ຫວຽດນາມ - ອົດສະຕາລີ ເພີ່ມທະວີ ສາຍພົວພັນ ແລະ ການຮ່ວມມືຍຸດທະສາດ

14:17 | 25/05/2018

ຍ​ສ​ໝ - ບັນດາທ່ານຜູ່ນຳລະດັບສູງຂອງ ສສ ຫວຽດນາມ ຕ້ອນຮັບ ທ່ານ Peter Cosgrove ຜູ້ມີອຳນາດເຕັມແຫ່ງອົດສະຕາລີ ການຢ້ຽມຢາມ ແລະ ປຶກສາຫາລື ກ່ຽວກັບການເພີ່ມທະວີ ສາຍພົວພັນຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ-ອົດສະຕາລີ.

ບັນ​ດາ​ທ່ານ​ຜູ່​ນຳລະ​ດັບ​ສູງ​ຂອງ ສ​ສ ຫວຽດ​ນາມ ​ຕ້ອ​ນ​ຮັບ ທ່ານ Peter Cosgrove ຜູ້ມີອຳນາດເຕັມແຫ່ງອົດສະຕາລີ ​ກາ​ນ​ຢ້ຽມ​ຢາມ​

ໃນ​ຕອນ​ເຊົ້າ​ຂອງວັນທີ 24 ພຶດສະພາ, ຢູ່​ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຕ້ອນຮັບທ່ານ Peter Cosgrove ຜູ້ມີອຳນາດເຕັມແຫ່ງອົດສະຕາລີ.

ຫວຽດນາມ - ອົດສະຕາລີ ເພີ່ມທະວີ ສາຍພົວພັນ ແລະ ການຮ່ວມມືຍຸດທະສາດ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ຕ້ອນຮັບ ຜູ້ມີອຳນາມເຕັມແຫ່ງອົດສະຕາລີ Peter Cosgrove. (ພາບ:vietnam+).

ທ່ານເລຂາທິການໃຫຍ່ ຫງວ໋ຽນຟູ໋ຈ້ອງ ໄດ້ຊົມເຊີຍການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານ Peter Cosgrove ໃນ​ບັນ​ຍາ​ກາດທີ່ ​ທັງສອງປະເທດ ກຳລັງສະເຫລີມສະຫລອງ ​ຄົບ​ຮອບ45 ປີແຫ່ງວັນ ສ້າງຕັ້ງສາຍພົວພັນການທູດ ແລະ ມີຄວາມເຊື່ອໝັ້ນວ່າໃນຂອບເຂດການພົວພັນຮ່ວມມືຍຸດທະສາດ ທີ່ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນມີນາຜ່ານມາ ຈະນຳພາການຮ່ວມມືສອງຝ່າຍໃນທຸກຂົງເຂດພັດທະນາຢ່າງເລິກເຊິ່ງ. ຫວຽດນາມ ຍາມໃດກໍ່ສະຫນັບສະຫນູນບົດບາດຂອງອົດສະຕາລີ ຢູ່ພາກພື້ນ ອາຊີ ປາຊີຟິກ, ປາດຖະຫນາຢາກໃຫ້ສອງປະເທດສືບຕໍ່ສົມທົບກັນຢ່າງມີປະສິດທິຜົນ ໃນບັນດາບັນຫາພາກພື້ນ ແລະ ສາກົນ. ທ່ານເລຂາທິການໃຫຍ່ ຫງວ໋ຽນຟູ໋ຈ້ອງ ຕີລາຄາສູງສາພົວພັນເຊື່ອມຕໍ່ ແລະ ການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດນັບມື້ນັບພັດທະນາ ພ້ອມທັງໃຫ້ຮູ້ວ່າ: ລັດຖະບານ ແລະ ປະຊາຊົນຫວຽດນາມ ສະແດງຄວາມຂອບອົກຂອບໃຈຕໍ່ການຫນູນຊ່ວຍຕັ້ງຫນ້າ ແລະ ມີປະສິດທິຜົນຂອງລັດຖະບານ ອົດສະຕາລີ ສະຫງວນໃຫ້ຫວຽດນາມໃນໄລຍະຜ່ານມາ.

ໃນ​ມື້​ດຽວ​ກັນ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ກໍ່​ໄດ້​ຈັດພິທີຕ້ອນຮັບ ແລະ ເຈ​ລະ​ຈາ​ກັນ ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ທ່ານ Peter Cosgrove ແລະ ພັນລະຍາ ຢູ່ທຳນຽບປະທານປະເທດ ຫວຽດນາມ.

ຫວຽດນາມ - ອົດສະຕາລີ ເພີ່ມທະວີ ສາຍພົວພັນ ແລະ ການຮ່ວມມືຍຸດທະສາດ

ຕ້ອນຮັບຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ທ່ານ Peter Cosgrove.

ສອງ ຝ່າຍເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຢ່າງກ້ວາງຂວາງ, ຈາກຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ, ເພື່ອເພີ່ມທະວີຄວາມຮັບຮູ້ຂອງປະຊາຊົນ ສອງ ປະເທດ, ເປັນຕົ້ນແມ່ນໃນໝູ່ຊາວໜຸ່ມ, ນັກສຶກສາກ່ຽວກັບການພົວພັນ ຫວຽດນາມ - ອົດສະຕາລີ. ກ່ຽວກັບການກຳນົດທິດການພົວພັນຄູ່ຮ່ວມມືຍຸດທະສາດໃນໄລຍະຈະມາເຖິງ, ສອງ ຝ່າຍເຫັນດີເປັນເອກະພາບປັບປຸງຄວາມໄວ້ເນືື້ອເຊື່ອໃຈດ້ານການເມືອງ ແລະ ຄວາມເຊື່ອໝັ້ນຍຸດທະສາດກ່ວາອີກ, ແລະ ເອົາໃຈໃສ່ເປັນພິເສດເຖິງການຍູ້ແຮງບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບຂອງບັນດາວົງການໃນສັງຄົມ. ສອງ ຝ່າຍເນັ້ນໜັກວ່າ ສອງ ຝ່າຍຄວນມານະພະຍາຍາມກ່ວາອີກ ເພື່ອເຮັດໃຫ້ບັນດາຂົງເຂດຮ່ວມມືຕົ້ນຕໍໃຫ້ເລິກເຊິ່ງກ່ວາ ຄື: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ວິທະຍາສາດ-ເຕັກໂນໂລຢີ, ການສຶກສາ-ບຳລຸງສ້າງ, ທຶນຊ່ວຍເຫຼືອພັດທະນາ…ເປັນໄມ້ງັດເປີດກ້ວາງການຮ່ວມມືໄປສູ່ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນອື່ນ.

ຫວຽດນາມ - ອົດສະຕາລີ ເພີ່ມທະວີ ສາຍພົວພັນ ແລະ ການຮ່ວມມືຍຸດທະສາດ

ປະທານປະເທດ ເຈີ່ນດ້າຍກວາງ ແລະ ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ Peter Cosgrove ດຳເນີນການເຈລະຈາ.

ຄຽງຄູ່ກັບການຮ່ວມມື ສອງ ຝ່າຍ, ທັງ​ສອງປະ​ເທດກໍ່ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງ ຝ່າຍຢືນຢັນວ່າ: ຈະສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນສະຫະປະຊາຊາດ, ອາຊຽນ ແລະ ບັນດາກົນໄກໂດຍ ອາຊຽນ ນຳພາ; ສົມທົບຫຼັກໝັ້ນໃນບັນຫາທະເລຕາເວັນອອກ; ແລະ ຮ່ວມມືຢ່າງແໜ້ນແຟ້ນໃນການຜັນຂະຫຍາຍສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).

ພາຍຫລັງພິທີຕ້ອນຮັບ ແລະ ເຈລະຈາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ Peter Cosgrove ໄດ້ເປັນປະທານຮ່ວມຖະ​ແຫຼງຂ່າວ, ປະກາດໝາກຜົນແຫ່ງການເຈລະຈາ.

ຫວຽດນາມ - ອົດສະຕາລີ ເພີ່ມທະວີ ສາຍພົວພັນ ແລະ ການຮ່ວມມືຍຸດທະສາດ

ປະທານປະເທດ ເຈີ່ນດ້າຍກວາງ ແລະ ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ Peter Cosgrove ເປັນປະທານຮ່ວມໃນການ​ຖະ​ແຫຼງຂ່າວ.

ທີ່ການຖະ​ແຫຼງ​ຂ່າວ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຢືນຢັນວ່າ: ຖືເປັນສຳຄັນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ອົດສະຕາລີ ແລະ ສະແດງໃຫ້ເຫັນຄວາມເພິ່ງພໍໃຈຕໍ່ການພັດທະນາສາຍພົວພັນ ສອງ ປະເທດໃນບັນດາຂົງເຂດຢ່າງເລິກເຊິ່ງກ້ວາງຂວາງ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ:

“ສອງ ຝ່າຍຈະພິຈາລະນາຢ່າງເຂັ້ມງວດບັນດາຮົ້ວກີດຂວາງດ້ານການຄ້າ ທີ່ອາດຈະສົ່ງຜົນສະທ້ອນເຖິງບັນດາປະເພດສິນຄ້າສົ່ງອອກຂອງກັນ; ມີນະໂຍບາຍສົ່ງເສີມ, ໜູນຊ່ວຍວິສາຫະກິດລົງທຶນຢູ່ ສອງ ປະເທດ, ສ້າງບາດກ້າວບຸກທະລຸໃຫ້ການຮ່ວມມືການຄ້າ ແລະ ການລົງທຶນໃນໄລຍະຈະມາເຖິງ. ຫວຽດນາມ ຕີລາຄາສູງ ອົດສະຕາລີ ສືບຕໍ່ສະຫງວນບຸລິມະສິດ ODA ໃຫ້ ຫວຽດນາມ. ສອງ ຝ່າຍຈະເອົາໃຈໃສ່ຊຸກຍູ້ບັນດາຂົງເຂດຮ່ວມມືທີ່ມີການກະທົບຢ່າງຕັ້ງໜ້າ ແລະ ໂດຍກົງສຳລັບເລື່ອງຮັດແໜ້ນນ້ຳໃຈມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນຄື: ການສຶກສາ - ບຳລຸງສ້າງ, ວັດທະນະທຳ, ກິລາ, ທ່ອງທ່ຽວ, ແຮງງານ…”

ສ່ວນທ່ານ Peter Cosgrove ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ໄດ້ສະແດງໃຫ້ເຫັນຄວາມປິຕິຊົມຊື່ນເມື່ອມາຢ້ຽມຢາມ ຫວຽດນາມ ກົງກັບໂອກາດທີ່ ສອງ ປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ກ້າວໄປເຖິງເລື່ອງສ້າງການພົວພັນ ສອງ ຝ່າຍໃຫ້ເລິກເຊິ່ງກ້ວາງຂວາງກ່ວາ ເມື່ອ ສອງ ປະເທດຫາກໍ່ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.

ຫວຽດນາມ - ອົດສະຕາລີ ເພີ່ມທະວີ ​ການຮ່ວມມືຍຸດທະສາດ.

ຫວຽດນາມ - ອົດສະຕາລີ ເພີ່ມທະວີ ສາຍພົວພັນ ແລະ ການຮ່ວມມືຍຸດທະສາດ

ການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມຄັ້ງທຳອິດຂອງທ່ານ Peter Cosgrove ຜູ້ມີອຳນາດເຕັມແຫ່ງອົດສະຕາລີ ພ້ອມດ້ວຍພັນລະຍາ, ໃນລະຫວ່າງວັນທີ 23 – 26 ພຶດສະພາ ແມ່ນເຫດການການເມືອງທີ່ສຳຄັນໃນການພົວພັນລະຫວ່າງຫວຽດນາມ - ອົດສະຕາລີ. ການຢ້ຽມຢາມດັ່ງກ່າວ ໄດ້ດຳເນີນເນື່ອງໃນໂອກາດສອງປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 – 2018); ແມ່ນກາລະໂອກາດ ເພື່ອໃຫ້ສອງຝ່າຍແລກປ່ຽນທິດທາງເພີ່ມທະວີການພົວພັນສອງຝ່າຍໃນທຸກຂົງເຂດ, ພິເສດແມ່ນດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການສຶກສາ ແລະ ວັດທະນະທຳ.

ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງສອງປະເທດ ຫວຽດນາມ - ອົດສະຕາລີ ໄດ້ພັດທະນາຢ່າງວ່ອງໄວ, ແທດຈິງ ແລະ ມີປະສິດທິຜົນ. ອົດສະຕາລີຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ຕີລາຄາສູງບົດບາດຂອງຫວຽດນາມໃນພາກພື້ນອາຊຽນ ແລະ ມີຄວາມປາດຖະໜາຢາກຊຸກຍູ້ການພົວພັນສອງຝ່າຍກັບຫວຽດນາມ. ເດືອນມີນາທີ່ຜ່ານມາ, ເນື່ອງໃນໂອກາດການຢ້ຽມຢາມອົດສະຕາລີຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ, ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ.

ການຮ່ວມມືຢ່າງມີປະສິດທິຜົນ, ແທ້ຈິງໃນທຸກຂົງເຂດ.

ໄລຍະຜ່ານມາ, ຫວຽດນາມ ແລະ ອົດສະຕາລີ ສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງ. ບັນດາກົນໄກຮ່ວມມືສອງຝ່າຍໄດ້ຮັກສາເປັນປະຈຳ ເຊັ່ນ ການເຈລະຈາ ກ່ຽວກັບຍຸດທະສາດຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ - ປ້ອງກັນປະເທດ; ການເຈລະຈາກ່ຽວກັບສິດທິມະນຸດ; ການປຶກສາຫາລືຂັ້ນສູງກ່ຽວກັບການຊ່ວຍເຫຼືອພັດທະນາ ແລະ ອື່ນໆ.

ໃນຂົງເຂດປ້ອງການຊາດ, ປ້ອງກັນຄວາມສະຫງົບ, ຫວຽດນາມ ແລະ ອົດສະຕາລີ ໄດ້ມີການຮ່ວມມືຢ່າງມີປະສິດທິຜົນ ໂດຍຜ່ານການແລກປ່ຽນຄະນະຜູ້ແທນ, ຮ່ວມມືກັນປ້ອງກັນ, ຕ້ານອາດຊະຍາກຳ, ຄຸ້ມຄອງການເຂົ້າ-ອອກເມືອງ, ຕ້ານການອົບພະຍົບຜິດກົດໝາຍ, ແລກປ່ຽນຂໍ້ມູນຂ່າວສານ, ຖອດຖອນບົດຮຽນ, ການບຳລຸງສ້າງພາສາອັງກິດ… ອົດສະຕາລີ ແມ່ນປະເທດໜຶ່ງດຽວ ທີ່ສ້າງຕັ້ງອົງການຕາງໜ້າປະຈຳຢູ່ສູນປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຫວຽດນາມທີ່ມີສຳນັກງານຕັ້ງຢູ່ນະຄອນໂຮ່ຈີມິນ, ຜ່ານນັ້ນ, ສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານ, ຮ່ວມມືກັນຕ້ານການກໍ່ການຮ້າຍ, ການຄ້າມະນຸດ, ອາດຊະຍາກຳທີ່ກ່ຽວຂ້ອງເຖິງຢາເສບຕິດ… ເປັນປະຈຳ.

ສ່ວນການພົວພັນດ້ານເສດຖະກິດ, ການຄ້າລະຫວ່າງຫວຽດນາມ ແລະ ອົດສະຕາລີ ມີການພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະ ຮອບດ້ານ. ປັດຈຸບັນ, ອົດສະຕາລີ ແມ່ນຄູ່ ຄ້າອັນດັບທີ 8 ຂອງຫວຽດນາມ. ໃນຂະນະນັ້ນ, ຫວຽດນາມແມ່ນຄູ່ຮ່ວມມືດ້ານການຄ້າລາຍໃຫຍ່ອັນດັບທີ 15 ຂອງອົດສະຕາລີ.

ແຕ່ລະປີວົງເງິນການຄ້າສອງສົ້ນເພີ່ມຂຶ້ນສະເລ່ຍກວ່າ 7%/ປີ, ປີ 2017 ບັນລຸເກືອບ 6,5 ຕື້ USD, ເພີ່ມຂຶ້ນ 22,2% ເມື່ອທຽບໃສ່ປີ 2016. ແຕ່ລະປີ ຫວຽດນາມ ສົ່ງອອກໄປຍັງ ອົດສະຕາລີ ກວ່າ 520 ລ້ານ USD, ສຸມໃສ່ເຂົ້າໃນບັນດາປະເພດສິນຄ້າສິນໃນນ້ຳ, ໃນນັ້ນ ກຸ້ງແຊເຢັນກວມ 25%. ອົດສະຕາລີ ໄດ້ເປີດປະຕູໃຫ້ໝາກລີ້ນຈີ່, ໝາກມ່ວງ, ໝາກມັງກອນ ຫວຽດນາມ ສົ່ງອອກໄປຍັງຕະຫລາດນີ້. ໃນຂົງເຂດຊ່ວຍເຫລືອການພັດທະນາODA ຢ່າງເປັນທາງການ , ອົດສະຕາລີ ແມ່ນຫນຶ່ງໃນບັນດາຄູ່ຮ່ວມມືສອງຝ່າຍ ສະຫນອງທຶນ ODA ຊ່ວຍເຫລືອລ້າຫລາຍສຸດໃຫ້ແກ່ຫວຽດນາມ ແລະ ຕາມຮ່າງກົດໝາຍງົບປະມານທີ່ຫາກໍ່ປະກາດ, ອົດສະຕາລີ ຈະສືບຕໍ່ຫນູນຊ່ວຍ ODA ໃຫ້ຫວຽດນາມກວ່າ 84 ລ້ານໂດລາອົດສະຕາລີ ໃນໄລຍະແຕ່ປີ 2018 – 2019, ສຸມໃສ່ເຂົ້າໃນຂົງເຂດປະຕິຮູບເສດຖະກິດ, ຍົກສູງກຳລັງຄວາມສາມາດ, ຄວາມສະເຫມີພາບລະຫວ່າງຍິງ - ຊາຍ ແລະ ປັບປຸງຊີວິດການເປັນຢູ່..

ກ່ຽວກັບດ້ານການສຶກສາ ແມ່ນຂົງເຂດຮ່ວມມືຢ່າງແຮງລະຫວ່າງສອງປະເທດ. ອົດສະຕາລີ ສະຫນອງທຶນການສຶກສາຫລາຍທຶນຕາມບັນດາລາຍການໄລຍະຍາວ ແລະ ໄລຍະສັ້ນໃຫ້ແກ່ຫວຽດນາມ. ປະຈຸບັນ ມີນັກສຶກສາ ແລະ ນັກຄົ້ນຄ້ວາຫວຽດນາມ ປະມານ 30.000 ຄົນ ພວມຮ່ຳຮຽນ ຢູ່ ອົດສະຕາລີ. ຄຽງຄູ່ກັນນັ້ນ ບັນດາມະຫາວິທະຍາໄລ, ສະຖາບັນຂອງສອງປະເທດ ມີ 18 ໂຄງການຮ່ວມສຳພັນດ້ານການສຶກສາທີ່ພວມເຄື່ອນໄຫວ.

ປະຈຸບັນ ວົງຄະນາຍາດຊາວຫວຽດນາມ ອາໄສຢູ່ ອົດສະຕາລີ ມີປະມານ 300.000 ຄົນ, ຢືນອັນດັບ 5 ໃນຈຳນວນບັນດາປະຊາຄົມຊາວຕ່າງປະເທດອາໄສຢູ່ ອົດສະຕາລີ.

ປີ 2017, ຈຳນວນແຂກທ່ອງທ່ຽວ ອົດສະຕາລີ ມາຢ້ຽມຢາມຫວຽດນາມ ບັນລຸເກືອບ 370.500 ຄົນ, ເພີ່ມຂຶ້ນ 15,5%, ຢືນອັນດັບ 7 ໃນ top 10 ຕະຫລາດແຖວຫນ້າ ສົ່ງແຂກທ່ອງທ່ຽວເຂົ້າມາຢ້ຽມຢາມຫວຽດນາມ.

ໃນການຮ່ວມມືຫລາຍຝ່າຍ, ຫວຽດນາມ ແລະ ອົດສະຕາລີ ໄດ້ຮ່ວມມືກັນເປັນຢ່າງດີຢູ່ບັນດາເວທີປາໄສ ແລະ ສາກົນຄື: ອາຊຽນ, ກອງປະຊຸມຂັ້ນສູງອາຊີຕາເວັນອອກ (EAS), ເວທີປາໄສການຮ່ວມມືເສດຖະກິດ ອາຊີ ປາຊີຟິກ (APEC), ສປຊ. ສອງຝ່າຍໄດ້ມີຂໍ້ຕົກລົງກ່ຽວກັບເລື່ອງຫວຽດນາມ ສະຫນັບສະຫນູນ ອົດສະຕາລີ ເປັນສະມາຊິກສະພາສິດທິມະນຸດຂອງ ສປຊ ອາຍຸການ 2018 – 2020; ຝ່າຍ ອົດສະຕາລີ ສະຫນັບສະຫນູນ ຫວຽດນາມ ເຂົ້າສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ແລະ ເປັນສະມາຊິກ ສະພາບໍລິຫານງານສະຫະພັນໄປສະນີໂລກ (UPU) ອາຍຸການ 2017 – 2021.

ການຢ້ຽມຢາມເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ

ໃນສະພາບການນັ້ນ ການຢ້ຽມຢາມຂອງທ່ານ Peter Cosgrove ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ເປັນການເພີ່ມກຳລັງຫນູນ, ນຳການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອົດສະຕາລີ ພັດທະນາຢ່າງແຮງ. ການຢ້ຽມຢາມກໍ່ມີຄວາມໝາຍສຳຄັນເມື່ອໄດ້ດຳເນີນກົງກັບໂອກາດສອງປະເທດສະເຫລີມສະຫລອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 – 2018). ໃນການຢ້ຽມຢາມ, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ Peter Cosgrove ມີການພົບປະກັບບັນດາການນຳທັງໝົດຂອງຫວຽດນາມ, ປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບບັນດາຂົງເຂດຮ່ວມມືລະອຽດລະຫວ່າງສອງປະເທດ, ພິເສດແມ່ນການຮ່ວມມືຮັກສາສັນຕິພາບ ແລະ ການສຶກສາ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.