ສ້າງພື້ນຖານໃຫ້ແກ່ການເຕີບໂຕໄວ ແລະ ຍືນຍົງ

09:30 | 11/06/2018

ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດ, ນັກຊ່ຽວຊານດ້ານເສດຖະກິດຖືວ່າ: ເພື່ອເຕີບໂຕໄວ ແລະ ຍືນຍົງ ໃນສະພາບການໃໝ່...

ສ້າງພື້ນຖານໃຫ້ແກ່ການເຕີບໂຕໄວ ແລະ ຍືນຍົງ

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ

ຕອນເຊົ້າວັນທີ 10 ມິຖຸນາ, ຢູ່ຮ່າໂນ້ຍ, ສະພາມະຫາບັນດິດວິທະຍາສາດ ແລະ ສັງຄົມ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດດ້ວຍຫົວຂໍ້ “ປັບປຸງ ແລະ ສ້າງພື້ນຖານໃຫ້ແກ່ການເຕີບໂຕໄວ ແລະ ຍືນຍົງ ໃນສະພາບການໃໝ່ຢູ່ ຫວຽດນາມ”.

ທີ່ກອງປະຊຸມສຳມະນາ, ບັນດານັກວິທະຍາສາດ, ນັກຊ່ຽວຊານດ້ານເສດຖະກິດຖືວ່າ: ເພື່ອເຕີບໂຕໄວ ແລະ ຍືນຍົງ ໃນສະພາບການໃໝ່, ຄວນສ້າງໂຄງປະກອບຄືນໃໝ່ ແລະ ປ່ຽນໃໝ່ຮູບແບບການເຕີບໂຕ. ລັດຖະບານຄວນສືບຕໍ່ມີການປະຕິຮູບຢ່າງແຮງກ່ວາ, ຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່; ຍົກເລີກບັນດານະໂຍບາຍ, ກົນໄກຈຳແນກການປະພຶດ…

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຖືວ່າ:

“ປະຈຸບັນນີ້, ໃນເງື່ອນໄຂທີ່ປະເທດພວກເຮົາມີນັ້ນ, ຄວນສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຍົກສູງກຳລັງແກ່ງແຍ້ງ, ສະມັດຕະພາບການອອກແຮງງານ, ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ. ດັ່ງນັ້ນ, ພວກເຮົາ ຕ້ອງສ້າງກຳລັງຜະລິດໃໝ່. ຄວນຈາກນະໂຍບາຍຖືຄວາມຕ້ອງການເປັນສຳຄັນໄປສູ່ການຖືການສະໜອງເປັນສຳຄັນ, ສຸມໃສ່ພັດທະນາການຜະລິດດຳເນີນທຸລະກິດ ເຊິ່ງເປັນປັດໄຈສ້າງກຳລັງຊີວິດຂອງພື້ນຖານເສດຖະກິດ, ເພີ່ມສະມັດຕະພາບການອອກແຮງງານ.”

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ອ່ານຫຼາຍທີ່ສຸດ