ຫວຽດນາມ ເປັນປະເທດເໝາະສົມ ທີ່ຈະດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ

13:16 | 30/05/2019

ຍສໝ - ກອງປະຊຸມຄັ້ງທີ 73 ສະມັດຊາໃຫຍ່ສະຫະປະຊາຊາດນີ້ ເພື່ອການປ່ອນບັດຄັດເລຶກເອົາ 5 ຕຳແໜ່ງ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 07 ມິຖຸນາ 2019.

ຫວຽດນາມ ເປັນປະເທດເໝາະສົມ ທີ່ຈະດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ

ທ່ານ ດັ້ງ ດິ່ງ ກຸຍ, ຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສະຫະປະຊາຊາດ.(ພາບ:TTXVN)

ຕາມທ່ານ ດັ້ງ ດິ່ງ ກຸຍ, ຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ໃຫ້ຮູ້ວ່າ: ມາຮອດຈຸດເວລານີ້, ຫວຽດນາມ ໄດ້ຮັບການສະໜັບສະໜູນເປັນລາຍລັກອັກສອນຂອງກວ່າ 120 ປະເທດ. ເຖິງຢ່າງໃດກໍ່ຕາມ, ຕາມຂໍ້ກຳນົດຂອງສະພາປ່ອນບັດຂອງສະພາຄວາມໝັ້ນຄົງແລ້ວ, ພຽງແຕ່ຍາດໄດ້ບັດສະໜັບສະໜູນຈຳນວນ 2/3 ຖືວ່າຫວຽດນາມ ຈະໄດ້ຮັບເລືອກຕັ້ງ, ອາດເວົ້າໄດ້ວ່າ ມາຮອດປະຈຸບັນ ຫວຽດນາມມີຄວາມເປັນໄປໄດ້ທີ່ຈະໄດ້ຮັບຄວາມໄວ້ວາງໃຈດຳລົງຕຳແໜ່ງດັ່ງກ່າວສູງທີ່ສຸດ.

ຫວຽດນາມ ເປັນປະເທດເໝາະສົມ ທີ່ຈະດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ

ທ່ານ Olof Skoog, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຊູແອັດ ປະຈຳສະຫະປະຊຳຊາດ.(ພາບ:TTXVN)

ຕອບຄຳສໍາພາດນັກຂ່າວ,ສຳນັກຂ່າວສານຫວຽດນາມ, ທ່ານ Olof Skoog, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຊູແອັດ ປະຈຳສະຫະປະຊາດ ກ່ຽວກັບບັນຫາດັ່ງກ່າວ. ທ່ານ Olof Skoog ໄດ້ໃຫ້ຮູ້ວ່າ: ຫວຽດນາມ ມີທ່າສະດວກທີ່ສຸດ ທີ່ຈະກາຍເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນການເລືອກຕັ້ງຈະມາເຖິງ. ຫວຽດນາມ ໄດ້ຜ່ານຜ່າສົງຄາມຫຼາຍຄັ້ງ, ຫວຽດນາມ ຊອກຫາໄດ້ວິທີຮຳບາດແຜສົງຄາມ, ຊອກຫາໄດ້ເສັ້ນທາງມຸ່ງໄປເຖິງສັນຕິພາບ… ສະນັ້ນ, ຫວຽດນາມ ແມ່ນປະເທດເໝາະສົມເພື່ອຮັບດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.