ເປີດກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກຮຽນຫວຽດນາມ ນະຄອນຫຼວງ ຮ່າໂນ້ຍ ຄັ້ງທີ VII

16:20 | 24/10/2018

ຍສມ - ຕອນເຊົ້າມື້ນນີ້ ວັນທີ 24 ຕຸລາ, ຢູ່ ທີ່ຫໍປະຊຸມຊາວໜຸ່ມ ຮ່າໂນ້ຍ( ເລກທີ 37 ຖະໜົນ ເຈິ່ນບິ່ງຈ້ອງ, ເມືອງ ຮາຍບ່າຈຶງ, ນະຄອນຫຼວງ ຮ່າໂນ້ຍ) ໄດ້ເປີດກອງປະຊຸມໃຫຍ່ສະມາຄົມນັກຮຽນ ຫວຽດນາມ ນະຄອນຮ່າໂນ້ຍ ຄັ້ງທີ VII ສະໄໝ 2018-2023.

ເປີດກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກຮຽນຫວຽດນາມ ນະຄອນຫຼວງ ຮ່າໂນ້ຍ ຄັ້ງທີ VII

ກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກຮຽນຫວຽດນາມ ນະຄອນຫຼວງ ຮ່າໂນ້ຍ ຄັ້ງທີ VII

ເຂົ້າ່ຮ່ວມກອງປະຊຸມຄັ້ງນີ້ມີ: ອາດີດຄະນະກຳມະການປະຈຳ ກົມການເມືອງ, ອາດີດເລຂາພັກ ນະຄອນຫຼວງຮ່າໂນ້ຍ, ອາດີດປະທານຄະນະກຳມະການ ແນວໂຮມຊາດຫວຽດນາມ ຟ້າມ ເຖຢຽດ; ຄະນະກຳມະການສຳຮອງ ສູນກາງພັກ, ເລຂາທີໜຶ່ງ ສູນກາງຊາວໜຸ່ມ, ປະທານສະຫະພັນ ຊາວໜຸ່ມ ຫວຽດນາມ, ປະທານສະມາຄົມນັກຮຽນຫວຽດນາມ ເລ ກ໋ວກຟອງ; ສະຫາຍ ຟ້າມ ເຕີ໋ດຖັງ ຮອງຫົວໜ້າຄະນະກຳມະການວັດທະນະທຳ, ສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ ຂອງສະພາແຫ່ງຊາດ; ສະຫາຍ ເຫງາະ ຢຸຍຫ໋ຽວ ຮອງປະທານສະຫະພັນ ແຮງງານ ຫວຽດນາມ, ອາດີດເລຂາ ຊາວໜຸ່ມ, ປະທານສະມາຄົມນັກຮຽນ ນະຄອນ ຊຸດທີ V.

ເປີດກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກຮຽນຫວຽດນາມ ນະຄອນຫຼວງ ຮ່າໂນ້ຍ ຄັ້ງທີ VII


ເປີດກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກຮຽນຫວຽດນາມ ນະຄອນຫຼວງ ຮ່າໂນ້ຍ ຄັ້ງທີ VII

ບັນດາຜູ້ແທນເຂົ້າກອງປະຊຸມ.

ຜູ້ແທນນະຄອນຫຼວງຮ່າໂນ້ຍປະກອບມີ: ສະຫາຍ ໂງ ຖິແທັງຮັ່ງ- ກຳມະການ ສູນກາງ ພັກ, ຮອງເລຂາປະຈຳ ນະຄອນຫຼວງຮ່າໂນ້ຍ; ສະຫາຍ ເຈີ່ນ ວັນຕ໋ວນ-ອາດີດຄະນະກຳມະການ ສູນກາງພັກ, ອາດີດລັດຖະມົນຕີກະຊວງພາຍໃນ, ອາດີດເລຂາຊາວໜຸ່ມນະຄອນຮ່າໂນ້ຍ, ອາດີດຫົວໜ້າຄະນະສື່ສານ ພະນັກງານ ຮ່າໂນ້ຍ; ສະຫາຍ ໂງ ຖິຢວານແທັງ ອາດີດກຳມະການສູນກາງພັກ, ອາດີດ ຮອງເລຂາພັກ ນະຄອນ, ຮອງປະທານຄະນະປະຈຳ ສະພາປະຊາຊົນ ນະຄອນຮ່າໂນ້ຍ; ສະຫາຍ ວູ໋ ຮົ່ງແຂັງ ຄະນະກຳມະການ ປະຈຳ ນະຄອນຮ່າໂນ້ຍ, ປະທານຄະນະກຳມະການ ແນວໂຮມແຫ່ງຊາດຫວຽດນາມ ນະຄອນຫຼວງ; ສະຫາຍ ຫງວ໋ຽນ ລານເຮືອງ - ຄະນະກຳມະການ ປະຈຳການນະຄອນຫຼວງ, ຫົວໜ້າຄະນະຂົນຂວາຍ ແຮງງານ ນະຄອນຫຼວງ ຮ່າໂນ້ຍ; ສະຫາຍ ຫງວ໋ຽນ ຖິຕວຽນ -ຄະນະກຳມະການປະຈຳການນະຄອນຫຼວງ, ປະທານສະຫະພັນ ແຮງງານ ນະຄອນຫຼວງຮ່າໂນ້ຍ ພ້ອມທັງບັນດາສະຫາຍການນຳ ສູນກາງ ສະມາຄົມນັກຮຽນ, ບັນດາພະແນກ, ຫ້ອງການ, ຂະແໜງການ ນະຄອນຮ່າໂນ້ຍ; ຜູ້ແທນສະມາຄົມນັກຮຽນບັນດາແຂວງ, ນະຄອນ.

ເປີດກອງປະຊຸມໃຫຍ່ຜູ້ແທນ ສະມາຄົມນັກຮຽນຫວຽດນາມ ນະຄອນຫຼວງ ຮ່າໂນ້ຍ ຄັ້ງທີ VII

ສະຫາຍ ຈູ ຮົ່ງມິງ ກຳມະການບໍລິຫານງານ ສູນກາງຊາວໜຸ່ມ, ຮອງປະທານ ສະມາຄົມນັກຮຽນຫວຽດນາມ, ປະທານ ສະມາຄົມນັກຮຽນ ນະຄອນຮ່າໂນ້ຍ.

ກ່າວຄຳເຫັນໃນພິທີເປີດກອງປະຊຸມ, ສະຫາຍ ຈູ ຮົ່ງມິງ, ກຳມະການບໍລິຫານງານ ສູນກາງ ຊາວໜຸ່ມ, ຮອງປະທານສະມາຄົມນັກຮຽນຫວຽດນາມ, ປະທານ ສະມາຄົມນັກຮຽນ ນະຄອນຮ່າໂນ້ຍ, ຢືນຢັນວ່າ: ກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກຮຽນຫວຽດນາມ ນະຄອນຮ່າໂນ້ຍ ຄັ້ງທີ 7 ແມ່ນເຫດການການເມືອງພິເສດຂອງນັກຮຽນນະຄອນຫຼວງ, ແມ່ນບາດກ້າວຂອງການພັດທະນາໃໝ່ ໃນວຽກງານສະມາຄົມ ແລະ ຂະບວນການ-ການເຄື່ອນໄຫວ ນັກຮຽນນະຄອນຫຼວງ. ກອງປະຊຸມໃຫຍ່ໄດ້ດຳເນີນໄປບົນບັນຍາກາດ ທີ່ ນະຄອນຫຼວງ ແລະ ປະເທດ ໄດ້ເຊື່ອມໂຍງເລິກ ແລະ ກວ້າງ ກັບພື້ນຖານເສດຖະກິດ ໂລກ, ຖີບຕົວເອງອອກໄປທະເລກ້ວາງ ຕໍ່ໜ້າກັບໂອກາດ, ເງື່ອນໄຂ ແລະ ທ້າທາຍໃໝ່, ສະພາບການດັ່ງກ່າວໄດ້ຕັ້ງບັນຫາໃຫ້ນັກຮຽນນະຄອນຫຼວງ ແລະ ການຈັດຕັ້ງສະມາຄົມ ຂອງຕົນບັນດາ ຄວາມພະວ້າພະວັງ, ຮຽກຮ້ອງຕ້ອງການຢ່າງເຮັ່ງດ່ວນຕ້ອງຊອກຫາ ທິດທາງເດີນໃໝ່: ທີ່ສອດຄ່ອງ ແລະ ເປັນຈິງ ກັບຍຸກສະໄໝປະຈຸບັນ.

(ຫັດ​ທະ​ບູນ)

ເຫດການ