ທ່ານ​ປະທານ​ປະ​ເທດ​ຫ​ວຽດ​ນາມ ​ເຈີ່ນ​ດ້າຍ​ກວາງ ຕ້ອນຮັບ​​ລັດຖະມົນຕີ​ການ​ຕ່າງປະ​ເທດ ຣາວັນ​ດາ ​ແລະ ກີ​ເນ

09:10 | 08/08/2018

ມື້ວານນີ້, ຢູ່ທໍານຽບປະທານປະເທດຫວຽດນາມ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ໃຫ້ກຽດຕ້ອນຮັບທ່ານນາງ Louise Mushi Ki Wabo ລັດຖະມົນຕີການຕ່າງປະເທດ ຣາວັນດາ ແລະ ທ່ານ Mama Ditoii ລັດຖະມົນຕີການຕ່າງປະເທດ ແລະ ຊາວ ກິີເນ ຕ່າງດ້າວ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ທ່ານ​ປະທານ​ປະ​ເທດ​ຫ​ວຽດ​ນາມ ​ເຈີ່ນ​ດ້າຍ​ກວາງ ຕ້ອນຮັບ​​ລັດຖະມົນຕີ​ການ​ຕ່າງປະ​ເທດ ຣາວັນ​ດາ ​ແລະ ກີ​ເນ

ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຕ້ອນຮັບທ່ານນາງ Louise Mushi Ki Wabo ລັດຖະມົນຕີການຕ່າງປະເທດ ຣາວັນດາ.

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ ຫວຽດນາມຢັ້ງຢືນຫວຽດນາມຖືເປັນສໍາຄັນ ແລະ ມີຄວາມປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືພ້ອມກັນພັດທະນາກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອຢູ່ອາຟິຣິກາ, ໃນນັ້ນປະເທດ ມີຣາວັນດາ ແລະ ກີເນ. ເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບ ຣາວັນດາ ແລະ ກີເນ ກວ່າອີກ, ທ່ານປະທານປະເທດຫວຽດນາມ ສະເໜີວ່າ ຄວນເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ພິເສດແມ່ນບັນດາຄະນະຜູ້ແທນຂັ້ນສູງ ເປັນຕົ້ນແມ່ນ ລັດ, ສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ແລະອື່ນໆ. ພ້ອມທັງສືບຕໍ່ເພີ່ມທະວີການແລກປ່ຽນ, ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດສະຫະປະຊາຊາດ.

ກ່ຽວກັບດ້ານການຄ້າ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ບັນດາຝ່າຍ ຈົ່່ງກໍານົດມາດຕະການຕ່າງໆໃຫ້ລະອຽດ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ສືບຕໍ່ສ້າງກອບນິຕິກໍາໃຫ້ສໍາເລັດ ສ້າງເງື່ອນໄຂເປີດກວ້າງການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ຣາວັນດາ ແລະ ກີເນ ໃຫ້ດີກວ່າເກົ່າ.
ແລະກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມິນ ໄດ້ມີການເຈລະຈາກັບ ທ່ານນາງ Louise Mushi Ki Wabo ລັດຖະມົນຕີການຕ່າງປະເທດ, ຮ່ວມມື ແລະ ປະຊາຄົມ ອາຟິຼກາຕາເວັນອອກ ຣາວັນດາ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິນ ຢັ້ງຢືນວ່າ ຫວຽດນາມຖືເປັນສໍາຄັນ ເລື່ອງສະໜັບສະໜູນ ແລະ ພັດທະນາການພົວພັນມິດຕະພາບກັບ ຣາວັນດາ, ເຊິ່ງເປັນຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຂອງຫວຽດນາມຢູ່ພາກພື້ນ ອາຟິຼກາຕາເວັນອອກ.

ທ່ານ​ປະທານ​ປະ​ເທດ​ຫ​ວຽດ​ນາມ ​ເຈີ່ນ​ດ້າຍ​ກວາງ ຕ້ອນຮັບ​​ລັດຖະມົນຕີ​ການ​ຕ່າງປະ​ເທດ ຣາວັນ​ດາ ​ແລະ ກີ​ເນ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມິນ ແລະ ທ່ານນາງ Louise Mushi Ki Wabo ລັດຖະມົນຕີການຕ່າງປະເທດ, ຮ່ວມມື ແລະ ປະຊາຄົມ ອາຟິຼກາຕາເວັນອອກ ຣາວັນດາ.

ກ່ຽວກັບດ້ານການຄ້າ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ບັນດາຝ່າຍ ຈົ່່ງກໍານົດມາດຕະການຕ່າງໆໃຫ້ລະອຽດ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ສືບຕໍ່ສ້າງກອບນິຕິກໍາໃຫ້ສໍາເລັດ ສ້າງເງື່ອນໄຂເປີດກວ້າງການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ຣາວັນດາ ແລະ ກີເນ ໃຫ້ດີກວ່າເກົ່າ.

ແລະກໍໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມິນ ໄດ້ມີການເຈລະຈາກັບ ທ່ານນາງ Louise Mushi Ki Wabo ລັດຖະມົນຕີການຕ່າງປະເທດ, ຮ່ວມມື ແລະ ປະຊາຄົມ ອາຟິຼກາຕາເວັນອອກ ຣາວັນດາ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິນ ຢັ້ງຢືນວ່າ ຫວຽດນາມຖືເປັນສໍາຄັນ ເລື່ອງສະໜັບສະໜູນ ແລະ ພັດທະນາການພົວພັນມິດຕະພາບກັບ ຣາວັນດາ, ເຊິ່ງເປັນຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຂອງຫວຽດນາມຢູ່ພາກພື້ນ ອາຟິຼກາຕາເວັນອອກ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.