໍ່.

ອາເມລິກາ ຄາດຄະເນຈະສືບຕໍ່ເພີ່ມອັດຕາພາສີນຳເຂົ້າສຳລັບ ຈີນ ຖ້າບໍ່ມີບາດກ້າວຄືບໜ້າໃນການເຈລະຈາ

ອາເມລິກາ ຄາດຄະເນຈະສືບຕໍ່ເພີ່ມອັດຕາພາສີນຳເຂົ້າສຳລັບ ຈີນ ຖ້າບໍ່ມີບາດກ້າວຄືບໜ້າໃນການເຈລະຈາ (ພາບ: TTXVN)


ຕາມທ່ານ Kudlow, ຜູ້ອຳນວຍການສະພາເສດຖະກິດແຫ່ງຊາດຂອງທຳນຽບຂາວແລ້ວ, ທ່ານປະທານາທິບໍດີ Donald Trump ພວມເພິ່ງພໍໃຈຕໍ່ບາດກ້າວຄືບໜ້າການເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ໃນປັດຈຸບັນ. ເຖິງຢ່າງໃດກໍ່ຕາມ, ຖ້າບໍ່ມີບາດກ້າວຄືບໜ້າຢ່າງແທດຈິງ, ອາເມລິກາ ຄາດວ່າ ຈະເພີ່ມອັດຕາພາສີນັບແຕ່ວັນທີ 15 ທັນວາ ສຳລັບສິນຄ້າຂອງ ຈີນ ທີ່ມີມູນຄ່າ 156 ຕື້ USD.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.