ກອງປະຊຸມ ໄອຊີທີ ຫວຽນາມ 2019: ເຮັດແນວໃດເພື່ອເລັ່ງຄວາມໄວໃນການຫັນເປັນດິຈິຕອນ?

21:54 | 08/08/2019

ຍສໝ - ນີ້ຈະແມ່ນຫົວຂໍ້ທີ່ຈະປຶກສາຫາລືກໍ່ຄືສຳມະນາກັນ ທີ່ກອງປະຊຸມສຸດຍອດ ICT ຫວຽດນາມ 2019 (Vietnam ICT Summit 2019) ໄຂຂື້ນຢູ່ນະຄອນຮ່າໂນ້ຍ ໃນວັນທີ 8 ສິງຫາ.

ກອງປະຊຸມ ໄອຊີທີ ຫວຽນາມ 2019: ເຮັດແນວໃດເພື່ອເລັ່ງຄວາມໄວໃນການຫັນເປັນດິຈິຕອນ?

ທ່ານຮອງນາຍົກລັດຖະມົນຕີ ຫວູ ດຶກ ດາມ ແລະ ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ.(ພາບ: VGP / ດິ່ງນາມ)

ເຂົ້າຮ່ວມເວທີປາໄສມີ ທ່ານຮອງນາຍົກລັດຖະມົນຕີ ຫວູ ດຶກ ດາມ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານມວນຊົນ ຫງວ໋ຽນແມ້ງ ຮຸ່ງ ພ້ອມກັບບັນດາການນຳຂັ້ນກະຊວງ, ຜູ້ຕາງໜ້າ ວິສາຫະກິດນັບຮ້ອຍແຫ່ງໃນຂົງເຂດເຕັກໂນໂລຢີ ຂໍ້ມູນຂ່າວສານ ແລະ ສື່ສານມວນຊົນ ຢ່າງພ້ອມພຽງ.

ໃນຄວາມເປັນຈິງ, ໂລກກຳລັງເຮັດໃຫ້ເຮົາເຫັນ "ການຫັນປ່ຽນ" ທີ່ເຂັ້ມແຂງ, ໂດຍ ວິສາຫະກິດ/ອົງການຕ່າງໆບຸກເບີກບົນເສັ້ນທາງການຫັນເປັນດິຈິຕອນ, ສ້າງບາດກ້າວກະໂດດໃນການຜະລິດ ແລະ ປັບປຸງຄວາມສາມາດໃນການບໍລີຫານ, ປະສົບການຂອງລູກຄ້າ ແລະການເພີ່ມປະສິດທິພາບໃນຮູບແບບການດຳເນີນທຸລະກິດ.

ສິ່ງທີ່ພິສູດອັນພົ້ນເດັ່ນສຳລັບທິດທາງກໍ່ຄື ແນວໂນ້ມນີ້ ໃນໂລກສາມາດໄລ່ມາໄດ້ດັ່ງນີ້: Airbus ກັບການສ້າງເວທີຂໍ້ມູນເປີດກວ້າງ ທີ່ໃຫຍ່ທີ່ສຸດ ດ້ານການບິນ; Walmart ເປີດປະສົບການຂອງລູກຄ້າຢ່າງຕັ້ງໜ້າ ໂດຍການຫຼຸດເວລາການຊຳລະ ແລະ ຂໍ້ມູນທີ່ເກັບມາຈາກສູນຂໍ້ມູນຂ່າວສານ ກ່ຽວກັບຜູ້ບໍລິໂພກ ແລະ ຕະຫຼາດ ທີ່ພວກເຂົາສ້າງຂື້ນ; ບໍລິສັດຜະລິດຢາ GlaxoSmith ໄດ້ປ່ຽນແປງໂຄງຮ່າງການຈັດຕັ້ງ ເພື່ອຍົກເລິກຂໍ້ກີດຂວາງຕ່າງໆ ແລະ ກະກຽມສຳລັບການຫັນເປັນດິຈິຕອນ ...

ຢູ່ຫວຽດນາມ, ທ່າອ່ຽງການຫັນເປັນດີຈີຕອນ ກໍ່ກຳລັງ ແຜ່ຂະຫຍາຍຢ່າງແຮງ ຍ້ອນວ່າຫວຽດນາມ ບໍ່ສາມາດຈະ “ຢືນໂດດດຽວ” ຖ້າ ບໍ່ຢາກເວົ້າວ່ານີ້ແມ່ນບັນຫາ ຢູ່ ຫຼື ຕາຍ. ແຕ່ລະຂະແໜງການ, ແຕ່ລະຂົງເຂດ ລ້ວນແລ້ວແຕ່ຕ້ອງໄດ້ປ່ຽນແປງໂຄງສ້າງຄືນໃໝ່, ການປ່ຽນແປງດ້ານຄຸນລັກສະນະຮູບແບບການຈະເລີນເຕີບໂຕ, ອີງໃສ່ຫົວຄິດປະດິດສ້າງ ແລະ ເພີ່ມປະສິດທິດພາບ.

ຫົວຂໍ້ ຂອງກອງປະຊຸມ ໄອຊີທີ ຫວຽດນາມ 2019 "ການຫັນປ່ຽນດິຈິຕອນ ເພື່ອປະເທດຫວຽດນາມເຂັ້ມແຂງແຮງກ້າ" ແມ່ນການເຊື່ອມຕໍ່ຂອງຫົວຂໍ້ ໃນຊຸມປີມໍ່ໆມານີ້ (ປີ 2018 ໃນຫົວຂໍ້: ກ້າວໄປສູ່ລັດຖະບານດີຈີຕອນ ແລະ ເສດຖະກິດດີຈີຕອນ; ປີ 2017ໃນຫົວຂໍ້: ຫວຽດນາມ - ຫັນເປັນດີຈີຕັນ ໃນການປະຕິວັດອຸດສາຫະກຳ ຄັ້ງທີ 4, ປີ 2016 ໃນຫົວຂໍ້: ການປະຕິວັດດີຈີຕອນ - ກາລະໂອກາດ ແລະ ສິ່ງທ້າທາຍ.

ບັນຫາໃຫຍ່ທີ່ຕັ້ງຂື້ນມາໃນຂະບວນການຫັນເປັນດີຈີຕອນ ຢູ່ ຫວຽດນາມ ລວມມີ: ແລວທາງດ້ານກົດໝາຍ, ພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ, ຄວາມປອດໄພຂອງເຄືອຂ່າຍ, ເຕັກໂນໂລຢີການຄົ້ນຄວ້າ ແລະ ການພັດທະນາ, ຖັນແຖວວິສາຫະກິດທີຈະບຸກເບິກໃນການຫັນປ່ຽນເປັນດີຈີຕອນ ...

ກອງປະຊຸມ ໄອຊີທີ ຫວຽນາມ 2019: ເຮັດແນວໃດເພື່ອເລັ່ງຄວາມໄວໃນການຫັນເປັນດິຈິຕອນ?

(ພາບ: VGP / ດິ່ງນາມ)

ດ້ວຍສອງກອງປະຊຸມເສວະນາຫຼັກແມ່ນ “ວິທີສ້າງບາດກ້າວກະໂດດ ຊຸກຍູ້ຂະບວນການຫັນເປັນດີຈີຕອນ - ພັດທະນາພື້ນຖານໂຄງລ່າງ ICT ແລະ ເຕັກໂນໂລຢີຮາກຖານ” ແລະ “ວິທີສ້າງບາດກ້າວກະໂດດໄວໃນຂະບວນການ ຫັນປ່ຽນດິຈິຕອນ - ບັນດາພື້ນຖານອັບພຣີເຄຊັ້ນຕ່າງໆ”, ກອງປະຊຸມ ICT ຫວຽດນາມ ປີ 2019 ຈະນຳເອົາການແລກປ່ຽນກໍ່ຄືແບ່ງປັນ ຂອງບັນດາຜູ້ຊ່ຽວຊານຫຼາຍກວ່າເກົ່າ ເຊິ່ງສັງເກດເຫັນ ຫຼື ກຳລັງເຂົ້າຮ່ວມໃນການປະຕິບັດການຫັນເປັນດີຈີຕອນໃນອົງການຈັດຕັ້ງ ແລະ ວິສາຫະກິດ ຢູ່ ຫວຽດນາມ ດ້ວຍເປົ້າໝາຍ ປະກອບສ່ວນຊຸກຍູ້ການຫັນເປັນດີຈີຕອນ ຢູ່ ຫວຽດນາມ ແລະ ກໍ່ສ້າງພື້ນຖານເສດຖະກິດດີຈີຕອນ ຢູ່ ຫວຽດນາມ.

(​ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.