ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບປະທານ ກຸ່ມບໍລິສັດການເງິນ ຮານາ ຂອງ ສ.ເກົາຫຼີ

16:55 | 12/11/2019

ຕອນບ່າຍວັນທີ 11 ພະຈິກ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ກິມຢຸງຕາຍ ປະທານກຸ່ມບໍລິສັດການເງິນ ຮານາ ຂອງ ສ.ເກົາຫຼີ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຊີ້ແຈງວ່າ ການພົວພັນຮ່ວມມືລະຫວ່າງຫວຽດນາມ-ສ.ເກົາຫຼີ ສືບຕໍ່ມີທ່າພັດທະນາອັນດີງາມໃນທຸກດ້ານ. ດັ່ງນັ້ນ, ການຮ່ວມມືລະຫວ່າງ ກຸ່ມບໍລິສັດການເງິນ ຮານາ ແລະທະນາຄານການຄ້າຫຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ແມ່ນປະກົດການທີ່ມີຊີວິດຊີວາຂອງສາຍພົວພັນນີ້. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືວ່າ ນີ້ແມ່ນໂອກາດທີ່ດີເພື່ອໃຫ້ ກຸ່ມບໍລິສັດການເງິນ ຮານາ ແລະທະນາຄານການຄ້າຫຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ເພີ່ມທະວີ ແລະ ເປີດກ້ວາງການຮ່ວມມື. ລັດຖະບານຫວຽດນາມຈະອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດ ສ.ເກົາຫຼີ ເຂົ້າມາເຄື່ອນໄຫວຢູ່ຫວຽດນາມຢ່າສງສຳເລັດຜົນ.

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບປະທານ ກຸ່ມບໍລິສັດການເງິນ ຮານາ ຂອງ ສ.ເກົາຫຼີ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານ ກິມຢຸງຕາຍ ປະທານກຸ່ມບໍລິສັດການເງິນ ຮານາ. (ພາບ: vovworld)

ສ່ວນ ທ່ານ ກິມຢຸງຕາຍ ປະທານກຸ່ມບໍລິສັດການເງິນ ຮານາ ໃຫ້ຮູ້ວ່າ ກຸ່ມບໍລິສັດນີ້ ໄດ້ກາຍເປັນຂາຫຸ້ນຍຸດທະສາດຂອງ BIDV ແລະ ນີ້ແມ່ນໂອກາດທີ່ດີເພື່ອໃຫ້ກຸ່ມບໍລິສັດຍູ້ແຮງການຮ່ວມມື, ທຳມາຄ້າຂາຍ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຢູ່ຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: VOV WORLD)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.