![]() |
ວັນທີ 21 ພຶດສະພາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ຫງວ໋ຽນຟູ໋ຈ້ອງ ໄດ້ເຊັນ ແລະປະກາດໃຊ້ມະຕິຄຳສັ່ງ ກ່ຽວກັບການປະຕິຮູບນະໂຍບາຍເງິນເດືອນສຳລັບພະນັກງານ, ພາລະກອນ, ລັດຖະກອນ, ກຳລັງປະກອບອາວຸດ ແລະ ຊາວຜູ້ອອກແຮງງານຂອງວິສາຫະກິດ. ເປົ້າໝາຍຂອງມະຕິຄຳສັ່ງ ແມ່ນສ້າງລະບົບນະໂຍບາຍເງິນເດືອນແຫ່ງຊາດ ຢ່າງມີວິທະຍາສາດ, ກະຈ່າງແຈ້ງ, ເໝາະສົມກັບສະພາບການຕົວຈິງຂອງປະເທດຊາດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການແຫ່ງການພັດທະນາຂອງພື້ນຖານເສດຖະກິດການຕະຫຼາດ ໄປຕາມທິດສັງຄົມນິຍົມ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ. ພ້ອມກັນນັ້ນ, ສ້າງກຳລັງໜູນປົດປ່ອຍກຳລັງການຜະລິດ, ຍົກສູງສະມັດຕະພາບການອອກແຮງງານ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ປະກອບສ່ວນສ້າງລະບົບການເມືອງທີ່ໂປ່ງໃສ, ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ; ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການໃຊ້ຈ່າຍຟຸມເຟືອຍ; ຮັບປະກັນຊີວິດການເປັນຢູ່ຂອງຜູ້ໄດ້ຮັບເງິນເດືອນ ແລະ ຄອບຄົວຜູ້ໄດ້ຮັບເງິນເດືອນ, ປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທຳທາງສັງຄົມ.
(ແຫຼ່ງຂໍ້ມູນ: vov5)