ປັບປຸງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ເລິກເຊິ່ງຂຶ້ນຕື່ມ

00:54 | 15/05/2019

ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກ Minjoo ສ.ເກົາຫຼີ

ຕອນບ່າຍວັນທີ 26 ມີນາ, ຢູ່ສໍານັກງານສູນກາງພັກ, ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Li He Chan ປະທານພັກ Minjoo ສ.ເກົາຫຼີ ນໍາໜ້າຄະນະຜູ້ແທນພັກ Minjoo ສ.ເກົາຫຼີ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ເນັ້ນໜັກວ່າ ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານ Li He Chan ປະທານພັກ Minjoo ແລະ ຄະນະຜູ້ແທນພັກ Minjoo ສ.ເກົາຫຼີ ແມ່ນໂອກາດເພື່ອໃຫ້ການນໍາສອງພັກ ພົບປະແລກປ່ຽນ, ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ຕີລາຄາສູງເລື່ອງສອງພັກໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການເພີ່ມທະວີການຮ່ວມມື, ພ້ອມທັງສະເໜີວ່າ ສອງຝ່າຍຕ້ອງສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ຫັນບົດບັນທຶກຊ່ວຍຈໍາໃຫ້ປະກົດຜົນເປັນຈິງ ປະກອບສ່ວນສ້າງພື້ນຖານສໍາຄັນ ເພື່ອປັບປຸງນໍ້າໃຈໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ສ.ເກົາຫຼີນັບມື້ນັບເລິກເຊິ່ງຂຶ້ນຕື່ມ.

ປັບປຸງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ.ເກົາຫຼີ ເລິກເຊິ່ງຂຶ້ນຕື່ມ

ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Li He Chan ປະທານພັກ Minjoo ສ.ເກົາຫຼີ

ກ່ອນໜ້ານັ້ນ, ກ່າວຄໍາເຫັນທີ່ການຕ້ອນຮັບທ່ານ Li He Chan ປະທານພັກ Minjoo ສ.ເກົາຫຼີ ແລະ ຄະນະຜູ້ແທນພັກ Minjoo ສ.ເກົາຫຼີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີ ຝ່າຍ ສ.ເກົາຫຼີ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງຫວຽດນາມທີ່ພວມດໍາລົງຊີວິດ, ສຶກສາຮໍ່າຮຽນ ແລະ ເຮັດວຽກຢູ່ ສ.ເກົາຫຼີ. ນະທີ່ນີ້, ທ່ານ Li He Chan ເນັ້ນໜັກວ່າ ຈະມານະພະຍາຍາມ ພ້ອມກັບການນໍາສອງພັກ, ສອງລັດ ສືບຕໍ່ເອົາໃຈໃສ່ຊຸກຍູ້ ແລະ ສ້າງການພົວພັນຄູ່່ຮ່ວມມືລະຫວ່າງສ.ເກົາຫຼີ ແລະ ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ ແລະ ນໍາການພົວພັນສອງຝ່າຍ ມຸ່ງໄປສູ່ລະດັບສູງໃໝ່; ພ້ອມທັງປາດຖະໜາວ່າ ຫວຽດນາມ ສືບຕໍ່ສ້າງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດທີ່ສະດວກໃຫ້ບັນດາວິສາຫະກິດ ສ.ເກົາຫຼີ ທີ່ພວມລົງທຶນຢູ່ຫວຽດນາມ. ການນໍາສອງທ່ານກໍສະແດງຄວາມຕັດສິນໃຈ ຈະນໍາວົງເງິນການຄ້າສອງປະເທດໃຫ້ບັນລຸ 100 ຕື້ USD ໃນປີ 2020.

ແລະ ກໍໃນຕອນເຊົ້າຂອງວັນດຽວກັນ, ຄະນະຜູ້ແທນພັກ Minjoo ຂອງ ສ.ເກົາຫຼີ ກໍໄດ້ມີການເຈລະຈາກັບ ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານ ເຈິ່ນກວກເວື້ອງ ຜູ້ປະຈໍາການຄະນະເລຂາສູນກາງພັກ ເປັນຫົວໜ້າ. ພາຍຫຼັງສິ້ນສຸດການເຈລະຈາ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກ Minjoo ສ.ເກົາຫຼີ

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ
302 Found

Found

The document has moved here.