ນາຍົກລັດຖະມົນຕີ ຫວຽດນາມ ອວຍພອນປີໃໝ່ ແລະ ມອບຂອງຂວັນໃຫ້ແກ່ຄອບຄົວນະໂຍບາຍ- ຊົນເຜົ່າສ່ວນໜ້ອຍ ຂອງແຂວງດັກນົງ

00:54 | 13/05/2019

ຍສໝ - ໃນການຢ້ຽມຢາມແລະເຮັດວຽກຢູ່ແຂວງດັກນົງ, ຕອນເຊົ້າຂອງວັນທີ 15 ມັງກອນ ທ່ານ ຫງວ໋ຽນ ຊົນຟຸກ ນາຍົກລັດຖະມົນຕີ ພ້ອມຄະນະປະຕິບັດງານສູນກາງ ໄດ້ໄປຢ້ຽມຢາມຖາມຂ່າວ, ອວຍພອນປີໃໝ່ຫວຽດນາມທີ່ຈະມາບັນຈົບຄົບຮອບ ແລະ ມອບຂອງຂວັນໃຫ້ແກ່ຄອບຄົວນະໂຍບາຍ, ຄອບຄົວຊົນເຜົ່າສ່ວນໜ້ອຍ ຢູ່ ບວນນຸຍ, ຕາແສງ ເຕີມຖັງ, ເມືອງ ກືຈຸດ.

ນາຍົກລັດຖະມົນຕີ ຫວຽດນາມ ອວຍພອນປີໃໝ່ ແລະ ມອບຂອງຂວັນໃຫ້ແກ່ຄອບຄົວນະໂຍບາຍ- ຊົນເຜົ່າສ່ວນໜ້ອຍ ຂອງແຂວງດັກນົງ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວ໋ຽນ ຊົນຟຸກ ອວຍພອນປີໃໝ່ໃຫ້ແກ່ພໍ່ແມ່ປະຊາຊົນ ຢູ່ ແຂວງດັກນົງ.

ທ່ານນາຍົກລັດຖະມົນຕີ ໄດ້ແບ່ງປັນວ່າ: ຄົນຫວຽດນາມພວກເຮົາ ມີມູນເຊື້ອວັດທະນະທຳອັນລຳ້ຄ່າ ມີນຳ້ໃຈຊ່ວຍເຫຼືອເຊິ່ງກັນແລະກັນ, “ ໃບດີຫໍ່ໃບຂາດ”, ຊ່ວຍເຫຼືອຜູ້ທີ່ມີຄວາມທຸກຍາກລຳບາກ. ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່, ຊີ້ນຳ ແລະ ຍາມໃດກໍ່ໄດ້ຈັດປີໃໝ່ໃຫ້ແກ່ຜູ້ທີ່ທຸກຍາກໃນແຕ່ລະປີ. ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນຟຸກ ນຳເອົາຄຳອວຍພອນ ຂອງການນຳພັກ, ລັດ ມາຍັງພໍ່ແມ່ປະຊາຊົນ; ອວຍພອນໃຫ້ແກ່ພໍ່ແມ່ປະຊາຊົນ ຕ້ອນຮັບປີໃໝ່ປີ ກຸນ ດ້ວຍຄວາມອີ່ໜຳສຳລານ, ປອດໄພ, ປະຢັດມັດທະຍັດ; ພ້ອມກັນນັ້ນກໍ່ຫວັງເປັນຢ່າງຍິ່ງວ່າ ພໍ່ແມ່ປະຊາຊົນ ຕ້ອນຮັບປີໃໝ່ ກໍ່ຢ່າລືມເຖິງພາລະກິດໃນການເພີ່ມພູນຜລິດຜົນ ເພື່ອໃຫ້ປີໃໝ່ມີຄວາມຢູ່ດີກິນດີ. ອຳນາດການປົກຄອງຂັ້ນແຂວງ, ທ້ອງຖິ່ນ ໃຫ້ເອົາໃຈໃສ່ຊ່ວຍເຫຼືອໂດຍກົງຕໍ່ກັບຜູ້ທຸກຍາກ ແລະ ຄອບຄົວທຸກຍາກ ໃຫ້ມີມື້ປີໃໝ່ອີ່ມໜຳສຳລານ ບໍ່ມີຜູ້ໃດອິດຫິວ.

ນາຍົກລັດຖະມົນຕີ ຫວຽດນາມ ອວຍພອນປີໃໝ່ ແລະ ມອບຂອງຂວັນໃຫ້ແກ່ຄອບຄົວນະໂຍບາຍ- ຊົນເຜົ່າສ່ວນໜ້ອຍ ຂອງແຂວງດັກນົງ


ນາຍົກລັດຖະມົນຕີ ຫວຽດນາມ ອວຍພອນປີໃໝ່ ແລະ ມອບຂອງຂວັນໃຫ້ແກ່ຄອບຄົວນະໂຍບາຍ- ຊົນເຜົ່າສ່ວນໜ້ອຍ ຂອງແຂວງດັກນົງ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວ໋ຽນ ຊົນຟຸກ ມອບຂອງຂວັນ ແລະ ໂທລະພາບ ໃຫ້ແກ່ປະຊາຊົນບ້ານນຸຍ.

ໂອກາດປີໃໝ່ຫວຽດນາມ (ປີກຸນ) ທ່ານນາຍົກລັດຖະມົນຕີ ໄດ້ມອບຂອງຂັວນປີໃໝ່ ໃຫ້ແກ່ຄອບຄົວນະໂຍບາຍ, ຄອບຄົວຊົນເຜົ່າສ່ວນໜ້ອຍທີ່ທຸກຍາກ ໃນບ້ານ ແລະ ມອບ ໂທລະພາບ 1 ໜ່ວຍໃຫ້ແກ່ບ້ານ ນຸຍ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ