ຫວຽດນາມ ສ້າງຍຸດທະສາດພັດທະນາເສດຖະກິດ-ສັງຄົມ

09:47 | 23/05/2019

ຕາມ​ຂ່າວ​ສານ ​ຫວຽດ​ນາມ, ວັນ​ທີ 22 ພຶດ​ສະ​ພາ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫວຽດ​ນາມ ພວມເລັ່ງ​ສ້າງ ​ຍຸດ​ທະ​ສາດ​ ພັດ​ທະ​ນາ ​ເສດ​ຖະ​ກິດ-ສັງ​ຄົມ ໃນ​ໄລ​ຍະ​ 2021-2030, ແຜນ​ການ ​ພັດ​ທະ​ນາ​ ເສດ​ຖະ​ກິດ-ສັງ​ຄົມ ໃນ​ໄລ​ຍະ 5 ປີ (2021-2025) ເພື່ອ​ກະ​ກຽມ​ໃຫ້​ແກ່ ກອງ​ປະ​ຊຸມ​ໃຫຍ່​ ຂອງ​ພັກ​ກອ​ມ​ມູ​ນິດ ​ຫວຽດ​ນາມ ຄັ້ງ​ທີ XIII.

ຫວຽດນາມ ສ້າງຍຸດທະສາດພັດທະນາເສດຖະກິດ-ສັງຄົມ

ພາບປະກອບ.(ສຳນັກຂ່າວຫວຽດນາມ)

ທ່ານ ຫງຽນ ​ວັນ ​ຈູງ ຮອງ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ​ຫວຽດ​ນາມ​ ໃຫ້​ຮູ້​ວ່າ: ລັດ​ຖະ​ບານ​ ຫວຽດ​ນາມ ກ​ຽມ​ກອງ​ປະ​ຊຸມ​ໃຫຍ່ ​ຄະ​ນະ​ຜູ້​ແທນ ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII ຂອງ​ພັກ​ກອມ​ມູ​ນີດ ​ຫວຽດ​ນາມ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ (ອົງ​ການ​ກະ​ກຽມ ​ເນື້ອ​ໃນ ​ສຳ​ຄັນ​ຕ່າງໆ ​ຂ​ອງ​ຍຸດ​ທະ​ສາດ​ ພັດ​ທະ​ນາ​ ເສດ​ຖະ​ກິດ-ສັງ​ຄົມ ໃນ​ໄລ​ຍະ 2021-2030, ແຜນ​ການ​ພັດ​ທະ​ນາ ​ເສດ​ຖະ​ກິດ-ສັງ​ຄົມ ​ສຳ​ລັບ 5 ປ​ິ ໃນ​ໄລ​ຍະ 2021-2025.

ທ່ານ​ ຫງວຽນ​ ວັນ​ ຈູງ ກ່າວຕື່ມອີກ​ວ່າ: ຜ່ານ​ການ​ຕີ​ລາ​ຄາ​ ໝາກ​ຜົນ​ເບື້ອງ​ຕົ້ນ ​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດ​ນາມ ​ໄດ້​ບັນ​ລຸ​ ໝາກ​ຜົນ​ສຳ​ຄັນ​ ໃນ​ການ​ປະ​ຕີ​ບັດ ຍຸດ​ທະ​ສາດ​ ພັດ​ທະ​ນາ​ ເສດ​ຖະ​ກີດ-ສັງ​ຄົມ ​​ສຳ​ລັບ 10 ປີ ໃນ​ໄລ​ຍະ 2011-2020 ແລະ ແຜນ​ການ​ພັດ​ທະ​ນາ​ ເສດ​ຖະ​ກິດ​-ສັງ​ຄົມ ສຳ​ລັບ 5 ປ​ີ ໃນ​ໄລ​ຍະ 2016-2020. ນ​ອກ​ນັ້ນ, ທ່ານ ຫງວ​ຽນ​ວັນ​ຈູງ ຍັງກ່າວຕື່ມອີກ​ວ່າ ຄວນ​ຕີ​ລາ​ຄາ​ ໃຫ້​ຖືກ​ຈຸດ ​ໃນ​ກ​ານ​ພັ​ດ​ທະ​ນາ​ ຫວຽດ​ນາມ ​ໃນ​ໄລ​ຍະ​ຜ່ານ​ມາ ໂດຍ​ນຳ​ສະ​ເໜີ​ ເຖິງ​ການ​ຄາດ​ຄະ​ເນ ແລະ ຮັບ​ຮູ້​ເຖິງ ​ທ່າ​ແຮງ​ຕົ້ນ​ຕໍ ຂອງ​ໂລກ ຊຶ່ງ​ຈະ​ສົ່ງຜົນ​ກະ​ທົບ ​ໂດຍ​ກົງ ແລະ ​ການສ້າງ ​ບັນ​ຫາ​ໃ​ໝ່​ ໃນ​ການ​ພັດ​ທະ​ນາ​ ຂອງ​ຫວຽດ​ນາມ./.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.