ຄາດ​ຄະ​ເນ​ການ​ສົ່ງ​ອອກສິນ​ຄ້າຂອງຫວຽດນາມທັງ​ປີຈະ​ເພີ່ມ​ຂຶ້ນ 7-7,5%

10:05 | 09/08/2019

ຍສໝ - ກົມການສົ່ງອອກ-ນຳເຂົ້າສິນຄ້າ ກະຊວງອຸດສະຫະກຳ ແລະ ການຄ້າ ຫວຽດນາມ ຄາດຄະເນການສົ່ງອອກສິນຄ້າຂອງຫວຽດນາມ ທັງປີຈະເພີ່ມຂຶ້ນ 7-7,5% ທຽບໃສ່ກັບ ປີ 2018.

ຄາດ​ຄະ​ເນ​ການ​ສົ່ງ​ອອກສິນ​ຄ້າຂອງຫວຽດນາມທັງ​ປີຈະ​ເພີ່ມ​ຂຶ້ນ 7-7,5%

ພາບປະກອບ

ວົງເງິນການສົ່ງອອກຂອງຫວຽດນາມ 7 ເດືອນທີ່ຜ່ານມາຄາດວ່າບັນລຸໄດ້ກ່ວາ 145 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 7,5% ເມື່ອທຽບໃສ່ປີ 2018; ດຸນການຄ້າຍັງສືບຕໍ່ຮັກສາໄວ້ການເກີນດຸນສົ່ງອອກ, ດ້ວຍລະດັບການຄ້າເກີນດຸນໃນ 7 ເດືອນແມ່ນ 1,79 ຕື້ໂດລາສະຫະລັດ; ມີ 24 ປະເພດສິນຄ້າສົ່ງອອກທີ່ບັນລຸໄດ້ຫຼາຍກວ່າ 1 ຕື້ໂດລາສະຫະລັດ…

ເຖິງວ່າຈະປະເຊີນໜ້າກັບສິ່ງທ້າທາຍທີ່ມາຈາກຄວາມບໍ່ລົງລອຍກັນລະຫວ່າງປະເທດໃຫ່ຍກ່ຽວກັບການກຳນົດການຄ້າທົ່ວໂລກກໍ່ຕາມແຕ່ວ່າການນຳເຂົ້າ-ສົ່ງອອກໃນ 7 ເດືອນທີ່ຜ່ານມາກໍ່ຍັງບັນລຸໄດ້ໃກ້ກັບຕົວເລກທີ່ກະຊວງອຸດສະຫະກຳແລະການຄ້າຫວຽດນາມໄດ້ຄາດຄະເນໄວ້ໃນເວລາສ້າງແຜນການການສົ່ງອອກເຕີບໂຕ 6-8% ເມື່ອທຽບໃສ່ປີກາຍ.

ທີ່ ກອງ​ປະຊຸມ​ ຄະນະ​ປະ​ຈໍາ​ອະນຸ​ກໍາມະການ​ເສດຖະກິດ-ສັງຄົມ ຮັບ​ໃຊ້​ແກ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ທ່ານນາຍົກລັດຖະມົນຕີຫວຽນາມ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ: ກ່ອນອື່ນໝົດ ຮ່າງບົດລາຍງານແມ່ນໃກ້ຊິດກັບບັນດາໂຄງຮ່າງທີ່ໄດ້ຮັບການຮັບຮອງເອົາ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກໂດຍພື້ນຖານ, ມີລັກສະນະແນະນໍາໂດຍສັງເຂບ; ການປະກອບຄໍາເຫັນແມ່ນກົງໄປກົງມາພໍສົມຄວນ, ສ່ອງແສງຖືກຕ້ອງຕາມສະພາບການຂອງດ້ານເສດຖະກິດ, ສິ່ງແວດລ້ອມ, ຄວາມໝັ້ນຄົງການຕ່າງປະເທດ...; ມີແນວຄິດໃໝ່ ແລະ ປະດິດຄິດສ້າງຫຼາຍຢ່າງ, ສ່ອງແສງໃຫ້ເຫັນເຈດຈໍານົງ, ຄວາມມຸ່ງມາດຄາດຫວັງບືນຕົວຂຶ້ນ.

ອີງຕາມການຄາດຄະເນຂອງກະຊວງອຸດສະຫະກຳແລະການຄ້າຫວຽດນາມແລ້ວ, ໝົດປີ 2019, ການສົ່ງອອກສິນຄ້າຂອງຫວຽດນາມອາດຈະບັນລຸໄດ້ປະມານ 261-262 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 7-7,5% ເມື່ອທຽບໃສ່ປີ 2018.

(ໄຊພອນ)

ເຫດການ