ມາດຕະການປະດິດຄິດສ້າງນະຄອນອັດສະລິຍະຂອງ Viettel ໄດ້ຮັບການຮັບຮອງເອົາໃນພາກພື້ນອາຊີ

09:06 | 28/05/2019

ໃນວັນທີ 22 ພຶດສະພາ, ຄະນະຈັດຕັ້ງລາງວັນໂທລະຄົມມະນາຄົມອາຊີ - Telecom Asia Awards 2019 ໄດ້ປະກາດບັນຊີລາຍຊື່ບັນດາວິສາຫະກິດໄດ້ຮັບໄຊຊະນະ, Viettel ມີຊື່ໃນ 2/5 ລາຍການໃນຮອບຊີງຊະນະເລີດ.

ໂຄງການສູນບັນຊາການອັດສະລິຍະຢູ່ແຂວງເທື່ອທຽນ-ເຫ້ວ ຍາດໄດ້ລາງວັນໂຄງການນະຄອນອັດສະລິຍະ (smart city) ທີ່ມີຫົວຄິດປະດິດສ້າງທີ່ສຸດຢູ່ອາຊີ. ທ່ານ ຫງວຽນແທັງນາມ CEO ຂອງ Mytel (ເຄື່ອງໝາຍການຄ້າຂອງ Viettel ຢູ່ມຽນມາ) ໃນໄລຍະ 2017-2018, ປະຈຸບັນເປັນຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel ໄດ້ຮັບການຮັບຮອງເປັນ CEO ແຫ່ງປີ.

ສູນບັນຊາການ ເທື່ອທຽນ-ເຫ້ວ ໂດຍ Viettel ຜັນຂະຫຍາຍ ແລະເລີ່ມເຄື່ອນໄຫວແຕ່ປີ 2018. ນີ້ແມ່ນໂຄງການ ເຊິ່ງ Viettel ໄດ້ສ້າງຂຶ້ນມາຕາມຄວາມຮຽກຮ້ອງຕ້ອງການ ແລະລັກສະນະສະເພາະຂອງແຂວງ. ນັ້ນກໍ່ແມ່ນຈຸດທີ່ເປັນເອກະລັກສະເພາະເຊິ່ງ Telecom Asia Awards 2019 ໄດ້ຮັບຮູ້. ປະຈຸບັນສູນບັນຊາການອັດສະລິຍະ ຖືກ Viettel ຜັນຂະຫຍາຍເລີ່ມເຄື່ອນໄຫວປະຕິບັດຢູ່ 3 ແຂວງແມ່ນເທື່ອທຽນ-ເຫ້ວ, ຝູເທາະ ແລະແທງຮວາ. ມາດຕະການທັງໝົດເຫຼົ່ານັ້ນລ້ວນແຕ່ໄດ້ສ້າງຂຶ້ນໂດຍສະເພາະເພື່ອໃຫ້ເໝາະສົມກັບຈຸດພິເສດ ແລະຄວາມຕ້ອງການຂອງແຕ່ລະແຂວງເພື່ອແນໃສ່ຍົກສູງຄຸນນະພາບຂອງການຄຸ້ມຄອງ, ການບັນຊາ, ການຄົມມະນາຄົມ, ຄວາມສະຫງົບສາທາລະນະ…

ມາດຕະການປະດິດຄິດສ້າງນະຄອນອັດສະລິຍະຂອງ Viettel ໄດ້ຮັບການຮັບຮອງເອົາໃນພາກພື້ນອາຊີ

ມາດຕະການອັດສະລິຍະ ຂອງ Viettel ໄດ້ຮັບລາງວັນ Telecom Asia Awards 2019. (ພາບ: qdnd.vn)

ຄຽງຂ້າງນັ້ນ, Keeng Movies ຂອງ Viettel Media ກໍ່ໄດ້ຮັບການເຊີດຊູແມ່ນໜຶ່ງໃນສີ່ການບໍລິການ video ທີ່ມີຫົວຄິດປະດິດສ້າງທີ່ສຸດໃນອາຊີ. Viettel Pay ໄດ້ຮັບການເຊີດຊູແມ່ນໜຶ່ງໃນສີ່ການບໍລິການຊຳລະສະສາງດ້ວຍໂທລະສັບມືຖືຢ່າງມີຫົວຄິດປະດິດສ້າງທີ່ສຸດຢູ່ອາຊີ. ທ່ານ ເຈິ່ນວັນບັ່ງ ຜູ້ອຳນວຍການໃຫຍ່ Telemor (ເຄື່ອງໝາຍການຄ້າຂອງ Viettel ຢູ່ Timor-Leste) ກໍ່ໄດ້ຮັບການເຊີດຊູເປັນໜຶ່ງໃນສີ່ CEO ແຫ່ງປີ.

(ແຫຼ່ງ​ຂໍ້​ມູນ​: ຈາງຫງວຽນ/qdnd.vn)

ເຫດການ
302 Found

Found

The document has moved here.