ທະນາຄານໂລກ ໜູນຊ່ວຍຫວຽດນາມ ຢູ່ໃນ ສີ່ ທ້ອງຖິ່ນເພື່ອກໍ່ສ້າງພື້ນຖານໂຄງລ່າງ

09:06 | 17/06/2019

ຍສໝ - ທະນາຄານໂລກ ຫາກໍ່ອະນຸມັດບ້ວງສິນເຊື່ອທີ່ມີມູນຄ່າ 194,36 ລ້ານໂດລາສະຫະລັດ ເພື່ຶຶອແນໃສ່ໜູນຊ່ວຍຫວຽດນາມ ຢູ່ໃນ ສີ່ ທ້ອງຖິ່ເພື່ອກໍ່ສ້າງພື້ນຖານໂຄງລ່າງ ທີ່ຈໍາເປັນ ແລະ ເພີ່ມທະວີກຳລັງຄວາມສາມາດໃນການວາງແຜນຈັດສັນຜັງເມືອງ.

ທະນາຄານໂລກ ໜູນຊ່ວຍຫວຽດນາມ ຢູ່ໃນ ສີ່ ທ້ອງຖິ່ນເພື່ອກໍ່ສ້າງພື້ນຖານໂຄງລ່າງ

ພາບປະກອບ.

ໃນ ສີ່ ທ້ອງຖິ່ນຂ້າງເທິງນັ້ນປະກອບມີ: ຕາແສງກີ່ແອັງ (ແຂວງຮ່າຕິ໊ງ), ນະຄອນຫາຍເຢືອງ (ແຂວງຫາຍເຢືອງ), ເທດສະບານເມືອງຕິ໊ງຢາ (ແຂວງແທັງຮ໋ວາ) ແລະ ນະຄອນອຽນບ໋າຍ (ແຂວງອຽນບ໋າຍ); ໃນ ສີ່ ຕົວເມືອງ ທີ່ໄດ້ຮັບການຄັດເລືອກນັ້ນ ລ້ວນແຕ່ໄດ້ ແລະ ກຳລັງສະແດງໃຫ້ເຫັນເຖິງຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ທີ່ຈະກາຍເປັນຈຸດສຸມຂອງກ້ອນກໍາລັງໜູນດ້ານເສດຖະກິດລະດັບແຂວງ ກໍ່ຄືຢູ່ລະດັບພາກພື້ນ. ໂຄງການຈະປະກອບສ່ວນແກ້ໄຂການຂາດເຂີນພື້ນຖານໂຄງລ່າງໃນເບື້ອງຕົ້ນຜ່ານການໜູນຊ່ວຍການເງິນທີ່ຈໍາເປັນ ເພື່ອລົງທຶນກໍ່ສ້າງບັນດາກິດຈະກໍາທີ່ມີຄຸນນະພາບໂດຍອີງໃສ່ບົດຮຽນຕ່າງໆ ແລະ ພຶດຕິກໍາຕົວຈິງທີ່ດີຈາກບັນດາການເຄື່ອນໄຫວຄ້າຍຄືກັນຂອງ ທະນາຄານໂລກ ຢູ່ບັນດາຕົວເມືອງອື່ນໃນໂລກ.

(ໄຊພອນ)

ເຫດການ
302 Found

Found

The document has moved here.