ເລຂາທິການໃຫຍ່ຫງວ໋ຽນຟູ໋ ຈ້ອງ ເດີນທາງໄປຢ້ຽມຢາມ ສະຫະພັນທະລັດ ລັດເຊຍ ຢ່າງເປັນທາງການ

14:08 | 05/09/2018

ຍສໝ - ໂດຍຕອບຮັບຕາມຄໍາເຊື້ອເຊີນຂອງທ່ານປະທານາທິບໍດີສະຫະພັນທະລັດ ລັດເຊຍ Vladimir Putin, ທ່ານ ຫງວ໋ຽນຟຸ໋ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ ພ້ອມຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງຈາກ ຮ່າໂນ້ຍ ໄປຢ້ຽມຢາມ ສະຫະພັນທະລັດ ລັດເຊຍ ລັດເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 5 – 8 ກັນຍາ 2018.

ເລຂາທິການໃຫຍ່ຫງວ໋ຽນຟູ໋ ຈ້ອງ ເດີນທາງໄປຢ້ຽມຢາມ ສະຫະພັນທະລັດ ລັດເຊຍ ຢ່າງເປັນທາງການ

ທ່ານ ຫງວ໋ຽນຟຸ໋ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ.

ຄະນະຜູ້ແທນທີ່ຮ່ວມໃນການຢ້ຽມຢາມຄັ້ງນີ້ປະກອບມີ: ທ່ານ ຟ້າມບິ່ງມິງ ກຳມະການກົມການເມືອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ; ທ່ານ ຫງວ໋ຽນວັນ ບິ່ງ ກຳມະການຄົມການເມືອງ ເລຂາສູນກາງພັກ ຫົວໜ້າກຳມະການເສດຖະກິດສູນກາງ; ທ່ານ ຫງວ໋ຽນວັນ ເນນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງ; ທ່ານ ຮວ່າງບິ່ງ ກວົນ ກຳມະການສູນກາງພັກ ຫົວໜ້າພົວພັນຕ່າງປະເທດສູນກາງ; ທ່ານ ຫງວ໋ຽນຈີ໋ ຢຸ໋ງ ກຳມະການສູນກາງພພັກ ລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທືນ; ທ່ານ ເຈີ່ນຕ໋ວນແອັງ ກຳມະການສູນກາງພັກ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ຟຸ່ງຊົນຢ້າ ກຳມະການກົມການສູນກາງພັກ ລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ; ທ່ານ ເລແທັງ ລ໋ອງ ກຳມະການສູນກາງພັກ ລັດຖະມົນຕີກະຊວງຍຸດຕິທຳ; ທ່ານຫງວ໋ຽນດຶກ ຈຸງ ກຳມະການສູນກາງພັກ ຮອງເຈົ້າຄອງ ຫົວໜ້າຫ້ອງວ່າການ ນະຄອນຫຼວງ ຮ່າໂນ້ຍ; ທ່ານ ເບຊົນເຈື່ອງ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ; ທ່ານ ບຸ່ຍວັນ ນາມ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ; ທ່ານ ໂຮ່ເມົ໋າຫງວັດ ເລຂາ ທ່ານເລຂາທິກາານໃຫຍ່ ແລະ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ສສ ຫວຽດນາມ ປະຈຳ ສະຫະພັນທະລັດ ລັດເຊຍ ທ່ານ ໂງດືກ ແມັ້ງ.

ສ້າງສາຍພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ລະຫວ່າງ ຫວຽດ-ລັດເຊຍ ເລິກເຊິ່ງຕື່ມອີກ

ເມື່ອຕອບສໍາພາດຕໍ່ນັກຂ່າວສໍານັກຂ່າວສານລັດເຊຍ TASS ກ່່ອນດໍາເນີນການຢ້ຽມຢາມ, ທ່ານເລຂາທິການໃຫຍ່່ ຫງວຽນຟຸຈ້ອງ ໃຫ້ຮູ້ວ່າ: ໃນຂອບເຂດການຢ້ຽມຢາມ ຈະດຳເນີນໄປບົນບັນຍາກາດແຫ່ງ ສາຍພົວພັນສອງປະເທດ ທີ່ກຳລັງພັດທະນາຢ່າງງົດງາມ; ພິິເສດແມ່ນຈະດຳເນີນໄປກ່ອນໜ້າວັນສຳຄັນອັນຍິ່ງໃຫຍ່ ນັ້ນຄື ຄົບຮອບ 25 ປີ ເຊັນສົນທິສັນຍາກ່ຽວກັບ ບັນດາຫັຼກການພື້ນຖານ ຂອງສາຍພົວພັນມິດຕະພາບ ຫວຽດນາມ-ລັດເຊຍ ໃນປີ 2019 ແລະ ຄົບຮອບ 70 ປີ ວັນສ້າງສາຍພົວພັນການທູດ ຫວຽດນາມ-ລັດເຊຍ ໃນປີ 2020.

ໃນຂອບເຂດການຢ້ຽມຢາມ ລັດເຊຍ ຢ່າງເປັນທາງການຄັ້ງນີ້ຂອງຂ້າພະເຈົ້າ ແມ່ນເພື່ອແນໃສ ສ້າງສາຍພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ ໃຫ້ມີຄວາມເລິກເຊິ່ງ ເພີ່ມທະວີ ຮັດແໜ້ນຍຸດທະສາດ ແລະ ຊຸກຍູ້ການຮ່ວມມືໃນທຸກໆຂົງເຂດ.

ທ່ານເລຂາທິການໃຫຍ່່ ຫງວຽນຟຸຈ້ອງ ແລະ ທ່ານປະທານາທິບໍດີ Vladimir Putin ພ້ອມດ້ວຍບັນດາການນໍາສະຫະພັນລັດເຊຍ ຈະ ແລກປ່ຽນ, ປຶກສາຫາລືຢ່າງຮອບດ້ານ ກ່ຽວກັບການພົວພັນລະຫວ່າງສອງປະເທດ; ປືກສາຫາລືບັນດາທິດທາງໃຫຍ່ ແລະ ບັນດາມາດຕະການຊຸກຍູ້ການພົວພັນໃນທຸກຂົງເຂດ; ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານເລຂາທິການໃຫຍ່່ ຫງວຽນຟຸຈ້ອງ ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ ຈະສ້າງກໍາລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລັດເຊຍ ສືບຕໍ່ພັດທະນາ, ຍົກສູງຄຸນນະພາບ ແລະ ປະສິດທິພາບໃນການຮ່ວມມືສອງຝ່າຍກວ່າອີກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ ແລະ ຜົນປະໂຫຍດແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຄວາມພັດທະນາຂອງ ພາກພື້ນ ອາຊີ - ປາຊີຟິກ.

ສາຍພົວພັນ ຫວຽດ-ລັດເຊຍ ແມ່ນສົມບັດອັນລຳ້ຄ່າຫາອັນປຽບບໍ່ໄດ້ຂອງປະຊາຊົນສອງຊາດ

ທ່ານເລຂາທິການໃຫຍ່ ຫງວ໋ຽນຟູ໋ ຈ້ອງ ໄດ້ເວົ້າວ່າ: ມູນເຊື້ອສາຍພົວພັນມິດຕະພາບ ອັນດີງາມ ຫວຽດນາມ-ລັດເຊຍ ແມ່ນມີປະຫັວດສາດ ມາຢ່າງຍາວນານ ໄດ້ຮັບການພິສູດມາດ້ວຍການເວລາ, ບັນດາ ການນຳຫຼາຍເຊັ່ນຄົນ ແລະ ປະຊາຊົນທັງສອງຊາດ ໄດ້ອອກເຮື່ອເທແຮງເສີມສ້າງ. ນີ້ແມ່ນສົມບັດອັນມີຄ່າເຊິ່ງຫາແນວປຽບບໍ່ໄດ້ຂອງປະຊາຊົນສອງຊາດ ຄວນໄດ້ຮັບການຮັກສາ ແລະ ພັດທະນາ.

ລັດເຊຍ ແມ່ນຄູ່ຮ່ວມມືທີ່ສຳຄັນ ແລະ ເກົ່າແກ່ ຂອງຫວຽດນາມ. ໃນໄລຍະ ເກືອບ 70 ປີທີ່ຜ່ານມາ ປະຫວັດສາດແຫ່ງສາຍພົວພັນ ປະຊາຊົນທັງສອງຊາດພວກເຮົາ ໄດ້ຮ່ວມຄຽງບ່າຄຽງໄລ່ ຊ່ວຍເຫຼືອຍູ້ໜູນເຊິ່ງກັນແລະກັນ. ຂ້າພະເຈົ້າບໍ່ເຫັນມີບັນຫາຫຍັງເກີດຂື້ນ ຫືຼ ສິ່ງກີດຂວາງ ໃນການສືບຕໍ່ພັດທະນາ ແລະ ສ້າງສາຍພົວພັນລະຫວ່າງສອງປະເທດໃຫ້ເລິກເຊິ່ງຂື້ນຕື່ມ.

ທ່ານເລຂາທິການໃຫຍ່ຢັ້ງຢືນວ່າ: ດ້ວຍມູນເຊື້ອ "ກິນເຂົ້າໃຫ້ຄິດເຫັນຜູ້ເຮັດນາ" ປະຊາຊົນຫວຽດນາມບໍ່ມີວັນລືມການຊ່ວຍເຫຼືອອຸ້ມຊູອັນຍິ່ງໃຫຍ່ ຄວາມເປັນເພື່ອນ ແລະ ປະສິດທິຜົນທາງດ້ານຈິດໃຈກໍ່ຄື ດ້ານວິດຖຸ ທີ່ປະຊາຊົນ ໂຊຫວຽດໃນເມື່ອກ່ອນ, ໃນນັ້ນ ສະຫະພັນທະລັດ ລັດເຊຍ ມອບໃຫ້ແກ່ປະຊາຊົນຫວຽດນາມ ໃນພາລະກິດການຕໍ່ສູ້ກູ້ຊາດ ປົດປ່ອຍປະຊາຊົນ ແລະ ຂະບວນການການປົກປັກຮັກສາ ແລະ ສ້າງສາ ປະເທດຊາດໃນປະຈຸບັນ.

ການຮ່ວມມືດ້ານ ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຍັງຄົງປະກອບສ່ວສຳຄັນ

ຕີລາຄາກ່ຽວກັບສະພາບການ ແລະ ຄວາມຄາດຫວັງຂອງ ສາຍພົວພັນຮ່ວມມືດ້ານປ້ອງກັນຊາດ-ຄວາມສະຫງົບ ແລະ ເຕັກນິກດ້ານການທະຫານ ລະຫວ່າງຫວຽດນາມ ແລະ ລັດເຊຍ, ທ່ານເລຂາທິການໃຫຍ່ ຫງວ໋ຽນຟູ໋ ຈ້ອງເຫັນວ່າ: ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລະຫວ່າງສອງຊາດ ໃນນັ້ນແມ່ນເຕັກນິກດ້ານການທະຫານ ແມ່ນຂົງເຂດການຮ່ວມມືສຳຄັນຫຼັກ ແລະ ເປັນມູນເຊື້ອ.

ໄລຍະທີ່ຜ່ານມາ ຂົງເຂດການຮ່ວມມືດັ່ງກ່າວ ນັບມື້ນັບໄດ້ຮັບການເປີດກວ້າງ, ປັບປຸງ, ສະແດງຄວາມເຊື່ອໝັ້ນສູງສົ່ງ ລະຫວ່າງສອງຊາດ ແລະ ມີຄວາມສອດຄ່ອງກັບສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ລັດເຊຍ.

ທ່ານເລຂາທິການໃຫຍ່ຍັງຕີລາຄາສູງ ກ່ຽວກັບການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສອງຊາດ ໂດຍສະເພາະແມ່ນບັນດາຂົງເຂດການຮ່ວມມືກໍ່ສ້າງພະນັກງານ, ຮັກສາສັນຕິພາບ ສະຫະປະຊາຊາດ, ທະຫານເຮືອ, ທະຫານເສນາຮັກ, ເຕັກນິກດ້ານການທະຫານ, ອຸດສາຫະກຳ ປ້ອງກັນປະເທດ...

ໃນອານາຄົດ ການຮ່ວມມືດ້ານປ້ອງກັນປະເທດ-ປ້ອງກັນຄວາມສະຫງົບ ລະຫວ່າງສອງປະເທດຈະສືບຕໍ່ປະກອບສ່ວນສຳຄັນເຂົ້າ ໃນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງຊາດ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.