ຫວຽດນາມຄັດຄ້ານຈີນດຳເນີນການຊ້ອມຮົບຢູ່ເຂດໝູ່ເກາະຮ່ວາງຊາ

20:25 | 07/08/2019

ວັນທີ 07 ສິງຫາ 2019, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບເລື່ອງຈີນ ດຳເນີນການຊ້ອມຮົມດ້ານການທະຫານຢູ່ເຂດໝູ່ເກາະ ຮ່ວາງຊາ ຂອງຫວຽດນາມ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງວ່າ

ຄືໄດ້ຢັ້ງຢືນເປັນຫຼາຍຄັ້ງແລ້ວ, ຫວຽດນາມ ມີບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳຢ່າງພຽງພໍ ຢັ້ງຢືນອະທິປະໄຕຂອງຫວຽດນາມ ສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ທີ່ເໝາະສົມກັບກົດໝາຍສາກົນ. ເລື່ອງຈີນ ດຳເນີນບັນດາການຊ້ອມຮົບດ້ານການທະຫານຢູ່ໝູ່ເກາະຮ່ວາງຊາ ຂອງຫວຽດນາມ ແມ່ນລະເມີດອະທິປະໄຕຂອງຫວຽດນາມ ຢ່າງຮ້າຍແຮງສຳລັບໝູ່ເກາະແຫ່ງນີ້.

ຫວຽດນາມຄັດຄ້ານຈີນດຳເນີນການຊ້ອມຮົບຢູ່ເຂດໝູ່ເກາະຮ່ວາງຊາ

ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ. (ພາບ: VOVWORLD)

ວັນທີ 07 ສິງຫາ 2019, ຜູ້ຕາງໜ້າກະຊວງການຕ່າງປະເທດຫວຽດນາມ ໄດ້ສົ່ງຈົດໝາຍທາງການຄັດຄ້ານບັນດາການກະທຳລະເມີດດັ່ງກ່າວຂອງຝ່າຍຈີນ.

(ແຫຼ່ງ​ຂໍ້​ມູນ​: VOV WORLD)

ເຫດການ
302 Found

Found

The document has moved here.