ຮູ້ວ່າໃນບັນດາຜູ້ເຄາະຮ້າຍ ມີແມ່ຍິງ 3 ຄົນ ຊາຍ 2 ຄົນ. ຂໍ້ມູນມູນເບື້ອງຕົນຂອງຜູ້ທີ່ເສຍຊີວິດ ປະະກອບມີ : ຫງວ໋ຽນ ຖິ ທູ (ເກີດປີ 1991, ຖືປັດສະປໍ C6691033) ດວ່ານ ຖິ ບິກ (ເກີດປີ 1985, ປັດສະປໍ C6686337) ເຈີ່ນ ວັນ ເຍີ໊ດ (ເກີດປີ 1987, ຖືປັດສະປໍ C6699032 ) ຟ້າມ ຖິ ທຸ່ຍ ຢຸງ (ເກີດປີ 1997, ຖືປັດສະປໍ C6723952) ຟານ ວັນ ເຊີນ (ເກີດປີ 1992, ຖືປັດສະປໍ C6767103).
![]() |
ອຸບັດຕິເຫດ ລົດບັກທຸກ 10 ລໍ້ຕຳລົດຕູ້ ມີຄົນຫວຽດນາມເສຍຊີວິດ 5 ຄົນ.
ພາຍຫຼັງອຸບັດຕິເຫດດັ່ງກ່າວເກີດຂື້ນ, ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳ ປະເທດໄທ ໄດ້ຕິດຕໍ່ກັບເຈົ້າຫນ້າທີ່ແຂວງ ການຈະນະບູຣີ ເພື່ອປະຕິບັດມາດຕະການປົກປ້ອງພົນລະເມືອງ ແລະ ຈະປະສານປະສົມທົບ ກັບເຈົ້າຫນ້າທີ່ ຫວຽດນາມ ແລະ ເຈົ້າໜ້າທີ່ທ້ອງຖິ່ນ ໃນການກະກຽມເອກກະສານຕາມລະບຽບການ ເພື່ອແກ້ໃຫ້ ຜູ້ຖືກເຄາະຮ້າຍ, ສົ່ງສົບກັບປະເທດ.
ສະຖານເອກອັກຄະລັດຖະທູດ ກໍ່ໄດ້ປະສານຮ່ວມກັບ ບໍລິສັດຂົນສົ່ງເກີດອຸບັດຕິເຫດ, ຮຽກຮ້ອງໃຫ້ມີມາດຕະການຊ່ວຍເຫຼືອ ທາງດ້ານການເງິນແກ່ຄອບຄົວຂອງຜູ້ຖືກເຄາະຮ້າຍ. ກະຊວງການຕ່າງປະເທດໄດ້ມອບຫມາຍໃຫ້ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳປະເທດໄທ ສືບຕໍ່ຕິດຕາມຢ່າງໃກ້ຊິດຕໍ່ກັບເຫດການດັ່ງກ່າວ. ກະຊວງການຕ່າງປະເທດ ກໍ່ໄດ້ຮຽກຮ້ອງມາຍັງ ກະຊວງຕຳຫຼວດ ຈັດຕັ້ງປະຕິບັດການກວດສອບບຸກຄົນຜູ້ຖືກເຄາະຮ້າຍ ແລະ ແຈ້ງໃຫ້ທ້ອງຖິ່ນ, ຄອບຄົວ ຂອງຜູ້ຖືກເຄາະຮ້າຍ, ເພື່ອເພື່ອປະກອບພິທີສົບໃຫ້ຜູ້ເຄາະຮ້າຍຄັ້ງນີ້ຢ່າງຮີບດ່ວນ.
ສາຍດ່ວນໃນການຊ່ວຍເຫຼືອ ຂອງສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳປະເທດໄທ: +66 89 896 6653 ຫຼື ໂທລະສັບຂອງ ສູນປົກປ້ອງພົນລະເມືອງ: +84 981 84 84 84.
![]() |
ສົບຂອງຜູ້ເຄາະຮ້າຍ.(ພາບ:ສຳນັກຂ່າວຫວຽດນາມ)
ຕາມແຫລ່ງຂໍ້ມູນໃຫ້ຮູ້ວ່າ: ເຫດການດັ່ງກ່າວເກີດຂຶ້ນຢູ່ທາງແຍກ ລົດບັນທຸກຄັນໜຶ່ງ ຕຳເຂົ້າຢ່າງແຮງ ກັບ ລົດຕູ້ 16 ບ່ອນນັ່ງ ແລະ ຕົກລົງໄປໃນຄອງນ້ໍາ. ມີໜ່ວຍກູ້ໄພ, ຄົນຂັບລົດ, ທະຫານ ແລະ ຕໍາຫຼວດ ປະມານ 100 ຄົນ ໄດ້ຢູ່ໃນສະຖານທີ່ເພື່ອຄົ້ນຫາຜູ້ຖືກເຄາະຮ້າຍ. ພາຍຫຼັງການຄົ້ນຫາໄດ້ຄົ້ນພົບສົບຜູ້ເສຍຊີວິດ 8 ຄົນ, ໃນນັ້ນ, ມີຜູ້ຍິງຖືພາ 1 ຄົນ, ອີກ 4 ຄົນ ແມ່ນໄດ້ຮັບການຊ່ວຍເຫຼືອອື່ນ ແລະ ນໍາສົ່ງໂຮງຫມໍທ້ອງຖິ່ນໃກ້ຄຽງ. ຜູ້ຂັບລົດຕູ້ 16 ບ່ອນນັ່ງ ໂຊກດີລອດຕາຍໄດ້ໃຫ້ຮູ້ວ່າ: ຕອນທີ່ ກຳລັງຂັບລົດສົ່ງແຮງງານຕ່າງປະເທດດັ່ງກ່າວ ຖືກລົດບັນທຸກ 10 ລໍ້ ຕຳຈາກທາງຫລັງ ຢູ່ ສີ່ແຍກ ທີ່ ບໍ່ມີໄຟຟ້າອຳນາດ.
ສະຖານທີ່ເກີດອຸປະຕິເຫດ ຫ່າງຈາກ ກຸງເທບມະຫານະຄອນ ປະມານ 150 ກິໂລແມັດ ໄປທາງ ທິດຕາເວັນຕົກ.
(ຫັດທະບູນ)