ລັດຖະບານ ຫວຽດນາມ ຍາມໃດກໍສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ວິສາຫະກິດພາຍໃນ ແລະ ຕ່າງປະເທດ

07:01 | 09/10/2019

ເມື່ອບໍ່ດົນມານີ້, ທີ່ນະຄອນດ່ານັ້ງ ສສ ຫວຽດນາມ ໄດ້ດໍາເນີນລາຍການເວທີປາໄສນັກທຸລະກິດ ຫວຽດນາມ 2019 ດ້ວຍຫົວຂໍ້ “ຫວຽດນາມ 2045 - ຄວາມມຸ່ງຫວັງທີ່ເຂັ້ມແຂງແຮງກ້າ ແລະພາລະກໍາຂອງນັກທຸລະກິດ”.

ລັດຖະບານ ຫວຽດນາມ ຍາມໃດກໍສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ວິສາຫະກິດພາຍໃນ ແລະ ຕ່າງປະເທດ

ພາບປະກອບ

ພາຍຫຼັງ 30 ກວ່າປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດໃນຫຼາຍຂົງເຂດ. ຈາກປະເທດກະສິກໍາທີ່ຫຼ້າຫຼັງ, ຫວຽດນາມ ໄດ້ກາຍເປັນປະເທດທີ່ມີລາຍຮັບສະເລ່ຍປານກາງ, ເປັນສະຖານທີ່ສ້າງຄວາມດຶງດູດກ່ຽວກັບການລົງທຶນຢູ່ພາກພື້ນອາຊີ-ປາຊີຟິກ... ໃນໄລຍະຈະມາເຖິງ, ລັດຖະບານ ຈະສຸມໃສ່ຜັນຂະຫຍາຍບັນດາໜ້າທີ່ຈຸດສຸມລວມມີ: ສຸມໃສ່ປັບປຸງລະບອບລະບຽບການເສດຖະກິດຕະຫຼາດຕາມກຳນົດທິດສັງຄົມນິຍົມ; ສ້າງລະບົບໂຄງປະກອບໂຄງລ່າງຄົບຊຸດ, ທັນສະໄໝ, ຈຸດສຸມແມ່ນພັດທະນາລະບົບໂຄງປະກອບໂຄງລ່າງການຄົມມະນາຄົມ ແລະໂຄງລ່າງຕົວເມືອງໃຫຍ່, ໂຄງລ່າງພະລັງງານ, ໂທລະຄົມມະນາຄົມ-ເຕັກໂນໂລຢີຂໍ້ມູນຂ່າວສານ; ສຸມໃສ່ກໍ່ສ້າງຊັບພະຍາກອນມະນຸດທີ່ມີຄວາມສາມາດສໍາຜັດກັບວິທະຍາສາດເຕັກໂນໂລຢີທີ່ທັນສະໄໝ; ຊຸກຍູ້ການພັດທະນາວິທະຍາສາດເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງຕິດພັນກັບການພັດທະນາການປະຕິວັດອຸດສາຫະກໍາຄັ້ງທີ 4 ເພື່ອເພີ່ມປະສິດທິພາບ, ຄຸນນະພາບ, ປະສິດທິຜົນ, ຍົກສູງການແກ່ງແຍ້ງຂອງຜະລິດຕະພັນ, ວິສາຫະກິດ ແລະຂອງພື້ນຖານເສດຖະກິດ.

ໃນຕອນບ່າຍວັນທີ 7 ຕຸລາ, ທີ່ຫໍສະພາແຫ່ງຊາດ, ທ່ານ ຟຸ່ງກັວກຫຽນ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາທຸລະກິດອີຢູ-ອາຊຽນ (EU-ABC) ນໍາໂດຍທ່ານ Donald Kanak ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ. ທີ່ການເຮັດວຽກ, ທ່ານ ຟຸ່ງກັວກຫຽນ ຕີລາຄາສູງຕໍ່ການພັດທະນາທີ່ຕັ້ງໜ້າ, ເຂັ້ມແຂງທັງລວງກວ້າງ ແລະລວງເລິກລະຫວ່າງຫວຽດນາມ ແລະສະຫະພາບເອີລົບ, ພິິເສດແມ່ນພາຍຫຼັງສັນຍາແມ່ວ່າດ້ວຍຄູ່ຮ່ວມ ແລະຮ່ວມມືຮອບດ້ານມີຜົນສັກສິດຢ່າງເປັນທາງການ, ໄດ້ສ້າງກອບນິຕິກໍາສໍາຄັນ, ຍົກສູງການພົວພັນສອງຝ່າຍກ້າວສູ່ໄລຍະພັດທະນາໃໝ່, ຮ່ວມມືຮອບດ້ານ ແລະເລິກເຊິ່ງກວ່າອີກ. ທ່ານ ຟຸ່ງກວັກຫຽນ ຢັ້ງຢືນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດເອີລົບມາຊອກຮູ້ຕະຫຼາດ ແລະລົງທຶນດໍາເນີນທຸລະກິດຢູ່ຫວຽດນາມ, ພິເສດໃນບັນດາຂົງເຂດ: ເຕັກໂນໂລຢີໃໝ່, ດູແລສຸຂະພາບຂອງປະຊາຊົນ, ປົກປັກຮັກສາສິ່ງແວດລ້ອມ... ຄຽງຂ້າງນັ້ນ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ປາດຖະໜາວ່າ ສະພາທຸລະກິດອີຢູ-ອາຊຽນ ຈະເສີມຂະຫຍາຍໝາກຜົນການເຄື່ອນໄຫວໃນໄລຍະຜ່ານມາໃຫ້ຫຼາຍກວ່າອີກ, ໜູນຊ່ວຍ ແລະຕັ້ງໜ້າເປັນຂົວຕໍ່ລະຫວ່າງປະຊາຄົມວິສາຫະກິດຫວຽດນາມ ແລະອີຢູ, ເປີດກວ້າງການເຄື່ອນໄຫວ ເຊິ່ງ ຫວຽດນາມ ມີຄວາມຕ້ອງການ ແລະອີຢູ ມີທ່າແຮງ.

ລັດຖະບານ ຫວຽດນາມ ຍາມໃດກໍສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ວິສາຫະກິດພາຍໃນ ແລະ ຕ່າງປະເທດ

ພາບປະກອບ

ຫວຽດນາມ ກາຍເປັນປະເທດທີ່ມີລະດັບຮັ່ງມີໄວທີ່ສຸດໃນໂລກໃນໄລຍະ 2007-2017. ໃນປີ 2019, ລະດັບເຕີບໂຕເສດຖະກິດຂອງຫວຽດນາມ ຄາດຄະເນວ່າບັນລຸກວ່າ 7%. ບັນດາຂົງເຂດລະອຽດຄື: ໂທລະຄົມມະນາຄົມມີລະດັບການເຕີບໂຕຢ່າງປະທັບໃຈ, ປະຈຸບັນ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີຜູ້ຊົມໃຊ້ເບີໂທລະສັບມືຖືທີ່ຫຼາຍທີ່ສຸດໃນໂລກ. ນອກຈາກນັ້ນ, ອັດຕານໍາໃຊ້ອິນເຕີແນັດຢູ່ຫວຽດນາມ ແມ່ນ 54,19% ພົນລະເມືອງ. ໃນຂະນະນັ້ນຂະແໜງການທ່ອງທ່ຽວຫວຽດນາມ ສືບຕໍ່ພັດທະນາ. ປີ 2018, ຫວຽດນາມ ໄດ້ຕ້ອນຮັບແຂກຕ່າງປະເທດດ້ວຍຈຳນວນ 15,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 19,9% ເມື່ອທຽບໃສ່ປີ 2017. ຂະແໜງການທ່ອງທ່ຽວຫວຽດນາມ ໄດ້ຈັດອັນດັບທີ 6 ໃນ top 10 ສະຖານທີ່ທ່ອງທ່ຽວພັດທະນະໄວທີ່ສຸດໃນໂລກນັບແຕ່ປີ 2017. ໜັງສືພິມ The Times of India ໃຫ້ຂໍ້ສັງກັດວ່າ: “ລັດຖະບານຫວຽດນາມ ພວມມານະພະຍາຍາມກໍ່ສ້າງອະນາຄົດທີ່ດີກວ່າອີກຜ່ານການປະຕິບັດບັນດາຍຸດທະສາດໃຫ້ການປະຕິວັດອຸດສາຫະກໍາຄັ້ງທີ 4”. ຫວຽດນາມ ພວມສ້າງຍຸດທະສາດແຫ່ງຊາດກ່ຽວກັບການປະຕິວັດອຸດສາຫະກໍາ 4.0 ເພື່ອບັນລຸໄດ້ເປົ້າໝາຍມີວິໄສທັດນໍາບັນດາເຕັກໂນໂລຢີຄື: ອິນເຕີແນັດສັບພະສິ່ງ, ພູມປັນຍາທຽມ, ດາຕາໃຫຍ່ເຂົ້ານໍາໃຊ້ໃຫ້ຂະແໜງການອຸດສາຫະກໍາ ແລະວຽກງານຄຸ້ມຄອງລັດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.