ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ລົງພົບປະກັບຜູ້ມີສິດເລືອກຕັ້ງພາຍຫລັງກອງປະຊຸມສະພາແຫ່ງຊາດຊຸດທີ 14

00:03 | 18/06/2018

ຕອນເຊົ້າວັນທີ 17 ມິຖຸນາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ຊຸດທີ 14 ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ແທງຊວນ ແລະ ຮ່າດົງ, ເພື່ອປະກາດໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ລົງພົບປະກັບຜູ້ມີສິດເລືອກຕັ້ງພາຍຫລັງກອງປະຊຸມສະພາແຫ່ງຊາດຊຸດທີ 14

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງພາຍຫລັງກອງປະຊຸມສະພາແຫ່ງຊາດຊຸດທີ 14.

ທີ່ການພົບປະ, ບັນດາຜູ້ມີສິດເລືອກຕັ້ງ ໄດ້ຕີລາຄາສູງໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14 ໃນຄັ້ງນີ້, ພິເສດແມ່ນ ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍ 7 ສະບັບ ແລະ ມະຕິ 8 ສະບັບ, ແນໃສ່ປັບປຸງລະບົບກົດໝາຍກ່ຽວກັບການພັດທະນາເສດຖະກິດ, ສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ; ເພີ່ມທະວີກຳລັງຄວາມສາມາດດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງປະເທດຊາດ…ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ: ຄະນະສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ຈະຮັບເອົາຄຳຄິດເຫັນຢ່າງຄົບຖ້ວຍ ແລະ ຈະຍື່ນສະເໜີຕໍ່ສະພາແຫ່ງຊາດ ແລະ ບັນດາອົງການທີ່ກ່ຽວຂ້ອງແກ້ໄຂ.

ເມື່ອແລກປ່ຽນກັບຜູ້ມີສິດເລືອກຕັ້ງກ່ຽວກັບຮ່າງກົດໝາຍວ່າດ້ວຍຫົວໜ່ວຍບໍລິຫານເສດຖະກິດພິເສດ ຊຶ່ງສະພາແຫ່ງຊາດໃຫ້ຄຳເຫັນທີ່ກອງປະຊຸມສະໄໝສາມັນຄັ້ງນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ: ໃນຊຸມປີ 90 ຂອງສະຕະວັດກ່ອນ, ຫວຽດນາມ ໄດ້ມີແຜນນະໂຍບາຍກໍ່ສ້າງເຂດເສດຖະກິດພິເສດ.

“ຍ້ອນວ່າ ນີ້ແມ່ນບັນຫາຍາກທີ່ສຸດ, ໃໝ່ອ່ຽມ, ມີຄວາມສະດຸ້ງໄວ, ສຳຄັນ, ດັ່ງນັ້ນ ພວກເຮົາຕ້ອງປະຕິບັດຢ່າງລະມັດລະວັງ, ຕ້ອງປຶກສາຫາລືຜ່ານກອງປະຊຸມສະໄໝສາມັນຫລາຍເທື່ອ. ດ້ວຍຄວາມເຫັນດີເປັນເອກະພາບສູງພໍສົມຄວນ, ພ້ອມແລ້ວທີ່ຈະຮັບການຮັບຮອງເອົາໃນກອງປະຊຸມສະໄໝສາມັນຄັ້ງນີ້. ແຕ່ຍັງມີບາງຄຳຄິດເຫັນປະກອບ, ດັ່ງນັ້ນ ພັກ, ລັດ, ສະພາແຫ່ງຊາດຮັບຟັງ, ຮັບເອົາ, ຍາມໃດສຳເລັດເປັນຢ່າງດີ ຈຶ່ງຮັບຮອງເອົາ ”

ທ່ານເລຂາທິການໃຫຍ່ຮຽກຮ້ອງຜູ້ມີສິດເລືອກຕັ້ງມີຄວາມເຊື່ອໝັ້ນຕໍ່ການຊີ້ນຳນຳພາຂອງພັກ, ລັດ, ບໍ່ປະໃຫ້ນ້ຳໃຈຮັກຊາດຖືກສວຍໃຊ້, ບໍ່ຟັງຄວາມພວກຄົນທີ່ບໍ່ດີປຸກປັ່ນຍຸແຍ່.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.