ປະດັບຫຼຽນໄຊມິດຕະພາບໃຫ້ຜູ້ຮ່ວມສ້າງຕັ້ງອົງການຈັດຕັ້ງ Peace Trees Vietnam

21:19 | 03/09/2019

ຍສໝ - ເມື່ອບໍ່ດົນມານີ້, ຢູ່ ນະຄອນຫຼວງຮ່າໂນ້ຍ ໄດ້ຈັດພິທີປະດັບຫຼຽນໄຊມິດຕະພາບໃຫ້ກັບທ່ານນາງ Jerilyn Brusseau ຜູ້ຮ່ວມສ້າງຕັ້ງ ອົງການຈັດຕັ້ງ Peace Trees VietNam ເຊິ່ງເປັນໜື່ງໃນລາງວັນທີ່ສູງທີ່ສຸດຂອງລັດຖະບານຫວຽດນາມທີ່ມອບໃຫ້ສະເພາະອົງການ ຈັດຕັ້ງ ແລະ ບຸກຄົນທີ່ມີສ່ວນຊ່ວຍສ້າງຄວາມສຳພັນໄມຕີລະຫວ່າງປະເທດຫວຽດນາມ ກັບ ປະເທດອື່ນໆ ໃນໂລກ.

ປະດັບຫຼຽນໄຊມິດຕະພາບໃຫ້ຜູ້ຮ່ວມສ້າງຕັ້ງອົງການຈັດຕັ້ງ Peace Trees Vietnam

ທ່ານນາງ ຫງວຽນເຟືອງງາ ປະທານ VUFO ປະດັບຫຼຽນໄຊມິດຕະພາບໃຫ້ທ່ານນາງ Jerilyn Brusseau.

ທ່ານນາງ Jerilyn Brusseau ເປັນເອື້ອຍຂອງນາຍທະຫານອາເມລິກາທີ່ເສຍຊິວິດຈາກການຕໍ່ສູ້ຊ່ວງສົງຄາມໃນແຂວງກວາງຈິ, ປະເທດຫວຽດນາມ ໃນປີ 1969 ເມື່ອຫວຽດນາມ ແລະ ສະຫະລັດອາເມລິກາໄດ້ຟື້ນຟູຄວາມສຳພັນໄມຕີສອງຊາດຕໍ່ກັນໃນປີ 1995, ທ່ານນາງ Jerilyn Brusseau ແລະ ສະມາຊິກໃນຄອບຄົວຂອງລາວໄດ້ສ້າງຕັ້ງອົງການສຳຄັນເອກະຊົນທີ່ມີຊື່ວ່າ Peace Trees ເພື່ອດໍາເນີນກິດຈະກໍາສະໜັບສະໜູນຫວຽດນາມເຊັ່ນວ່າ: ເອົາຊະນະຜົນຂອງສົງຄາມ, ຈັດຕັ້ງຄະນະຜູ້ແທນທະຫານທີ່ຜ່ານເສິກສົງຄາມຂອງສະຫະລັດໄປຫວຽດນາມເພື່ອປູກຕົ້ນໄມ້ເປັນສັນຍາລັກແຫ່ງສັນຕິພາບ, ສ້າງໂຮງຮຽນຊ່ວຍພັດທະນາການສຶກສາ ແລະ ເສດຖະກິດໃນພື້ນທີເຊິ່ງຄັ້ງໜຶ່ງເຄີຍເປັນສະໜາມຮົບທີ່ດຸເດຶອດ.

ໃນພິທີມອບຮັບລາງວັນຫຼຽນມິດຕະພາບໃຫ້ກັບ ທ່ານນາງ Jerilyn Brusseau, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ທ່ານນາງ ຫງຽວນເຟືອງງາ ໄດ້ກ່າວຢ້ຳອີກວ່າ, ໃນໄລຍະຊ່ວງເວລາ 20 ກວ່າປີ ດ້ວຍຄວາມພະຍາຍາມຢ່າງບໍ່ຢຸດຢ່ອນ, ທ່ານນາງ Jerilyn Brusseau ໄດ້ອຸທິດຕົນໃຫ້ກັບຫວຽດນາມ ຜ່ານກິດຈະກຳຂອງຕົນ ເພື່ອເອົາຊະນະຜົນຂອງສົງຄາມ ການສ້າງຄວາມໄວ້ວາງໃຈຄວາມເຂົ້າໃຈ ແລະ ການສົ່ງເສີມມິດຕະພາບລະຫວ່າງປະຊາຊົນຫວຽດນາມ ແລະ ສະຫະລັດອາເມລິກາ.

ປະດັບຫຼຽນໄຊມິດຕະພາບໃຫ້ຜູ້ຮ່ວມສ້າງຕັ້ງອົງການຈັດຕັ້ງ Peace Trees Vietnam

ທ່ານນາງ Jerilyn Brusseau ກ່າວຄໍາເຫັນທີ່ພິທີປະດັບຫຼຽນໄຊມິດຕະພາບ

ຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ກັບຄວາມພະຍາຍາມຂອງ ທ່ານນາງ Jerilyn Brusseau ປະທານ VUFO ແລະ ຕົ້ນໄມ້ແຫ່ງສັນຕິພາບສຳລັບຫວຽດນາມ ຫວັງວ່າທ່ານນາງ Jerilyn Brusseau ຈະຍັງຄົງມີສ່ວນຮ່ວມກັບຫວຽດນາມໃນອີກຕໍ່ໜ້າ. ໃນສ່ວນຂອງ VUFO ໃຫ້ຄຳໝັ້ນວ່າຈະຮ່ວມກັບ ທ່ານນາງ Jerilyn Brusseau, ໂຄງການ Peace Trees ເວົ້າສະເພາະ, ເວົ້າລວມ ອົງການທີ່ບໍ່ຂຶ້ນກັບລັດຖະບານ ເພື່ອພັດທະນາຄວາມສຳພັນທີ່ເປັນມິດ, ຄວາມຮ່ວມມືລະຫວ່າງປະຊາຊົນຫວຽດນາມ ແລະ ປະຊາຊົນຂອງທຸກປະເທດໃນໂລກ.

ເມື່ອເວົ້າເຖິງການມີສ່ວນຮ່ວມຂອງ ທ່ານນາງ Jerilyn Brusseau ໃນຄວາມສຳພັນໃນການພົວພັນຫວຽດນາມ - ອາເມລິກາ, ທ່ານເອກອັກຄະລັດຖະທູດອາເມລິກາປະຈຳ ສສ ຫວຽດນາມ ທ່ານ Daniel Kritenbrink ໃຫ້ຮູ້ວ່າ ສິ່ງທີ່ສອງປະເທດບັນລຸໄດ້ໃນມື້ນີ້ແມ່ນໝາກຜົນຂອງຂະບວນການອຸທິດຕົນ. ມິດຕະພາບ ແລະ ຄວາມປາດຖະໜາດີຈາກທັງສອງຝ່າຍ.

ໃນໂອກາດນີ້, ທ່ານນາງ Jerilyn Brusseau ໄດ້ເລົ່າເຖິງເລື່ອງລາວກ່ຽວກັບການເຕົ້າໂຮມກັນຄືນໃໝ່ ລະຫວ່າງແມ່ເຖົ້າຂອງນາງ, ນາງ Rae Cheney ແລະ ແມ່ຫວຽດນາມທີ່ສູນເສຍລູກໃນຊ່ວງສົງຄາມໄດ້ກາຍເປັນສັນຍາລັກອັນດີງາມຂອງມະນຸດ. ການພົບປະ, ບັນດານັກຮົບເກົ່າຂອງທັງສອງປະເທດໄດ້ທົບທວນປະສົບການ ແລະ ຄວາມຊົງຈຳກ່ຽວກັບສົງຄາມ.

ບັນດາຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບປະເດັນຕ່າງໆທີ່ກ່ຽວຂ້ອງກັບການພົວພັນດ້ານປະຊາຊົນ, ນັກຮົບເກົ່າ,ທະຫານຢູ່ຫວຽດນາມ ແລະ ສະຫະລັດອາເມລິກາ ໃນການປະຕິບັດນະໂຍບາຍຂອງຜູ້ນຳສອງປະເທດ ໃນການເຄື່ອນໄຫວໃນໄລຍະຜ່ານມາ. ມຸ່ງໄປສູ່ອະນາຄົດທີ່ມີຜົນດີຕໍ່ການແກ້ໄຂສົງຄາມເພື່ອສັນຕິພາບ, ການຮ່ວມມືແລະການພັດທະນາ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.