ການ​ສົ່ງ​ອອກ ກະ​ສິ​ກຳ, ເຄື່ອງປ່າຂອງ​ດົງ, ສິນ​ໃນ​ນ້ຳ ໃນ10 ເດືອນ​ຕົ້ນ​ປີບັນ​ລຸ​ໄດ້​ກ່​ວາ 33 ຕື້ USD

15:08 | 30/10/2019

ກະຊວງກະສິກຳ ແລະ ພັດທະນາຊົນນະບົດໜູນຊ່ວຍຕັ້ງໜ້າ ບັນດາວິສາຫະກິດ ຜັນຂະຫຍາຍການຂຸດຄົ້ນໂອກາດທີ່ໄດ້ຮັບຈາກບັນດາສົນທິສັນຍາການຄ້າເສລີ ຢ່າງຕັ້ງໜ້າ, ມີປະສິດທິຜົນ; ເພີ່ມທະວີບັນດາການເຄື່ອນໄຫວພັດທະນາການຕະຫຼາດ.

ການ​ສົ່ງ​ອອກ ກະ​ສິ​ກຳ, ເຄື່ອງປ່າຂອງ​ດົງ, ສິນ​ໃນ​ນ້ຳ ໃນ10 ເດືອນ​ຕົ້ນ​ປີບັນ​ລຸ​ໄດ້​ກ່​ວາ 33 ຕື້ USD

ພາບປະກອບ.(ພາບ:VOVWORLD)

ຕາມກະຊວງກະສິກຳ ແບະ ພັດທະນາຊົນນະບົດແລ້ວ, ຍອດວົງເງິນສົ່ງອອກ - ນຳເຂົ້າບັນດາຜະລິດຕະພັນການກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳໃນໄລຍະ 10 ເດືອນຕົ້ນປີ 2019 ຄາດວ່າບັນລຸໄດ້ກ່ວາ 59 ຕື້ USD, ໃນນັ້ນວົງເງິນສົ່ງອອກບັນລຸໄດ້ກ່ວາ 33 ຕື້ USD, ການນຳເຂົ້າຄາດວ່າມີປະມານ 25,9 ຕື້ USD, ຫຼຸດລົງ ປະມານ 5%. ເປັນອັນວ່າເກີນດຸນການຄ້າ, ເຄື່ອງປ່າຂອງດົງ, ສິນໃນນ້ຳບັນລຸໄດ້ 7,3 ຕື້ USD, ສູງກ່ວາ 664 ລ້ານ USD ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ປັດຈຸບັນ, ຂົງເຂດກະສິກຳມີທັງໝົດ 6 ໝວດ/ຜະລິດຕະພັນທີ່ມີມູນຄ່າ ສົ່ງອອກກ່ວາ 2 ຕື້ USD.

ໃນໄລຍະຈະມາເຖິງ, ຄຽງຄູ່ກັບການເປັນເຈົ້າການຈັດຕັ້ງ, ສົມທົບກັບບັນດາກະຊວງ,ຂະແໜງການ ຕັ້ງໜ້າເຈລະຈາເປີດປະຕູຕະຫຼາດສົ່ງອອກ, ຮັກສາບັນດາຕະຫຼາດທີ່ມີແຕ່ດົນນານໃຫ້ມີສະຖຽນລະພາບ, ຊອກຫາ ແລະ ເປີດກວ້າງບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດໜູນຊ່ວຍຕັ້ງໜ້າ ບັນດາວິສາຫະກິດ ຜັນຂະຫຍາຍການຂຸດຄົ້ນໂອກາດທີ່ໄດ້ຮັບຈາກບັນດາສົນທິສັນຍາການຄ້າເສລີ ຢ່າງຕັ້ງໜ້າ, ມີປະສິດທິຜົນ; ເພີ່ມທະວີບັນດາການເຄື່ອນໄຫວພັດທະນາການຕະຫຼາດ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ
302 Found

Found

The document has moved here.