ໂທລະຄົມມະນາຄົມກອງທັບ (Viettel) ໄດ້ຈັດຕັ້ງ ກອງປະຊຸມໃຫຍ່ແຂ່ງຂັນເດັດຂາດມີໄຊໄລຍະ 2014-2019

07:45 | 31/12/2019

ຍສໝ - ວັນທີ 29 ທັນວາ, ກຸ່ມບໍລິສັດອຸດສາຫະກໍາ - ໂທລະຄົມມະນາຄົມກອງທັບ (Viettel) ໄດ້ຈັດຕັ້ງກອງປະຊຸມໃຫຍ່ແຂ່ງຂັນເດັດຂາດມີໄຊ ໄລຍະ 2014-2019. ທ່ານພົນໂທ ເບ໊ຊວນເຈື່ອງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຮ່ວມ ແລະຊີ້ນໍາກອງປະຊຸມໃຫຍ່.

ຕາມລາຍງານທີ່ກອງປະຊຸມໃຫຍ່, ຍອດລາຍຮັບຂອງ Viettel ໃນໄລຍະ 2014-2019 ບັນລຸ 1,2 ລ້ານຕື້ດົ່ງ, ເກືອບເທົ່າກັບຍອດລາຍຮັບງົບປະມານຂອງຫວຽດນາມ ໃນປີ 2018; ກໍາໄລສະເລ່ຍບັນລຸເກືອບ 40.000 ຕື້ດົ່ງ/ປີ, ຊ່ວຍ Viettel ຍາມໃດກໍ່ນອນໃນທອັບ 3 ວິສາຫະກິດຫວຽດນາມ ທີ່ມີກໍາໄລດີທີ່ສຸດ. ພິເສດ, Viettel ຍາມໃດກໍ່ແມ່ນວິສາຫະກິດ ເບີ 1 ກ່ຽວກັບການມອບງົບປະມານໃນຕະຫຼອດເຄິ່ງທົດສະວັດນີ້. ກ່ຽວກັບພື້ນຖານໂຄງລ່າງ, Viettel ໄດ້ມີສາຍກາບໃຍແສງເຖິງ 95% ບັນດາຕາແສງຢູ່ຫວຽດນາມ ແລະກໍ່ສ້າງສະຖານີສົ່ງຮັບສັນຍານເຄື່ອນທີ່ 170.473 ແຫ່ງຢູ່ 11 ປະເທດ.

ໂທລະຄົມມະນາຄົມກອງທັບ (Viettel) ໄດ້ຈັດຕັ້ງ ກອງປະຊຸມໃຫຍ່ແຂ່ງຂັນເດັດຂາດມີໄຊໄລຍະ 2014-2019

ທ່ານພົນຈັດຕະວາ ເລດັງຢຸງ ຜູ້ວ່າການປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ກ່າວຄໍາເຫັນທີ່ກອງປະຊຸມໃຫຍ່. (ພາບ: qdnd.vn)

Viettel ໄດ້ປຸກລະດົມຂະບວນການແຂ່ງຂັນໄລຍະ 2019-2024 “ສ້າງສັງຄົມດີຈີຕອນ”, ດ້ວຍຄຳຂວັນ “ໄວກວ່າ-ເດັດດ່ຽວກວ່າ-ສໍາເລັດຜົນກວ່າ”. ຕາມນັ້ນແລ້ວ, Viettel ວາງເປົ້າໝາຍຮັກສາທີ່ຕັ້ງກຸ່ມບໍລິສັດເສດຖະກິດ ເບີ 1 ຂອງປະເທດ, ຮັກສາລະດັບເຕີບໂຕກວ່າ 10%, ໃນນັ້ນ, ອຸດສາຫະກໍາເຕັກໂນໂລຢີສູງປະກອບ 50% ມາດຕາລາຍຮັບ, ກໍາໄລ ແລະແມ່ນໜຶ່ງໃນທອັບ 20 ວິສາຫະກິດໂທລະຄົມມະນາຄົມໃຫຍ່ທີ່ສຸດໃນໂລກ. ໃນໄລຍະພັດທະນາຄັ້ງທີ 4 ດ້ວຍບົດບາດນໍາໜ້າສ້າງສັງຄົມດີຈີຕອນ, Viettel ບໍ່ພຽງແຕ່ດໍາເນີນທຸລະກິດໃຫ້ຕົນເທົ່ານັ້ນ ຫາກຍັງສ້າງພື້ນຖານລະບົບຊີວະພາບໃຫ້ບັນດາວິສາຫະກິດອື່ນພ້ອມກັນພັດທະນາ.

ກໍ່ໃນກອງປະຊຸມໃຫຍ່ແຂ່ງຂັນເດັດຂາດມີໄຊ ໄລຍະ 2014-2019, Viettel ຈັດຕັ້ງພິທີເຊີດຊູ 16 ໝູ່ຄະນະ, ບຸກຄົນທີ່ມີຜົນງານດີເດັ່ນທີ່ສຸດໃນທົ່ວໂລກດ້ວຍລາງວັນ Viettel’s Stars ປີ 2019.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.