ກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນ-ຈີນກ່ຽວກັບການປະຕິບັດ DOC ຄັ້ງທີ 18

06:53 | 16/10/2019

ຍສໝ - ໃນວັນທີ 15 ຕຸລາ 2019, ກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນ-ຈີນກ່ຽວກັບການປະຕິບັດຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ( DOC) ຄັ້ງທີ 18 ໄດ້ດຳເນີນຢູ່ ນະຄອນ ດາລາດ ແຂວງ ເລີມດົມຂອງຫວຽດນາມ.

ກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນ-ຈີນກ່ຽວກັບການປະຕິບັດ DOC ຄັ້ງທີ 18

ກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນ-ຈີນກ່ຽວກັບການປະຕິບັດ DOC ຄັ້ງທີ 18.(ພາບ:baochinhphu.vn)

ກອງປະຊຸມໄດ້ຍາດເວລາສ່ວນຫລາຍເພື່ອປຶກສາຫາລືກ່ຽວກັບການຜັນແປທີ່ສັບສົນຢູ່ພື້ນທີ່ຕົວຈິງ ພິເສດ ແມ່ນບັນດາກໍລະນີພວມເກີດຂຶ້ນຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ. ບັນດາປະເທດມີຄວາມວິຕົກກັງວົນຕໍ່ສະພາບເຄັ່ງຕຶງປະຈຸບັນ, ບັນດາປະເທດອາຊຽນ ເນັ້ນຫນັກເຖິງຫລັກການອົດກັ້ນ, ບໍ່ຫັນເປັນການທະຫານ, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ບໍ່ນຳໃຊ້ອາວຸດຫລືນາບຂູ່ການນຳໃຊ້ອາວຸດ, ແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ ບົນກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ວ່າດ້ວຍທະເລປີ 1982. ກ່ຽວກັບການປະຕິບັດ DOC, ກອງປະຊຸມເຫັນດີສືບຕໍ່ມານະພະຍາຍາມຮັບປະກັນການປະຕິບັດ DOC ຢ່າງຄົບຖ້ວນ, ມີປະສິດທິຜົນ. ກ່ຽວກັບການເຈລະຈາ COC, ບັນດາ ປະເທດຢືນຢັນ ຄວນເພີ່ມທະວີຄວາມມານະພະຍາຍາມ ເພື່ອສ້າງກົດແຫ່ງການປະພຶດໃຫ້ມີປະສິດທິຜົນຢ່າງແທ້ຈິງ ມີຄຸນນະພາບ ອາດຈະສະກັດກັ້ນບັນດາເຫດທີ່ເກີດຂຶ້ນຢ່າງສັບສົນຄືປະຈຸບັນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.