ເປີດກອງປະຊຸມ ສຳມະນາ ການຄຸ້ມຄອງ ກອງທັບບົກ ປາຊີຟິກ ຄັ້ງທີ 42

08:17 | 21/08/2018

ຍສໝ - ຕອນເຊົ້າວັນທີ 20 ສິງຫາ, ທີ່ຮ່າໂນ້ຍ ກອງເສນາທິການໃຫຍ່ ກອງທັບ ປະຊາຊົນຫວຽດນາມ ແລະ ກອງບັນຊາການ ກອງທັບບົກ ປາຊີຟິກ ອາເມລິກາ ເປັນປະທານຮ່ວມ ຈັດຕັ້ງ ກອງປະຊຸມສຳມະນາ ການຄຸ້ມຄອງ ກອງທັບບົກ ປາຊີຟິກ ຄັ້ງທີ 42 (PAMS - 42)

ເປີດກອງປະຊຸມ ສຳມະນາ ການຄຸ້ມຄອງ ກອງທັບບົກ ປາຊີຟິກ ຄັ້ງທີ 42

ກອງປະຊຸມສຳມະນາການຄຸ້ມຄອງກອງທັບບົກ ປາຊີຟິກ ຄັ້ງທີ 42.

ດ້ວຍຫົວຂໍ້ທີ່ວ່າ “ການຮ່ວມມືລະຫວ່າງກອງທັບບົກບັນດາປະເທດພາກພື້ນມະຫາສະໝຸດ ອິນເດຍ - ອາຊີ - ປາຊີຟິກ ໃນການໜູນຊ່ວຍມະນຸດສະທຳ, ກູ້ຊ່ວຍໄພພິບັດ”.

ກອງປະຊຸມສຳມະນາຈະດຳເນີນແຕ່ວັນທີ 20 – 23 ສິງຫາ ປີ 2018, ດ້ວຍການເຂົ້າຮ່ວມຂອງບັນດາຜູ້ແທນກອງທັບບົກທີ່ມາຈາກ 27 ປະເທດໃນພາກພື້ນມະຫາສະໝຸດ ອິນເດຍ - ອາຊີ - ປາຊີຟິກ. ລາຍການ PAMS – 42 ມີ 3 ວາລະປະຊຸມຄົບຄະນະດ້ວຍບັນດາເນື້ອໃນຕົ້ນຕໍຄື: ການຮັບມືໃນເບື້ອງຕົ້ນຂອງບັນດາກຳລັງກອງທັບບົກໃນການໜູນຊ່ວຍມະນຸດສະທຳ, ກູ້ຊ່ວຍໄພພິບັດ; ການຮ່ວມມືຫລາຍຝ່າຍໃນການໜູນຊ່ວຍມະນຸດສະທຳ, ກູ້ຊ່ວຍໄພພິບັດ; ຍົກສູງບົດບາດຂອງການຮ່ວມມືພາກພື້ນໃນການໜູນຊ່ວຍມະນຸດສະທຳ, ກູ້ຊ່ວຍໄພພິບັດ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.