ຍົກລະດັບທັກສະການອອກແຮງງານຫວຽດນາມ

21:58 | 17/11/2019

ຍສໝ - ວັນທີ 16 ພະຈິກ, ເວທີປາໄສແຫ່ງຊາດ “ຍົກລະດັບທັກສະການອອກແຮງງານຫວຽດນາມ” ໄດ້ຈັດຕັ້ງເປັນຄັ້ງທໍາອິດຢູ່ຮ່າໂນ້ຍ ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ.

ຍົກລະດັບທັກສະການອອກແຮງງານຫວຽດນາມ

ທ່ານ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ, ຊັບພະຍາກອນມະນຸດທີ່ມີທັກສະ, ໂດຍສະເພາະແມ່ນຜູ້ທີ່ມີສີມືແຮງງານສູງໄດ້ສວມບົດບາດສໍາຄັນເປັນພິເສດ.(ພາບ:baotainguyenmoitruong.vn)

ເວທີປາໄສເພື່ອແນໃສ່ຢັ້ງຢືນວິໄສທັດ ແລະ ຄາດຫວັງໃນການກະກຽມແຫຼ່ງຊັບພະຍາກອນມະນຸດທີ່ມີຄວາມຮູ້, ທັກສະ, ປະກອບສ່ວນຍົກສູງສະມັດຕະພາບແຮງງານ, ຍົກສູງກຳລັງຄວາມສາມາດໃນການແກ້ງແຍ້ງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດອຸດສາຫະກຳ 4.0 ແລະ ເຊື່ອມໂຍງເຂົ້າກັບສາກົນ.ກ່າວຄໍາເຫັນທີ່ເວທີປາໄສ, ທ່ານ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ, ຊັບພະຍາກອນມະນຸດທີ່ມີທັກສະ, ໂດຍສະເພາະແມ່ນຜູ້ທີ່ມີສີມືແຮງງານສູງໄດ້ສວມບົດບາດສໍາຄັນເປັນພິເສດ, ປະກອບສ່ວນສ້າງສະມັດຕະພາບແຮງງານຢ່າງໂດດເດັ່ນ, ຊຸກຍູ້ການເຕີບໂຕ GDP, ຍົກສູງຄວາມສາມາດແກ່ງແຍ້ງແຫ່ງຊາດ. ຕາມນັ້ນແລ້ວ, ການເພີ່ມຂະໜາດ ແລະຍົກສູງຄຸນນະພາບການສຶກສາອາຊີບ, ໃນນັ້ນມີການຮ່ວມເດີນທາງຂອງວິສາຫະກິດຕ້ອງໄດ້ຖືເປັນຈຸດສຸມບຸກທະລຸເພື່ອຕິດພັນຄວາມຕ້ອງການຂອງພື້ນຖານເສດຖະກິດກັບລາຍການກໍ່ສ້າງດ້ານທັກສະ.

ທ່ານ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ສະເໜີກົນໄກການຮ່ວມມືລະຫວ່າງໂຮງຮຽນ, ວິສາຫະກິດ ແລະລັດຖະບານໃນຂົງເຂດການສຶກສາອາຊີບເພື່ອຕິດພັນການບຳລຸງສ້າງຊັບພະຍາກອນມະນຸດທີ່ມີທັກສະສູງຂອງພື້ນຖານເສດຖະກິດ. ວິສາຫະກິດມີສ່ວນຮ່ວມການກໍ່ສ້າງເນື້ອໃນບໍາລຸງສ້າງ, ຈັດສົ່ງພະນັກງານເຂົ້າຮ່ວມການບໍາລຸງສ້າງ, ຮັບນັກສຶກສາມາຝຶກງານ.

(ໄຊພອນ)

ເຫດການ
302 Found

Found

The document has moved here.