ນາຍົກລັດຖະມົນຕີຫງວຽນຊວນຟຸກລະດົມກຳລັງໃຈແກ່ການຜະລິດດຳເນີນທຸລະກິດຢູ່ຮ່າໂນ້ຍແລະນິງບິ່ງ

00:54 | 14/05/2019

ຕອນເຊົ້າວັນທີ 11 ກຸມພາ (ກົງກັບວັນທີ 07 ບຸນເຕັດ), ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີມອບໜ້າທີ່ຍາມຕົ້ນລະດູບານໃໝ່ຢູ່ທະນາຄານນະໂຍບາຍສັງຄົມ.

ນາຍົກລັດຖະມົນຕີຫງວຽນຊວນຟຸກລະດົມກຳລັງໃຈແກ່ການຜະລິດດຳເນີນທຸລະກິດຢູ່ຮ່າໂນ້ຍແລະນິງບິ່ງ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກລະດົມກຳລັງໃຈແກ່ການຜະລິດດຳເນີນທຸລະກິດຢູ່ນິງບິ່ງ. (ພາບ: VGP)

ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງເປົ້າໝາຍຂອງພັກ, ລັດໃນການພັດທະນາພື້ນຖານເສດຖະກິດຕາມກຳນົດທິດສັງຄົມນິຍົມ; ໃນນັ້ນມີເນື້ອໃນສຳຄັນແມ່ນ ເອົາໃຈໃສ່ເປັນພິເສດເຖິງບັນດາບັນຫາຊ່ວຍໜູນສັງຄົມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາສາຂາຂອງທະນາຄານນະໂຍບາຍສັງຄົມ ປະຕິບັດໜ້າທີ່ໃຫ້ຄຳປຶກສາແກ່ຄະນະພັກເປັນຢ່າງດີກວ່າ, ຫັນລະບຽບການບໍລິຫານເປັນງ່າຍດາຍ ເພື່ອຮັບປະກັນຜົນກຳໄລໃຫ້ບັນດາເປົ້າໝາຍນະໂຍບາຍສຳພັດກັບແຫຼ່ງທຶນ.

ແລະກໍ່ໃນຕອນເຊົ້າວັນທີ 11 ກຸມພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມຮູບແບບການຜະລິດ ຜະລິດຕະພັນກະເສດສົ່ງອອກດ້ວຍເຕັກໂນໂລຊີສູງ ຂອງບໍລິສັດຫຸ້ນສ່ວນສະບຽງອາຫານສົ່ງອອກ ດົ່ງຢາວ ຢູ່ແຂວງນິງບິ່ງ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ພ້ອມກັບເສດຖະກິດດີຈີຕອນ, ກະສິກຳຫວຽດນາມ ສາມາດກາຍເປັນກຳລັງກະຕຸກຊຸກຍູ້ຍຸດທະສາດ ເພື່ອນຳຫວຽດນາມ ປະຕິບັດສຳເລັດຄາດໝາຍຄູ່: ກາຍເປັນເສດຖະກິດມີລາຍຮັບປານກາງສູງກ່ອນປີ 2035 ແລະ ສັງຄົມຍຸຕິທຳ, ສະເໝີພາບ, ເຂັ້ມຂົ້ນໄປດ້ວຍມີສີສັນວັດທະນະທຳຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ
302 Found

Found

The document has moved here.