ຫວຽດນາມ ຈະພັດທະນາພະລັງງານແສງຕາເວັນ

00:54 | 13/05/2019

ວັນ​ທີ 14 ​ເດືອນ​ມັງກອນ ປີ 2019, ທະນາຄານ​ໂລກປະຈຳ​ຫວຽດນາມ​ລາຍງານວ່າບົດ​ລາຍ​ງານຫລ້າ​ສຸດ​ຂອງ​ກຸ່ມທະນາຄານ​ໂລກກ່ຽວກັບ​ຫັນ​ການ​ເງິນ​ໃຫ​້​ແກ່​ການ​ພັດທະນາພະລັງງານ​ແສງຕາ​ເວັນໃນລະດັບສູງສຸດ​ຢູ່​ຫວຽດນາມ.

ຫວຽດນາມ ຈະພັດທະນາພະລັງງານແສງຕາເວັນ

ຫວຽດນາມ ຈະພັດທະນາພະລັງງານແສງຕາເວັນ

ວັນ​ທີ 14 ​ເດືອນ​ມັງກອນ ປີ 2019, ທະນາຄານ​ໂລກປະຈຳ​ຫວຽດນາມ​ລາຍງານວ່າບົດ​ລາຍ​ງານ​ຫລ້າ​ສຸດ​ຂອງ​ກຸ່ມທະນາຄານ​ໂລກກ່ຽວກັບຫັນ​ການ​ເງິນ​ໃຫ​້​ແກ່​ການ​ພັດທະນາ​ພະລັງງານ​ແສງຕາ​ເວັນໃນລະດັບສູງສຸດ​ຢູ່​ຫວຽດນາມລະບຸ​ວ່າທ່າມກາງ​ເສດຖະກິດ​ມະຫາ​ພາກ ​ແລະ ຂະ​ແໜງ​ການ​ພະລັງງານພວມ​ມີ​ການປ່ຽນ​ແປງ​ຢູ່​ຫວຽດນາມໄດ້​ຮຽກຮ້ອງ​ໃຫ້ມີ​ວິທີການ​ເຂົ້າ​​ແບບ​​ໃໝ່ກ່ຽວກັບການ​ລົງທຶນ​ໃນ​ຂະ​ແໜງ​ການ​ໄຟຟ້າ ​ແລະ ອາຍ​ແກັສ. ທ່ານ ​ອົສມານ​ດີ​ໂອນ ຜູ້ອຳນວຍ​ການທະ​ນາ​ຄານ​ໂລກປ​ະຈຳ​ຫວຽດນາ​​​ມກ່າວ​ວ່າສ່ວນ​ທ່ີຍັງເຫລືອ​​ໃນ​ສົກ​ປີ​ຈຳກັດ ​ແລະ ​ແຫ​ລ່ງການ​ເງິນ​ບຸລິມະ​ສິດ​ນັບ​ມື້​ຫລຸດ​ລົງ, ສິ່ງ​ສຳຄັນແມ່ນ​ຫວຽດນາມຕ້ອງ​ເພີ່ມ​ທະວີ​ຊຸກຍູ້​ບັນດາ​ແຫ​ລ່ງທຶນແທນ​​​ໃຫ້​ແກ່​ຂະ​ແໜງການ​ໄຟຟ້າ ​ແລະ ອາຍ​ແກັສ. ລັດ​ຖະບານ​ຫວຽດນາມຄວນ​ແກ້​ໄຂຢ່າງຮອບດ້ານໃນບັນ​ດາ​ຂອດ​ກີດ​ກັ້ນ​ແຫ​ລ່ງທຶນພາກ​ເອກະ​ຊົນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ໃນ​ສອງ​ຂົງ​ເຂດ​ຍຸດ​ທະ​ສາດສຳຄັນ​ຂອງ​ຫວຽດນາມ.

ບົດລາຍ​ງານ​ລະບຸ​ວ່ານັບ​ແຕ່ປີ​ນີ້​ເຖິງ ປີ 2030, ​ຫວຽດນາ​ມຕ້ອງການ​ລົງທຶນ​ໃໝ່ປະມານ 10 ຕື້​ໂດ​ລາສະຫະລັດ​ຕໍ່​ປີ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ລົງທຶນ,​​ ​ເປັນ​ຕົວ​​ເລກ​ສູງ​ກວ່າ​ລະດັບ​ສະ​ເລ່ຍ 8 ຕື້​ໂດ​ລາສະຫະລັດ​ຕໍ່​ປີທ່ີ​ກຳນົດ​​ໄວ້ໃນ​ໄລຍະ​ປີ 2011-2015. ຄາດ​ວ່າການ​ພັດທະນາ​ຂະ​ແໜງ​ການ​ອາຍ​ແກັສຫວຽດນາມທ່ີມີຖັດໄປຈະ​ຕ້ອງການ​ເຖິງ​ປະມານ 20 ຕື້​ໂດ​ລາ​ສະຫະລັດ​ໃນ​ໄລຍະ​ປີ 2015 ​ເຖິງ ປີ 2035. ນອກຈາກ​ນັ້ນ, ທ່ານ ​ຟຣັງ​ເຈ​ແມ ຊ່ຽວຊານ​ຂະ​ແໜງ​ການ​ພະລັງງານ​ຂອງ​ທະນາຄານ​ໂລກປະຈຳ​ຫວຽດນາມກ່າວ​ວ່າບັນດາ​ນັກທຸ​ລະ​ກິດ​​ເອົາ​ໃຈ​ໃສ່​ໃນ​ການ​ເຂົ້າ​ຮ່ວມ​ຕະຫລາດ​ພະລັງງານຂະໜາດ​ໃຫຍ່​ສຸດ​ຢູ່​ຫວຽດນາມ​ໂດຍສະ​ເພາະການ​ພັດທະນາພະລັງງານ​ໝູນວຽນ ​ແລະ ອາຍ​ແກັສ ປະ​ເພດ​ແຫລວ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.