ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນຢູ່ແຂວງ ຕຽນຢາງ, ລອງອານ ແລະ ນະ​ຄອນ ເຫວ໋

08:22 | 09/07/2018

ຍ​ສມ - ທ່ານ ເຈືອງຮວ່າບິ່ງ ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ໄດ້ລົງຢ້ຽມຢາມບັນດາຄອບຄົວນະໂຍບາຍ, ແມ່ຫວຽດນາມວິລະຊົນ ແລະບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 71 ປີ (27-7-1947 / 27-7-2018).

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນຢູ່ແຂວງ ຕຽນຢາງ, ລອງອານ ແລະ ນະ​ຄອນ ເຫວ໋

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນ ລອງອານ. (ພາບ: ສຳ​ນັກ​ຂ່າວ​ຫວຽດ​ນາມ)

ວັນທີ 08 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳລັດຖະບານ ຫວຽດນາມ ເຈືອງຮ່ວາບີງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນ, ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ມອບລົດຖີບສົ່ງເສີມການໄປໂຮງຮຽນໃຫ້ນັກຮຽນທຸກຍາກທີ່ຮຽນເກັ່ງຂອງເທດສະບານເມືອງ ກາຍໄລ້ ແລະ ເມືອງ ກາຍໄລ້. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ສະເໜີບັນດາທ້ອງຖິ່ນໃນແຂວງ ສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນການພັດທະນາພາລະກິດການສຶກສາ, ມຸ່ງໄປເຖິງບັນດາເປົ້າໝາຍລະອຽດ, ແທ້ຈິງ.

ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນບັນດາເມືອງເຂດ ດົ່ງທ໋າບເມື່ອຍ ຂອງແຂວງ ລອງອານ. ທ່ານຮອງນາຍົກລັດຖະມົນຕີສະເໜີບັນດາອົງການ, ສຳນັກງານ, ໝູ່ຄະນະ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນແຂວງ ລອງອານ ທຸກຊັ້ນວັນນະ ດ້ວຍບັນດາວຽກງານລະອຽດ, ສືບຕໍ່ສະແດງຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບເຂົ້າໃນຂະບວນການ “ທົ່ວປວງຊົນເບິ່ງແຍງດູແລຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ”…

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມວິລະຊົນຢູ່ແຂວງ ຕຽນຢາງ, ລອງອານ ແລະ ນະ​ຄອນ ເຫວ໋

ທ່ານ ເຈືອງຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ລົງຢ້ຽມຢາມ, ມອບຂອງຂວັນໃຫ້ທະຫານເສຍອົງຄະ ຟ້າມວັນເຢີ໋ຍ ຢູ່ບ້ານ ຖ້ວນຮວ່າ, ນະຄອນ ເຫວ້. (ພາບ: ສໍານັກຂ່າວສານຫວຽດນາມ).

ກ່ອນ​ໜ້ານັ້ນ ທີ່ນະຄອນ ເຫວ້ (ແຂວງ ເທື່ອທຽນ-ເຫວ້), ທ່ານ ເຈືອງຮວ່າບິ່ງ ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ໄດ້ລົງຢ້ຽມຢາມບັນດາຄອບຄົວນະໂຍບາຍ, ແມ່ຫວຽດນາມວິລະຊົນ ແລະບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ.

ທີ່ການຢ້ຽມຢາມ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ ໄດ້ຢື້ຢາມຖາມຂ່າວສະພາບການຂອງບັນດາຄອບຄົວ ແລະສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະ, ການປະກອບສ່ວນອັນໃຫຍ່ຫຼວງຂອງບັນດາແມ່ຫວຽດນາມວິລະຊົນ, ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະບັນດາຄອບຄົວນະໂຍບາຍທີ່ມີຄຸນງາມຄວາມດີໃນການພາລະກິດຕໍ່ສູ້ຍາດເອົາເອກະລາດ, ອິດສະຫຼະພາບ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ພ້ອມທັງຢືນຢັນວ່າ, ປະເທດຊາດ ແລະປະຊາຊົນ ຍາມໃດກໍ່ຈົດຈໍາ, ຮູ້ບຸນຄຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ ແລະທະຫານເຈັບປ່ວຍ, ພ້ອມທັງປາຖະໜາວ່າບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີໃນທົ່ວປະເທດລ້ວນແຕ່ມີການດໍາລົງຊີວິດທີ່ອີ່ມໜໍາສໍາລານ, ມີຄວາມຜາສຸກ.

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ໄດ້ອວຍພອນບັນດາແມ່ຫວຽດນາມວິລະຊົນ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະຄອບຄົວນະໂຍບາຍຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ສັ່ງສອນລູກຫຼານປະຕິບັດຕາມແບບຢ່າງທີ່ດີ, ຕັ້ງໜ້າເຮັດວຽກ, ຮໍ່າຮຽນ, ປະກອບສ່ວນສ້າງບ້ານເກີດເມືອງນອນໃຫ້ຮັ່ງມີສວຍງາມ.

(ຫັດ​ທະ​ບູນ)

ເຫດການ