ກອງ​ປະ​ຊຸມ​ສະ​ໄໝ​ສະ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ​ ຫວຽດນາມ ຊຸດ​ທີ VIX

07:12 | 31/10/2019

ຍສໝ - ປີ 2019, ສະພາບການຢູ່ເຂດທະເລຕາເວັນອອກມີຫຼາຍການຜັນແປທີ່ສັບສົນ, ສົ່ງຜົນກະທົບເຖິງຄວາມໝັ້ນຄົງ, ຄວາມປອດໄພຢູ່ເຂດທະເລທີ່ມີເສັ້ນທາງທະເລສຳຄັນທີ່ສຸດຂອງໂລກ.

ກອງ​ປະ​ຊຸມ​ສະ​ໄໝ​ສະ​ມັນ​ເທື່ອ​ທີ 8, ສະ​ພາ​ແຫ່ງ​ຊາດ​ ຫວຽດນາມ ຊຸດ​ທີ VIX

ກອງປະຊຸມສະໄໝສະມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ VIX (ພາບ: quochoi.vn)

ທີ່ກອງປະຊຸມສະໄໝສະມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ VIX ເຊິ່ງໄດ້ດຳເນີນໃນວັນທີ 30 ຕຸລາ, ສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ປະກອບຄຳເຫັນກ່ຽວກັບສະພາບການຢູ່ທະເລຕາເວັນອອກຫວ່າງມໍ່ໆມານີ້ ມີຄວາມສັບສົນຂຶ້ນຕື່ມ, ໃນນັ້ນມີການລະເມີດບັນດາເຂດທະເລຂອງ ຫວຽດນາມ ຢ່າງຮ້າຍແຮງເຊິ່ງໄດ້ຮັບການກຳນົດຕາມກົດໝາຍສາກົນ, ໄປຝຶນກັບຖະແຫຼງການກ່ຽວກັບບັນດາຂໍ້ຕົກລົງຂັ້ນສູງ.ບັນດາສະມາຊິກສະພາແຫ່ງຊາດຢັ້ງຢືນວ່າ: ຫວຽດນາມ ມີແຜນນະໂບບາຍຢ່າງສະເໝີຕົ້ນສະເໝີປາຍວ່າ ສິ່ງໃດທີ່ຂຶ້ນກັບ ເອກະລາດ, ອະທິປະໄຕ, ຜືນແຜ່ນດີນອັນຄົບຖ້ວນນັ້ນ, ຫວຽດນາມຈະບໍ່ປະນີປະນອມ, ພ້ອມທັງຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອໃຫ້ປະເທດຊາດພັດທະນາ.

ຕອນບ່າຍວັນທີ 28 ຕຸລາ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການເຂົ້າ-ອອກເມືອງ ຂອງພົນລະເມືອງຫວຽດນາມ. ຮ່າງກົດໝາຍສະບັບດັ່ງກ່າວ ໄດ້ປະກອບຄໍາເຫັນໃນກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ 14. ຮ່າງກົດໝາຍທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາໃນຄັ້ງນີ້ ລວມມີ 8 ພາກ, 52 ມາດຕາ, ກໍານົດກ່ຽວກັບການເຂົ້າ-ອອກເມືອງ ຂອງພົນລະເມືອງຫວຽດນາມ; ໜ້າທີ່ຄວາມຮັບຜິດຊອບຂອງອົງການຄຸ້ມຄອງລັດກ່ຽວກັບການນໍາເຂົ້າ-ສົ່ງອອກ ແລະ ອົງການ, ສ່ວນບຸກຄົນທີ່ກ່ຽວຂ້ອງ.

ຕອນເຊົ້າວັນທີ 29 ຕຸລາ, ສະພາແຫ່ງຊາດຫວຽດນາມ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງ ສະພາແຫ່ງຊາດ ແລະ ຮ່າງມະຕິ ກ່ຽວກັບການທົດລອງບໍ່ຈັດຕັ້ງສະພາປະຊາຊົນຢູ່ບັນດາຕາແສງຂຶ້ນກັບເມືອງ, ເທດສະບານຂອງນະຄອນຮ່າໂນ້ຍ. ກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ ໄດ້ປະກາດເມື່ອປີ 2014 ແລະ ມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ມັງກອນ 2016 ໄດ້ສ້າງພື້ນຖານດ້ານນິຕິທໍາ ໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ສະພາແຫ່ງຊາດ. ພາຍຫຼັງການປະຕິບັດມາເປັນເວລາກວ່າ 3 ປີ, ກົດໝາຍສະບັບດັ່ງກ່າວ ໄດ້ນໍາມາເຊິ່ງໝາກຜົນອັນຕັ້ງໜ້າຫຼາຍຢ່າງ, ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ, ບັນດາອົງການຂອງ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດໃນຂົງເຂດນິຕິບັນຍັດ, ຕິດຕາມກວດກາ, ຕັດສິນບັນດາບັນຫາສໍາຄັນຂອງປະເທດຊາດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.