ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເລີ່ມຕົ້ນການຢ້ຽມຢາມ ຮົງກາຣີ ຢ່າງເປັນທາງການ

17:27 | 09/09/2018

ຍສໝ - ເວລາ 16 ໂມງ 40 ນາທີ ຂອງວັນທີ 08 ກັນຍາ 2018 ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຮອດ ນະຄອນຫຼວງບູດາເປັດ ເລີ່ມການຢ້ຽມຢາມ ຢ່າງເປັນທາງການ ຮົງກາລີ ຕາມການເຊື້ອເຊີນຂອງ ນາຍົກລັດຖະມົນຕີ ຮົງກາລີ Viktor Orban.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເລີ່ມຕົ້ນການຢ້ຽມຢາມ ຮົງກາຣີ ຢ່າງເປັນທາງການ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເລີ່ມຕົ້ນການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ.

ພິທີຕ້ອນຮັບ ທ່ານເລຂາທິການໃຫ່ຍ ຫງວ໋ຽນຟູ໋ ຈ້ອງ ຢ່າງເປັນທາງການໄດ້ຈັດຂື້ນຢູ່ທີ່ ສະໜາມບິນສາກົນ Ferenc Lizt, ນະຄອນຫລວງ Budapest. ຕາມແຜນການຢ້ຽມຢາມຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ຈະມີການເຄື່ອນໄຫວທີ່ສຳຄັນຫຼາຍຢ່າງເຊັ່ນ: ການພົບປະເຈລະຈາ ກັບ ທ່ານນາຍົກລັດຖະມົນຕີ ຮົງກາລີ Viktor Orban; ການປຶກສາຫາລືກັບທ່ານປະທານສະພາແຫ່ງຊາດ, ທ່ານປະທານາທິບໍດີ; ຕ້ອນຮັບການເຂົ້າພົບຂອງທ່ານ ຫົວໜ້າພັກ ສັງຄົມ ຮົງກາລີ; ຮັບການນຳສະມາຄົມມິດຕະພາບ ຮົງກາລີ-ຫວຽດນາມ; ຕ້ອນຮັບຫົວໜ້າພັກ ກຳມະກອນ ຮົງກາລີ; ...

ການຢ້ຽມຢາມ ຮົງກາລີ ຢ່າງເປັນທາງການໃນຄັ້ງນີ້ ກໍ່ເພື່ອແນໃສ່ ເພີ່ມທະວີ ຄວາມເຂົ້າໃຈ ແລະ ເຊື່ອໝັ້ນເຊິ່ງກັນແລະກັນ ລະຫວ່າງ ການນຳ ແລະ ປະຊາຊົນ ສອງປະເທດ ຫວຽດນາມ - ຮົງກາລີ; ສ້າງມູນເຊື້ອມິດຕະພາບ ໃຫ້ມີຄວາມເລິກເຊິ່ງ ແລະ ຮ່ວມມືຫຼາຍດ້ານ, ຍົກລະດັບການຮ່ວມມືຂື້ນ ເປັນ ຄູ່ຮ່ວມມືຮອບດ້ານ ສ້າງບາດກ້າວໃໝ່ ເປັນຈິງໃນທຸກໆຂົງເຂດ, ຈາກນັ້ນ ປັບປຸງ ແລະ ເສີມຂະຫຍາຍອິດືິພົນຂອງຫວຽດນາມ ຢູ່ ພູມມິພາກ ຕາເວັນອອກກາງ ເບື້ອງຕາເວັນຕົກ.

ຢັ້ງຢືນນະໂຍບາຍຂອງຫວຽດນາມ ຍາມໃດກໍ່ຖື ຮົງກາລີ ເປັນຄູ່ຮ່ວມມື ທີ່ເກົ່າແກ່ ອັນດັບຕົ້ນຢູ່ພູມມິພາກ ຕາເວັນອອກກາງ ເບື້ອງຕາເວັນຕົກ; ເພີ່ມທະວີສາຍພົວພັນສອງພັກກຳອຳນາດ, ເປັນພື້ນຖານເພີື່ອຊຸກຍູ້ ສາ່ຍພົວພັນສອງຝ່າຍໃນທຸກໆຂົງເຂດທີ່ທັງສອງປະເທດມີທ່າແຮງ ແລະ ຄວາມສາມາດບົ່ມຊ້ອນ.

ຫວຽດນາມ ແລະ ຮຸງກາຣີ ໄດ້ສ້າງຕັ້ງການພົວພັນທາງການທູດເມື່ອວັນທີ 03/02/1950. ຮຸງກາຣີ ໄດ້ສະຫງວນໃຫ້ ຫວຽດນາມ ການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ໃນຊຸມປີຜ່ານມາ, ການພົວພັນ 2 ປະເທດໄດ້ມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.